ໃນໄລຍະ 3 ເດືອນຂອງການຝຶກອົບຮົມ, ພະນັກງານກອງທັບປະຊາຊົນລາວ 20 ຄົນນີ້ ທາງສູນກະຈາຍສຽງ-ໂທລະພາບຂອງກອງທັບ ຈະໄດ້ແບ່ງປັນກ່ຽວກັບທ່າອ່ຽງການພັດທະນາຂອງໂທລະພາບທັນສະໄໝໃນສະພາບການສື່ສານດີຈີຕອນ; ທັກສະ, ບົດຮຽນໃນການສໍາພາດ, ການແນະນຳພາກສະໜາມ; ຂະບວນການຜະລິດຜະລິດຕະພັນໂທລະພາບທັນສະໄໝ, ຂັ້ນຕອນ ແລະມາດຕະການໃນການຜະລິດຂ່າວ, ບົດ, ສາລະຄະດີ, ທັກສະການຂຽນຄຳເຫັນ, ການຮຽບຮຽງ, ສໍາເລັດຜະລິດຕະພັນໂທລະພາບ; ວິຊາສະເພາະການຖ່າຍທໍາ, ເຕັກນິກການຕັດຕໍ່; ທັກສະການຂຽນ, ສ້າງຜະລິດຕະພັນສະທ້ອນ, ບັນທຶກໄວ, ສາລະຄະດີກະຈາຍສຽງ, ເຕັກນິກການສ້າງລາຍການວິທະຍຸ...

leftcenterrightdel
ທ່ານພັນເອກພິເສດ ຟານແອງຫວຽດ, ຮອງຫົວໜ້າສູນກະຈາຍສຽງ-ໂທລະພາບກອງທັບ ກ່າວຄໍາເຫັນທີ່ພິທີເປີດຝຶກອົບຮົມ. ພາບ: qdnd.vn

ຕາມທ່ານພັນເອກພິເສດ ຟານແອງຫວຽດ, ຮອງຫົວໜ້າສູນກະຈາຍສຽງ-ໂທລະພາບກອງທັບແລ້ວ, ພະນັກງານກອງທັບປະຊາຊົນລາວ 20 ຄົນລ້ວນແຕ່ແມ່ນຜູ້ທີ່ເຮັດອາຊີບ ແລະປາດຖະໜາຢາກຝຶກຝົນຫຼໍ່ຫຼອມຕົນເອງເພື່ອຍົກສູງທັກສະໃນການປະຕິບັດວຽກງານ. ສະນັ້ນ, ເນື້ອໃນຂອງການຝຶກອົບຮົມບໍ່ພຽງແຕ່ແມ່ນທິດສະດີເທົ່ານັ້ນ, ຫາກຍັງເປັນການແລກປ່ຽນ, ຖອດຖອນບົດຮຽນຈາກບັນດາໂຄງການຕົວຈິງທີ່ບັນດາສະຫາຍໄດ້ປະຕິບັດ, ພ້ອມກັບບັນດາລາຍການຂອງສູນກະຈາຍສຽງ-ໂທລະພາບກອງທັບ ເພື່ອໃຫ້ສອງຝ່າຍໄດ້ພ້ອມກັນປຽບທຽບ, ຖອດຖອນຫຼາຍບົດຮຽນຈາກພຶດຕິກໍາຕົວຈິງອີກດ້ວຍ.

* ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ພະແນກຊາວໜຸ່ມກອງທັບໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວຽກງານຊາວໜຸ່ມກອງທັບໃນປີ 2024 ໃຫ້ພະນັກງານກອງທັບປະຊາຊົນລາວ. ທ່ານພັນເອກພິເສດ ເຈິ່ນຫວຽດນັງ, ຫົວໜ້າພະແນກຊາວໜຸ່ມກອງທັບ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມໃນປີ 2024 ລວມມີບັນດາເນື້ອໃນທີ່ໄດ້ສົມທົບຢ່າງແໜ້ນແຟ້ນລະຫວ່າງທິດສະດີກັບການປະຕິບັດ ແລະບັນດາການເຄື່ອນໄຫວເພີ່ມເຕີມຄື: ຢ້ຽມຊົມບັນດາຮູບແບບ, ແບບຢ່າງ, ບັນດາການເຄື່ອນໄຫວທີ່ພົ້ນເດັ່ນຂອງຊາວໜຸ່ມກອງທັບປະຊາຊົນຫວຽດນາມ; ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດປະຕິວັດ, ວັດທະນະທຳ, ທັດສະນີຍະພາບຫຼາຍແຫ່ງ..., ຜ່ານນັ້ນບໍ່ພຽງແຕ່ເປັນການບໍາລຸງສ້າງຍົກສູງລະດັບຄວາມຮູ້, ທັກສະດ້ານວິຊາການ, ວິຊາສະເພາະ, ແບ່ງປັນ, ແລກປ່ຽນບົດຮຽນໃນອົງການດໍາເນີນການເຄື່ອນໄຫວວຽກງານຊາວໜຸ່ມກອງທັບເທົ່ານັ້ນ ຫາກຍັງຊ່ວຍໃຫ້ບັນດາພະນັກງານກອງທັບປະຊາຊົນລາວ ມີຄວາມເຂົ້າໃຈເລິກເຊິ່ງຂຶ້ນຕື່ມກ່ຽວກັບປະຫວັດສາດ, ມູນເຊື້ອ, ວັດທະນະທໍາ, ປະຊາຊົນ, ປະເທດຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ.

ໂດຍ: ຈາງຫງວຽນ