ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ  ສະເໜີໃຫ້ທະຫານເຂດ 9 ຕ້ອງຕັ້ງໜ້າເຂົ້າຮ່ວມການຊ່ວຍເຫຼືອປະຊາຊົນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງຊົນນະບົດໃໝ່, ພັດທະນາວັດທະນະທຳ - ສັງຄົມ; ປ່ຽນແປງໃໝ່ ແລະຍົກສູງປະສິດທິຜົນວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່; ພິເສດແມ່ນສຳລັບພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ຜູ້ຖືສາສະໜາ ແລະປະຊາຊົນຢູ່ເຂດຊາຍແດນ, ທະເລ, ໝູ່ເກາະ, ໃນບໍລິເວນເຂດຈຸດສຸມກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ແລະການນໍາທະຫານເຂດ 9. ພາບ: qdnd.vn

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ  ສະເໜີວ່າ:  “ກອງບັນຊາການທະຫານເຂດ 9 ຄວນສືບຕໍ່ເຊື່ອມຊຶມການຜັນຂະຫຍາຍປະຕິບັດບັນດາມະຕິ, ບົດສະຫຼຸບ, ຄຳສັ່ງຂອງຄະນະບໍລິຫານງານສູນກາງພັກ, ຄະນະພັກການທະຫານສູນກາງ ໃຫ້ເປັນຢ່າງດີ. ພະນັກງານ, ນັກຮົບຕ້ອງກຳແໜ້ນບັນດາທັດສະນະ, ແນວທາງຂອງພັກ, ກົດໝາຍຂອງລັດກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ ໂດຍສະເພາະແມ່ນຄວາມໝາຍ, ບົດບາດ, ຄວາມສຳຄັນຂອງການສ້າງ “ທ່າສະໜາມຮົບທາງດ້ານຈິດໃຈ”, ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ແນວຮົບສົງຄາມປະຊາຊົນ. ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ພັດທະນາ ແລະປະຕິບັດວຽກງານຊ່ວຍເຫຼືອກຳປູເຈຍ”.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn

ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ  ແລະຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນ, ໄວ້ອາໄລຢູ່ອະນຸສອນສະຖານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະມອບຂອງຂວັນໃຫ້ກອງບັນຊາການທະຫານເຂດ 9 ແລະພະນັກງານ, ທະຫານເຈັບປ່ວຍ, ລູກຫຼານຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

ໂດຍ: ທະນາພອນ