leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ກວດແຖວກຽດຕິຍົດ. ພາບ: qdnd.vn

ຕາງໜ້າການນໍາພັກ, ລັດ, ທ່ານປະທານປະເທດ ໂຕເລິມ ໄດ້ຍ້ອງຍໍຊົມເຊີຍຜົນງານທີ່ບັນລຸໄດ້ຂອງກໍາລັງປະກອບອາວຸດທະຫານເຂດ 9 ເວົ້າລວມ, ພະນັກງານ, ນັກຮົບກອງພົນນ້ອຍຊ່າງແສງ 25 (ທະຫານເຂດ 9) ເວົ້າສະເພາະໃນໄລຍະທີ່ຜ່ານມາ. ທ່ານປະທານປະເທດ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານ, ນັກຮົບກອງພົນນ້ອຍຊ່າງແສງ 25 ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກຳລັງປະກອບອາວຸດທະຫານເຂດ 9.

ລະອຽດແມ່ນ: ຕ້ອງສືບຕໍ່ຊາບຊຶມ ແລະຜັນຂະຫຍາຍກອງປະຊຸມໃຫຍ່ຂອງພັກທຸກຂັ້ນໃຫ້ເປັນຢ່າງດີ, ຫັນເປັນລະອຽດ ແລະປະຕິບັດໜ້າທີ່ການເມືອງຂອງກົມກອງໃຫ້ສຳເລັດຜົນ; ເດັດດ່ຽວຄັດຄ້ານລັດທິສ່ວນຕົວໃນທຸກສະຖານະການ; ປະຕິບັດການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ ໃຫ້ເປັນຢ່າງດີ, ຕິດພັນກັບບັ້ນຂົນຂວາຍເສີມຂະຫຍາຍມູນເຊື້ອ, ອຸທິດສະຕິປັນຍາ, ສົມເປັນທະຫານລຸງໂຮ່...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ປະຕິບັດວຽກງານສຶກສາອົບຮົມດ້ານການເມືອງ ແລະແນວຄິດເປັນປະຈຳ ເພື່ອໃຫ້ພະນັກງານ-ນັກຮົບ ມີຄຸນທາດຢ່າງໝັ້ນຄົງ ແລະ ມີຄວາມຮັບຜິດຊອບສູງ ໃນການປະຕິບັດພາລະໜ້າທີ່ຂອງຕົນ. ຍົກສູງຄວາມຮູ້, ຄວາມສາມາດກຽມພ້ອມສູ້ຮົບ, ພ້ອມແລ້ວທີ່ຈະເຂົ້າຮ່ວມການຊ່ວຍເຫຼືອປະຊາຊົນໃນການປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ໄພພິບັດ; ຈັດຕັ້ງການຝຶກແອບໃຫ້ບັນດາເປົ້າໝາຍນໍາໃຊ້ອາວຸດ, ຍຸດໂທປະກອນ ພາຫະນະເຕັກນິກຢ່າງຊໍານິຊຳນານ; ກໍ່ສ້າງກິດຈະກໍາຕໍ່ສູ້ທີ່ຮັບປະກັນຄວາມຮຽກຮ້ອງຕ້ອງການ ແລະຄຸນນະພາບ ...

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ ຖ່າຍຮູບກັບການນໍາກອງພົນນ້ອຍຊ່າງແສງ 25. ພາບ: qdnd.vn

ທ່ານປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ກອງພົນນ້ອຍຊ່າງແສງ 25 ສືບຕໍ່ຍູ້ແຮງການກໍ່ສ້າງກົມກອງໃຫ້ມີສະພາບແວດລ້ອມວັດທະນະທໍາທີ່ດີ, ຕິດພັນກັບຂະບວນການທົ່ວປວງຊົນສາມັກຄີກັນກໍ່ສ້າງຊີວິດວັດທະນະທໍາຢູ່ເຂດຊຸມຊົນ,  ສະໜິດຕິດພັນກັບປະຊາຊົນ; ຕັ້ງໜ້າເຂົ້າຮ່ວມບັນດາໂຄງການສະຫວັດດີການສັງຄົມຢູ່ທ້ອງຖິ່ນ ແລະ ປະຕິບັດວຽກງານນະໂຍບາຍແນວຫຼັງກອງທັບ ໃຫ້ດີ, ເປັນຕົ້ນແມ່ນບັນດາໝວດທະຫານ ປະຕິບັດໜ້າທີ່ຢູ່ເຂດຊາຍແດນ, ໝູ່ເກາະ, ຢູ່ບໍລິເວນທີ່ມີເງື່ອນໄຂເສດຖະກິດ-ສັງຄົມ ຫຍຸ້ງຍາກ.

ເດັດດ່ຽວຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້; ກໍ່ສ້າງຖັນແຖວພະນັກງານ ໃຫ້ມີຄຸນທາດການເມືອງທີ່ໝັ້ນຄົງ; ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທົດສອບຢ່າງບໍ່ຢຸດຢັ້ງ ເພື່ອປະຕິບັດສໍາເລັດທຸກໜ້າທີ່ວຽກງານເປັນຢ່າງດີ.

ໂດຍ: ທູຈາງ