ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້, ບັນດານັກສໍາມະນາກອນ - ພະນັກງານກອງທັບປະຊາຊົນລາວ ໄດ້ຮ່ຳຮຽນ, ຄົ້ນຄວ້າ 12 ຫົວເລື່ອງສະເພາະກ່ຽວກັບວຽກງານຫ້ອງການ; 9 ຫົວຂໍ້ກ່ຽວກັບວຽກງານຂົນຂວາຍປະຊາຊົນ, ໂຄສະນາເຜີຍແຜ່ພິເສດ; 3 ຫົວເລື່ອງສະເພາະກ່ຽວກັບວຽກງານນະໂຍບາຍ ແລະເຕັກນິກການພິມ... ໄປທັດສະນະສຶກສາ, ແລກປ່ຽນບົດຮຽນຢູ່ບາງກົມກອງຂອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ໂຄງວັນມິງ, ຫົວໜ້າຫ້ອງວ່າການກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: ຫວຽດຮ່າ.

ກ່າວຄຳເຫັນເປີດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ໂຄງວັນມິງ ຮຽກຮ້ອງໃຫ້ບັນດາຄູອາຈານຄວນເລືອກເອົາວິທີການສຶກສາແບບກະທັດລັດ, ເຂົ້າໃຈງ່າຍ, ຈື່ຈຳງ່າຍ; ສຸມໃສ່ເຮັດແຈ້ງບັນດາເນື້ອໃນພື້ນຖານ, ພິເສດແມ່ນຮູບການ, ວິທີການ, ຂັ້ນຕອນການຈັດຕັ້ງດຳເນີນວຽກງານຫ້ອງການ, ວຽກງານຂົນຂວາຍປະຊາຊົນ, ວຽກງານນະໂຍບາຍ ແລະເຕັກນິກການພິມ ໃນກອງທັບປະຊາຊົນຫວຽດນາມ ເພື່ອສາມາດນໍາໃຊ້ເຂົ້າໃນການເຄື່ອນໄຫວຕົວຈິງຂອງແຕ່ລະອົງການ, ກົມກອງຢ່າງມີປະສິດທິຜົນ.

ສຳລັບນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມ ຄວນຍົກສູງຈິດໃຈຄວາມຮັບຜິດຊອບ, ຜ່ານຜ່າຄວາມຫຍຸ້ງຍາກໃນການຮໍ່າຮຽນ, ເພີ່ມທະວີການເຈລະຈາ, ແລກປ່ຽນເພື່ອກໍາແໜ້ນບັນດາເນື້ອໃນ, ບັນຫາເອົາໃຈໃສ່ ເຊິ່ງສ້າງຄວາມເປີດອົກເປີດໃຈລະຫວ່າງຄູສອນ ແລະນັກສໍາມະນາກອນ; ປະຕິບັດລະບຽບການຂອງຫ້ອງຮຽນຢ່າງເຂັ້ມງວດ, ເປັນຕົ້ນແມ່ນການໄປມາ  ຮັບປະກັນຄວາມປອດໄພຢ່າງເດັດຂາດ; ຄະນະຈັດຕັ້ງຊຸດຝຶກອົບຮົມ ແລະບັນດາອົງການ, ກົມກອງທີ່ກ່ຽວຂ້ອງຕ້ອງປະຕິບັດຕາມແຜນການ ແລະໂຄງການຝຶກອົບຮົມ ທີ່ຫົວໜ້າກົມໃຫຍ່ການເມືອງ ໄດ້ເຊັນອະນຸມັດ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ສົມທົບກັນຢ່າງແໜ້ນແຟ້ນເພື່ອໃຫ້ຊຸດຝຶກອົບຮົມປະສົບຜົນສໍາເລັດ ແລະຮັບປະກັນຄວາມປອດໄພຢ່າງເດັດຂາດ.

ໂດຍ: ຈາງຫງວຽນ