leftcenterrightdel
ພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບພັນເອກ ວົງໄຊ ອິນທະຄໍາ. ພາບ: ຮວ່າງຫວູ.

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຊົມເຊີຍ ທ່ານພັນເອກ ວົງໄຊ ອິນທະຄໍາ ທີ່ໄດ້ປະຕິບັດສໍາເລັດອາຍຸການປະຕິບັດງານຢູ່ຫວຽດນາມ; ຕີລາຄາສູງຕໍ່ການປະກອບສ່ວນຂອງສະຫາຍ ໃນອາຍຸການປະຕິບັດງານ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ເນັ້ນໜັກເຖິງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເພິ່ງພໍໃຈຕໍ່ຜົນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ໃນໄລຍະຜ່ານມາ. ສອງຝ່າຍ ໄດ້ສົມທົບກັນຜັນຂະຫຍາຍອະນຸສັນຍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ກໍຄື ແຜນການຮ່ວມມືແຕ່ລະປີ ໄດ້ເປັນຢ່າງດີ, ພົ້ນເດັ່ນແມ່ນບັນດາຂົງເຂດແລກປ່ຽນຄະນະ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ການບໍາລຸງກໍ່ສ້າງ; ການຄຸ້ມຄອງ, ປົກປັກຮັກສາຊາຍ ແດນ; ໂຄສະນາກ່ຽວກັບການພົວພັນ ຫວຽດນາມ - ລາວ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຮວ່າງຫວູ.

ຊົມເຊີຍທ່ານພັນເອກ ວຽງໄຊ ສຸລິວົງ ໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງເປັນທີ່ປຶກສາທູດຝ່າຍປ້ອງກັນຊາດ ລາວ ປະຈໍາ ຫວຽດນາມ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ທ່ານພັນເອກ ວຽງໄຊ ສຸລິວົງ ຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຂອງທີ່ປຶກສາທູດຄົນກ່ອນ, ສົມທົບຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ເປັນ ຢ່າງດີ, ໃນນັ້ນສຸມໃສ່ເຂົ້າໃນການແລກປ່ຽນຄະນະ ແລະບັນດາກົນໄກຮ່ວມມື; ການບໍາລຸງກໍ່ສ້າງ; ການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ໂຄສະນາກ່ຽວກັບການພົວພັນ ຫວຽດນາມ - ລາວ; ສະຫຼຸບການປະຕິບັດອະນຸສັນຍາ ວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງກະຊວງປ້ອງກັນປະເທດ ໄລຍະ 2020-2024 ແລະກໍ່ສ້າງອະນຸສັນຍາ ໄລຍະ 2025-2029, ເພື່ອເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນ.

leftcenterrightdel
ພົນໂທ ຮວ່າງຊວນຈ໊ຽນ ແລະຜູ້ແທນ ພ້ອມດ້ວຍທີ່ປຶກສາທູດຝ່າຍປ້ອງກັນຊາດ ລາວ ປະຈໍາຫວຽດນາມ ທັງຜູ້ເກົ່າ ແລະຜູ້ໃໝ່. ພາບ: ຮວ່າງຫວູ.

ທ່ານພັນເອກ ວົງໄຊ ອິນທະຄໍາ ໄດ້ສະແດງຄວາມຂອບໃຈບັນດາສະຫາຍການນໍາກະຊວງປ້ອງກັນປະເທດຫວຽດນາມ ແລະບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ເອົາໃຈໃສ່, ໜູນຊ່ວຍ, ສ້າງ ເງື່ອນໄຂ ເພື່ອໃຫ້ ທ່ານ ປະຕິບັດສໍາເລັດອາຍຸການປະຕິບັດງານ; ເນັ້ນໜັກວ່າ ບໍ່ວ່າຈະຢູ່ໃນຕໍາແໜ່ງໃດກໍຕາມ ທ່ານ ກໍຈະສືບຕໍ່ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບໃຫ້ນັບມື້ນັບພັດທະນາໝັ້ນຄົງ.

ສ່ວນທ່ານພັນເອກ ວຽງໄຊ ສຸລິວົງ ຢັ້ງຢືນວ່າ ຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຂອງທີ່ປຶກສາທູດຄົນກ່ອນ, ສົມທົບຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໃຫ້ມີປະສິດທິຜົນ; ສະແດງຄວາມຫວັງວ່າ ຈະໄດ້ຮັບການເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂຂອງບັນດາສະຫາຍການນໍາກະຊວງປ້ອງກັນປະເທດຫວຽດນາມ ແລະບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອໃຫ້ສະຫາຍ ປະຕິບັດສໍາເລັດອາຍຸການປະຕິບັດງານຂອງຕົນ ໃຫ້ເປັນຢ່າງດີ.

ໂດຍ: ໄຊຊະນະ