leftcenterrightdel
ກຳປັ່ນ 286-ເລກຸ້ຍດົນ ພ້ອມດ້ວຍຄະນະປະຕິບັດງານອອກຈາກທ່າກຳປັ່ນ. ພາບ: ງອັກຈູງ

ຕາມແຜນການ, ຄະນະປະຕິບັດງານຈະເຂົ້າຢ້ຽມຢາມຂໍ່ານັບການນຳທ້ອງຖິ່ນ ແລະທະຫານເຮືອອິນໂດເນເຊຍ ແລະບຣູໄນ; ພົບປະກັບນັກສຶກສາຂອງສະຖາບັນທະຫານເຮືອອິນໂດເນເຊຍ; ແຂ່ງຂັນກິລາມິດຕະພາບກັບທະຫານເຮືອລາດຊະວົງບຣູໄນ; ຈັດຕັ້ງງານລ້ຽງ ຢູ່ເທິງເຮືອ; ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ແລະວັດທະນະທໍາທ້ອງຖິ່ນ. ນອກຈາກນີ້, ກຳປັ່ນ 286-ເລກຸ້ຍດົນ ແລະຄະນະປະຕິບັດງານຈະດຳເນີນການຝຶກຊ້ອມຕົວຈິງຢູ່ທະເລໃຫ້ນັກສຶກສາປີສຸດທ້າຍ (ລຸ້ນທີ 65).

ການຢ້ຽມຢາມເພື່ອແນໃສ່ປະຕິບັດທັດສະນະຊີ້ນຳຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ, ພ້ອມທັງເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະທະຫານເຮືອປະຊາຊົນຫວຽດນາມ ເວົ້າສະເພາະກັບກອງທັບ ແລະທະຫານເຮືອອິນໂດເນເຊຍ ແລະບຣູໄນ.

ໂດຍ: ໄຊນີດາ