leftcenterrightdel
ທ່ານພົນຕີ ເຈິ່ນຫວໍຢຸ້ງ, ຫົວໜ້າການເມືອງ ກອງບັນຊາການທະຫານເຂດ 4 ເປັນປະທານການຕ້ອນຮັບທ່ານພົນຕີ ປະສິດ ທ່ຽງທໍາ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: ຮວ່າງທ໊າຍ

ຕາງໜ້າຄະນະພັກ, ກອງບັນຊາການທະຫານເຂດ 4, ທ່ານພົນຕີ ເຈິ່ນຫວໍຢຸ້ງ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານພົນຕີ ປະສິດ ທ່ຽງທໍາ ພ້ອມດ້ວຍພັນລະຍາທີ່ໄດ້ມາຢ້ຽມຢາມ; ພິເສດ, ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານພົນຕີ ປະສິດ ທ່ຽງທໍາ ໃນຖານະຕຳແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ສະແດງໃຫ້ເຫັນສາຍພົວພັນພິເສດລະຫວ່າງສອງປະເທດ ແລະກອງທັບສອງປະເທດ. ພ້ອມກັນນັ້ນ, ສະແດງຄວາມປາດຖະໜາວ່າ ໃນຖານະຕຳແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານພົນຕີ ປະສິດ ທ່ຽງທໍາ ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາກຳລັງ, ສົມທົບກັນຢ່າງແໜ້ນແຟ້ນກັບທ້ອງຖິ່ນ, ກອງທັບ ແລະກຳລັງປະກອບອາວຸດທະຫານເຂດ 4, ປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນຂອງການປະຕິບັດໜ້າທີ່, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ.

leftcenterrightdel
ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ຖ່າຍຮູບເປັນທີ່ລະນຶກພ້ອມກັບການນໍາກອງບັນຊາການ ແລະອົງການທະຫານເຂດ 4. ພາບ: ຮວ່າງທ໊າຍ

ສ່ວນທ່ານພົນຕີ ປະສິດ ທ່ຽງທໍາ ຢັ້ງຢືນວ່າ ພັກ, ລັດ, ກອງທັບ, ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນລາວ ຍາມໃດກໍ່ຮັບຮູ້ ແລະຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ດ້ວຍຄວາມຮັບຜິດຊອບ ແລະມີປະສິດທິຜົນຂອງທະຫານເຂດ 4 ທີ່ມີຕໍ່ລາວ ໃນການຕໍ່ສູ້ ຕ້ານສັດຕູລວມ ແລະໃນພາລະກິດປ່ຽນແປງໃໝ່ປະຈຸບັນ. ພິເສດ, ໃນການຊ່ວຍເຫຼືອປະຊາຊົນລາວ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ, ລາວ ຍາມໃດກໍ່ເຊື່ອໝັ້ນ ແລະມີຄວາມອຸ່ນອ່ຽນໃຈຍ້ອນມີເພື່ອນມິດຫວຽດນາມ ສັດຊື່ບໍລິສຸດ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບລາວ ທັງໃນຍາມທຸກຍາກທີ່ສຸດ. ພ້ອມທັງເຊື່ອໝັ້ນວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ອ້າຍນ້ອງ ເວົ້າລວມ ແລະກອງທັບສອງປະເທດ ເວົ້າສະເພາະ ຈະຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ຕາມຄວາມມຸ່ງມາດປາດຖະໜາຂອງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ