ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ທ່ານພົນໂທ ຫງວຽນວັນເຫງ້ຍ ໄດ້ຮັບຮູ້, ຍ້ອງຍໍບັນດາອົງການ, ກົມກອງທີ່ໄດ້ເປັນເຈົ້າການເປັນເສນາທິການ, ສະເໜີ, ປະຕິບັດວຽກງານກະກຽມໃຫ້ການເຄື່ອນໄຫວເດີນສວນສະໜາມ, ແຫ່ຂະບວນເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ.

ທ່ານພົນໂທ ຫງວຽນວັນເຫງ້ຍ ຊີ້ນຳບັນດາອົງການ, ກົມກອງທີ່ກ່ຽວຂ້ອງສືບຕໍ່ຜັນຂະຫຍາຍບັນດາວຽກງານກະກຽມຢ່າງຮີບດ່ວນ; ພິເສດແມ່ນຊັບພະຍາກອນມະນຸດ, ອາວຸດຍຸດໂທປະກອນ, ເປັນເຈົ້າການສ້າງຕັ້ງບັນດາກຸ່ມເດີນສວນສະໜາມ, ແຫ່ຂະບວນເພື່ອຝຶກແອບໂດຍໄວ. ພິເສດ, ບັນດາກົມກອງທີ່ມີກຳລັງລົດ ແລະປືນໃຫຍ່ ຕ້ອງເປັນເຈົ້າການກະກຽມຫຼັກສູດການຝຶກຊ້ອມ, ສຳຫຼວດເສັ້ນທາງເຄື່ອນທີ່, ໂຮມຊຸມນຸມ, ຮັບປະກັນຄວາມປອດໄພ, ຖືກຕາມເວລາ, ເໝາະສົມກັບສະພາບຕົວຈິງ.

leftcenterrightdel
ທ່ານພົນໂທ ຫງວຽນວັນເຫງ້ຍ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມແຜນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ພິທີເດີນສວນສະໜາມ, ແຫ່ຂະບວນຈະຖືກຈັດຂຶ້ນຢ່າງສົມກຽດ, ເຂັ້ມແຂງ, ເປັນກໍາລັງຫຼວງ, ປອດໄພ ແລະປະຢັດ. ບັນດາກຳລັງທີ່ເຂົ້າຮ່ວມກະທັດລັດ, ທັນສະໄໝ, ສະແດງໃຫ້ເຫັນຄວາມເປັນເອກະພາບ, ເປັນກໍາລັງຫຼວງຂອງກຳລັງປະກອບອາວຸດປະຊາຊົນ. ບັນດາການເຄື່ອນໄຫວສະແດງໃຫ້ເຫັນສີສັນວັດທະນະທຳ ແລະຄວາມປາດຖະໜາຢາກມີສັນຕິພາບຂອງຊາດ.

ໂດຍ: ຈາງຫງວຽນ