ຈຸດພົ້ນເດັ່ນໃນຂະບວນການແຂ່ງຂັນເດັດຂາດມີໄຊຂອງກໍາລັງປະກອບອາວຸດ ແຂວງຫາຍເຢືອງ ແມ່ນມຸ່ງໄປສູ່ການປະຕິບັດພາລະບົດບາດການເປັນເສນາທິການໃຫ້ແກ່ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຜັນຂະຫຍາຍປະຕິບັດໜ້າທີ່ການປ້ອງກັນຊາດ, ການທະຫານທ້ອງຖິ່ນໃຫ້ເປັນຢ່າງດີ ແລະມີໄຊ. ພິເສດ, ກອງບັນຊາການທະຫານແຂວງໄດ້ເປັນເສນາທິການໃຫ້ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງຫຼາຍມາດຕະການນໍາພາ, ຊີ້ນໍາການກໍ່ສ້າງກໍາລັງບົ່ມຊ້ອນໃນເຂດປ້ອງກັນຂັ້ນແຂວງ ແລະຂັ້ນເມືອງ, ໂດຍສະເພາະແມ່ນການກໍ່ສ້າງພາກສ່ວນ, ທ່າຮົບໃນເຂດປ້ອງກັນຕິດພັນກັບການວາງແຜນຜັງພັດທະນາເສດຖະກິດ-ສັງຄົມ ໃນບໍລິເວນ, ສ້າງທ່າຮົບຢ່າງຕໍ່ເນື່ອງ, ໝັ້ນແກ່ນສະໄໝສັນຕິພາບ, ສະໄໝສົງຄາມ.

ໃນນັ້ນ, ໃຫ້ບຸລິມະສິດການວາງແຜນຜັງ, ການກໍ່ສ້າງບັນດາພາກສ່ວນ, ທ່າຮົບຖານສູ້ຮົບ, ຖານແນວຫຼັງ, ສະໜາມຝຶກແອບ, ສະໜາມຍິງປືນ ແລະບັນດາກິດຈະການສູ້ຮົບຢູ່ບັນດາເມືອງ, ນະຄອນ, ເທດສະບານແຂວງ. ຜັນຂະຫຍາຍການກໍ່ສ້າງສໍານັກງານຂອງກອງບັນຊາການທະຫານຂັ້ນຕາແສງເທື່ອລະກ້າວ; ເພີ່ມທະວີການນໍາພາຂອງຄະນະພັກ, ການຄຸ້ມຄອງຂອງອໍານາດການປົກຄອງຕໍ່ກັບໜ້າທີ່ປ້ອງກັນຊາດ, ການທະຫານທ້ອງຖິ່ນ; ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດ ຕິດພັນກັບພື້ນຖານປ້ອງກັນຄວາມສະຫງົບປະຊາຊົນ, ທ່າຮົບປ້ອງກັນຄວາມສະຫງົບປະຊາຊົນໃນເຂດປ້ອງກັນຂອງແຂວງໃຫ້ນັບມື້ນັບໝັ້ນຄົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່.

leftcenterrightdel
ການນໍາກອງບັນຊາການທະຫານແຂວງຫາຍເຢືອງ ອວຍພອນບັນດານັກຮົບຍິງເກັ່ງຢູ່ກອງພັນໃຫຍ່ 125 (ກອງບັນຊາການທະຫານແຂວງຫາຍເຢືອງ). ພາບ: ແທັງຕ໊ວນ

ພ້ອມກັນນັ້ນ, ຂະບວນການແຂ່ງຂັນເດັດຂາດມີໄຊຂອງກໍາລັງປະກອບອາວຸດແຂວງ ຍັງສຸມໃສ່ເຂົ້າໃນວຽກງານອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ກໍ່ສ້າງລະບຽບແບບແຜນ, ຝຶກຝົນຫຼໍ່ຫຼອມລະບຽບວິໄນ, ຍ້ອນວ່ານີ້ແມ່ນໜ້າທີ່ໃຈກາງ, ເປັນປະຈໍາ, ສ້າງກໍາລັງແຮງເພື່ອກໍ່ສ້າງກໍາລັງປະກອບອາວຸດແຂວງປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ກ້າວຂຶ້ນທັນສະໄໝ. ກໍາລັງປະກອບອາວຸດແຂວງຫາຍເຢືອງ ໄດ້ຍູ້ແຮງການປ່ຽນແປງໃໝ່ວຽກງານອົບຮົມຫັດແອບ, ກຽມພ້ອມສູ້ຮົບ, ກໍ່ສ້າງລະບຽບແບບແຜນ, ຝຶກຝົນຫຼໍ່ຫຼອມລະບຽບວິໄນ ແລະບັນລຸໝາກຜົນພົົ້ນເດັ່ນຫຼາຍຢ່າງ, ສ້າງການຫັນປ່ຽນຮອບດ້ານ, ໝັ້ນຄົງ. ບັນດາອົງການ, ກົມກອງລ້ວນແຕ່ມານະພະຍາຍາມສູ້ຊົນປະຕິບັດແຜນນະໂຍບາຍ “ໜຶ່ງສຸມໃສ່, ສາມຂອດບຸກທະລຸ”; ປຸກລະດົມຂະບວນການເສີມຂະຫຍາຍຫົວຄິດປະດິດສ້າງ, ດັດແປງເຕັກນິກ; ຍົກລະດັບສະໜາມຝຶກແອບ, ສະໜາມຍິງປືນທຸກຂັ້ນ, ເຮັດໃໝ່ຮູບແບບອຸປະກອນການຮຽນຮັບໃຊ້ການອົບຮົມຫັດແອບ, ຝຶກຊ້ອມ. ວຽກງານຊີ້ນໍາ, ຄຸ້ມຄອງບໍລິຫານການອົບຮົມຫັດແອບມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ.

ບັນດາກົມກອງ ໄດ້ຈັດຕັ້ງການອົບຮົມຫັດແອບຕາມຂັ້ນຕອນທີ່ເປັນເອກະພາບ, ຄົບຊຸດ, ຕິດແທດກັບທິດນໍາທີ່ວ່າ “ພື້ນຖານ, ແທດຈິງ, ໝັ້ນຄົງ”, ຕັ້ງໜ້າປ່ຽນແປງໃໝ່ເນື້ອໃນ, ການຈັດຕັ້ງ ແລະວິທີການ, ໃກ້ຊິດຕິດແທດກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ ແລະບໍລິເວນການເຄື່ອນໄຫວຂອງກົມກອງ. ຄຸນນະພາບການອົບຮົມຫັດແອບຂອງກໍາລັງປະກອບອາວຸດ ໄດ້ຮັບການຍົກສູງຂຶ້ນ. ຜົນການອົບຮົມຫັດແອບກໍາລັງປະຈໍາການບັນລຸ ແລະລື່ນຄາດໝາຍທີ່ວາງອອກ; ການອົບຮົມຫັດແອບທະຫານລາດປ້ອງກັນຕົວ 100% ບັນລຸຄວາມຕ້ອງການທີ່ວາງອອກ, ໃນນັ້ນກວ່າ 80% ແມ່ນຢູ່ໃນປະເພດດີ, ເກັ່ງ; ກໍາລັງສໍາຮອງ ໄດ້ຮັບການລົງທະບຽນ ແລະຄຸ້ມຄອງຢ່າງໜັກແໜ້ນ, ບັນລຸຄາດໝາຍ 100%. ແຕ່ລະປີ ມີ 25% ຕາແສງ ຈັດຕັ້ງການຝຶກຊ້ອມສູ້ຮົບຢູ່ໃນເຂດປ້ອງກັນ; ຂັ້ນແຂວງ, ຂັ້ນເມືອງ ລ້ວນແຕ່ປະຕິບັດສໍາເລັດແຜນການຝຶກຊ້ອມ, ບັນລຸໝາກຜົນເປັນຢ່າງດີ...

ດ້ວຍບັນດາຜົນງານທີ່ບັນລຸໄດ້, ແຕ່ປີ 2019 ມາຮອດປັດຈຸບັນ, ກໍາລັງປະກອບອາວຸດແຂວງຫາຍເຢືອງ ໄດ້ຮັບທຸງແຂ່ງຂັນດີເລີດຈາກກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 3 ແລະຄະນະກໍາມະການປະຊາຊົນແຂວງຫາຍເຢືອງ ຢ່າງຕໍ່ເນື່ອງ; ພິເສດ, ປີ 2022, ກອງບັນຊາການທະຫານແຂວງຫາຍເຢືອງ  ໄດ້ຮັບຫຼຽນໄຊວິລະກໍາ ຊັ້ນສອງຈາກປະທານປະເທດ; ເຂົ້າຮ່ວມການແຂ່ງຂັນຕ່າງໆທີ່ຂັ້ນເທິງຈັດຕັ້ງສາມາດບັນລຸໄດ້ຜົນງານສູງ, ພົ້ນເດັ່ນ, ຄື: ຍາດໄດ້ອັນດັບສາມການແຂ່ງຂັນຫົວໜ້າການທະຫານ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ນະຄອນຂຶ້ນກັບສູນກາງ ປີ 2022 ໂດຍກະຊວງປ້ອງກັນປະເທດ ຈັດຕັ້ງ; ປີ 2022 ເຂົ້າຮ່ວມງານມະໂຫລານໂທລະພາບທົ່ວກອງທັບ ຄັ້ງທີ XIII ຄວ້າໄດ້ 2 ຫຼຽນຄໍາ; ອັນດັບສອງການແຂ່ງຂັນກິລາກໍາລັງລົດຕັງ-ຍານເກາະ ປີ 2019 ໂດຍທະຫານເຂດ 3 ຈັດຕັ້ງ...

ເພື່ອບັນລຸໄດ້ບັນດາຜົນງານດັ່ງກ່າວ, ບົດຮຽນປະສົບການໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊຂອງກໍາລັງປະກອບອາວຸດແຂວງຫາຍເຢືອງ ແມ່ນ: ກ່ອນອື່ນໝົດ, ຄະນະພັກ, ຄະນະບັນຊາທຸກຂັ້ນ, ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງ, ຜູ້ນໍາພາບັນດາອົງການ, ກົມກອງ ຕ້ອງມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບທີ່ຕັ້ງ, ຄວາມໝາຍ, ຄວາມສໍາຄັນຂອງວຽກງານແຂ່ງຂັນ-ຍ້ອງຍໍ ແລະຂະບວນການແຂ່ງຂັນເດັດຂາດມີໄຊ; ເອົາໃຈໃສ່ນໍາພາ, ຊີ້ນໍາຢ່າງເປັນປະຈໍາ, ລົງທຶນໃຫ້ແກ່ການແຂ່ງຂັນ-ຍ້ອງ ຍໍ ແລະຂະບວນການແຂ່ງຂັນໃຫ້ສົມເຫດສົມຜົນ; ຍາມໃດກໍເປັນແບບຢ່າງ, ກ້າຄິດ, ກ້າເຮັດ, ກ້າປ່ຽນແປງໃໝ່ປະດິດສ້າງ ແລະກ້າຮັບຜິດຊອບ. ການກໍານົດເນື້ອໃນ, ຄາດໝາຍແຂ່ງຂັນໄດ້ຕິດແທດກັບການກໍານົດທິດຂອງຂັ້ນເທິງ, ຕິດແທດກັບຈຸດພິເສດຂອງສະພາບການ, ໜ້າທີ່ຂອງກົມກອງ, ທ້ອງຖິ່ນ, ຮັບປະກັນລັກສະນະແທດຈິງ, ມີຄວາມເປັນໄປໄດ້; ຕີລາຄາຜົນການແຂ່ງຂັນຮັບປະກັນພາວະວິໄສບົນພື້ນຖານພິຈາລະນາຮອບດ້ານ, ລະດົມກໍາລັງໃຈ, ສົ່ງເສີມຍ້ອງຍໍຢ່າງທັນການ ເພື່ອສ້າງກໍາລັງໜູນສູ້ຊົນ. ສົມທົບຢ່າງແໜ້ນແຟ້ນລະຫວ່າງຂະບວນການແຂ່ງຂັນເດັດຂາດມີໄຊກັບຂະບວນການແຂ່ງຂັນຮັກຊາດ, ບັນດາບັ້ນຂົນຂວາຍຂອງພັກ, ລັດ, ກອງທັບ ແລະທ້ອງຖິ່ນ, ເຮັດໃຫ້ຂະບວນການແຂ່ງຂັນພັດທະນາຮອບດ້ານ, ໝັ້ນຄົງ.

ວິວັດການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຕ້ອງສຸມໃສ່ເປົ້າໝາຍ, ໜ້າທີ່ຈຸດສຸມ, ມຸ່ງໄປສູ່ການປະຕິບັດບັນດາຂອດບຸກທະລຸ, ໜ້າທີ່ໃໝ່ ແລະຍາກ ເພື່ອແກ້ໄຂຂອດອ່ອນ, ດ້ານອ່ອນ, ຕ້ານການເຮັດເອົາແຕ່ຮູບການ, ກະແຈກກະຈາຍ... ຄຽງຂ້າງນັ້ນ, ປະຕິບັດວຽກງານຄົ້ນພົບ, ບໍາລຸງກໍ່ສ້າງ ແລະທະວີຄູນບັນດາແບບຢ່າງກ້າວໜ້າໃຫ້ເປັນຢ່າງດີ; ສົມທົບຢ່າງແໜ້ນແຟ້ນ ລະຫວ່າງການແຂ່ງຂັນກັບການຍ້ອງຍໍ, ການແຂ່ງຂັນ-ຍ້ອງຍໍກັບວຽກງານນະໂຍບາຍ, ວຽກງານພະນັກງານ; ເອົາໃຈໃສ່, ສ້າງເງື່ອນໄຂສະດວກ ໃຫ້ແກ່ພະນັກງານ, ນັກຮົບທີ່ມີຜົນງານດີເລີດໃນການແຂ່ງຂັນພັດທະນາ, ເຕີບໃຫຍ່ຂະຫຍາຍຕົວ, ພ້ອມທັງເດັດດ່ຽວຕ້ານ “ພະຍາດຜົນງານ” ແລະແນວຄິດໃນຕົວ, ພໍໃຈ”.

ໂດຍ: ໄຊຊະນະ