leftcenterrightdel
ຫົວໜ້າກອງລາດຕະເວນຂອງທັງສອງຝ່າຍປະຕິບັດພິທີການຢູ່ຫຼັກໝາຍຊາຍແດນທີ 382. ພາບ: nhandan.vn

ນີ້ແມ່ນການເຄື່ອນໄຫວເປັນປະຈຳ ແລະສຳຄັນຂອງ 2 ກົມກອງ, ເພື່ອແນໃສ່ກວດພົບບັນດາກໍລະນີລະເມີດກົດລະບຽບຊາຍແດນ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ຊາຍແດນຢ່າງທັນການ, ປົກປັກຮັກສາຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດຊາຍແດນ, ຫຼັກໝາຍຊາຍແດນ ແລະພ້ອມທັງ ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຢູ່ບໍລິເວນສອງຟາກຊາຍແດນ.

leftcenterrightdel
ລາດຕະເວນສອງຝ່າຍເພື່ອປ້ອງກັນຊາຍແດນ. ພາບ: nhandan.vn

ກຳລັງລາດຕະເວນໄດ້ຜ່ານຜ່າຄວາມຫຍຸ້ງຍາກທາງດ້ານພູມສັນຖານທີ່ທຸລະກັນດານ ແລະດິນຟ້າອາກາດຮ້າຍແຮງ, ໄດ້ກວດສັນຍານເສັ້ນຊາຍແດນ, ກວດກາສະພາບຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ ນັບແຕ່ຫຼັກໝາຍຊາຍແດນທີ 381 ຫາຫຼັກໝາຍຊາຍແດນທີ 382, ມີເສັ້ນທາງເປັນປ່າ ຍາວປະມານ 4 ກິໂລແມັດ.

ຜົນການລາດຕະເວນ,  ສັນຍານຊາຍແດນບໍ່ຖືກເຄື່ອນຍ້າຍ, ບັນດາຫຼັກໝາຍຊາຍແດນຫວຽດນາມ - ລາວ ຮັບປະກັນຢູ່ໃນສະພາບເດີມ, ປອດໄພ.

leftcenterrightdel
ຫົວໜ້າກອງລາດຕະເວນຄ້າຍທະຫານຊາຍແດນຍົນມາຍ ທາສີຫຼັກໝາຍຊາຍແດນ. ພາບ: nhandan.vn

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ແລກປ່ຽນສະພາບການດ້ານຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ສອງຟາກຊາຍແດນ, ໄດ້ລົງນາມໃນບົດບັນທຶກຜົນການລາດຕະເວນ, ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ຈັດຕັ້ງການຖອດຖອນບົດຮຽນ, ສະເໜີແຜນນະໂຍບາຍ ແລະມາດຕະການ, ເຫັນດີເປັນເອກະພາບກ່ຽວກັບເວລາ ແລະເນື້ອໃນຂອງການລາດຕະເວນຄັ້ງຕໍ່ໄປ.

ເພື່ອຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ 2 ກົມກອງ, ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນຍົນມາຍ ໄດ້ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 217, ກອງບັນຊາການທະຫານແຂວງຫົວພັນ.

ໂດຍ: ທະນາພອນ