ໂດຍຊາບຊຶມບັນດາຄໍາສັ່ງ, ມະຕິຂອງຂັ້ນເທິງຢ່າງເລິກເຊິ່ງກ່ຽວກັບການສືບຕໍ່ປ່ຽນແປງໃໝ່ວຽກງານແຂ່ງຂັນ ແລະຍ້ອງຍໍຊົມເຊີຍ, ຄະນະພັກ, ກອງບັນຊາການທະຫານແຂວງຮ່າຕິ້ງ ໄດ້ສຸມໃສ່ຊີ້ນຳ, ນຳພາການປ່ຽນແປງໃໝ່ເນື້ອໃນ, ຮູບແບບ, ຍົກສູງຄຸນນະພາບ, ປະສິດທິຜົນວຽກງານແຂ່ງຂັນ-ຍ້ອງຍໍຊົມເຊີຍ ແລະຂະບວນການແຂ່ງຂັນເດັດຂາດມີໄຊ.

ໃນແຕ່ລະປີ ແລະແຕ່ລະໄລຍະ, ຄະນະພັກ, ຜູ້ບັນຊາການທຸກຂັ້ນ ໄດ້ມີມະຕິນຳພາ, ແຜນການຜັນຂະຫຍາຍຈັດຕັ້ງປະຕິບັດຂະບວນການແຂ່ງຂັນເດັດຂາດມີໄຊ, ໃນນັ້ນໄດ້ກຳນົດຢ່າງຈະແຈ້ງກ່ຽວກັບເນື້ອໃນທີ່ຕ້ອງສຸມໃສ່ສ້າງບາດກ້າວບຸກທະລຸໃກ້ຊິດຕິດແທດກັບໜ້າທີ່ວຽກງານ. ຫ້ອງການເມືອງທຸກຂັ້ນຕ້ອງປະຕິບັດພາລະບົດບາດເປັນເສນາທິການ, ແນະນຳ, ຈັດຕັ້ງປະຕິບັດໃຫ້ເປັນຢ່າງດີ, ຫັນນະໂຍບາຍ, ເປົ້າໝາຍ, ມາດຕະການແກ້ໄຂລະອຽດຂອງຂະບວນການແຂ່ງຂັນ  ໃຫ້ກາຍເປັນການກະທໍາທີ່ລະອຽດ, ໃກ້ຊິດຕິດແທດກັບສະພາບຕົວຈິງຂອງທະຫານ.

ເປົ້າໝາຍທີ່ສຳຄັນແຖວໜ້າ, ຕະຫຼອດໃນການຈັດຕັ້ງຂະບວນການແຂ່ງຂັນເດັດຂາດມີໄຊໄດ້ຮັບການກໍານົດໂດຍອົງຄະນະພັກ ແລະກໍາລັງປະກອບອາວຸດແຂວງວ່າແມ່ນ: ກໍ່ສ້າງອົງຄະນະພັກການທະຫານແຂວງ, ບັດດາອົງການຈັດຕັ້ງພັກທີ່ຂຶ້ນກັບ, ອົງຄະນະພັກການທະຫານບັນດາທ້ອງຖິ່ນໃຫ້ມີຄວາມໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະພະນັກງານ. ນັບແຕ່ນັ້ນມາ, ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນໄດ້ສຸມໃສ່ຊີ້ນຳນຳພາປະຕິບັດວຽກງານກໍ່ສ້າງພັກຢ່າງຄົບຊຸດ, ຕິດພັນການຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ກັບການປະຕິບັດມະຕິສູນກາງພັກ ຄັ້ງທີ 4 (ຊຸດທີ XI, XII) ກ່ຽວກັບການກໍ່ສ້າງພັກ, ມະຕິເລກທີ 847-NQ/QUTW, ລົງວັນທີ 28 ທັນວາ 2021 ຂອງຄະນະພັກການທະຫານສູນກາງ ກ່ຽວກັບການເສີມຂະຫຍາຍຄຸນສົມບັດຂອງທະຫານລຸງໂຮ່, ເດັດດ່ຽວຕ້ານລັດທິສ່ວນຕົວໃນສະພາບການໃໝ່. ຍູ້ແຮງການກໍ່ສ້າງໜ່ວຍພັກ “3 ດີ, 3 ບໍ່”, “ໜ່ວຍພັກ 4 ດີ”, “ອົງຄະນະພັກຮາກຖານ 4 ດີ”.

ໂດຍໃກ້ຊິດຕິດແທດກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ທາງກໍາລັງປະກອບອາວຸດແຂວງຮ່າຕິ້ງ ໄດ້ເປັນເຈົ້າການ, ຄາດຄະເນສະພາບການຢ່າງຊັດເຈນ, ເປັນເສນາທິການໃຫ້ຂັ້ນເທິງເພີ່ມທະວີ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງເຂດປ້ອງກັນໃຫ້ນັບມື້ນັບໜັ້ກແໜ້ນ. ບັນດາອົງການ, ກົມກອງໄດ້ຈັດຕັ້ງຂະບວນການແຂ່ງຂັນ “ຝຶກແອບເກັ່ງ, ສາມັກຄີກັນດີ, ມີລະບຽບວິໄນຢ່າງເຂັ້ມງວດ, ກຽມພ້ອມສູ້ຮົບສູງ”.

leftcenterrightdel
ການນໍາແຂວງຮ່າຕິ້ງ ແລະການນໍາກອງບັນຊາການທະຫານແຂວງຮ່າຕິ້ງ ກວດກາອາວຸດ, ຍຸດໂທປະກອນໃນການຝຶກຊ້ອມເຂດປ້ອງກັນແຂວງປີ  2023. ພາບ: qdnd.vn

ແຕ່ລະປີ, ກໍາລັງປະກອບອາວຸດແຂວງ ໄດ້ປະຕິບັດສໍາເລັດ 100% ເນື້ອໃນ, ເປົ້າໝາຍໃນການຝຶກແອບ; ໝາກຜົນແຫ່ງການຝຶກແອບບັນດາເປົ້າໝາຍບັນລຸຄວາມຮຽກຮ້ອງຕ້ອງການ  100%, ໃນນັ້ນ 87% ແມ່ນດີ ແລະດີເລີດ. ວຽກງານຄົ້ນຄວ້າຂໍ້ລິເລີ່ມ ແລະດັດແປງດ້ານເຕັກນິກ ເພື່ອຮັບໃຊ້ວຽກງານຝຶກແອບ,  ກຽມພ້ອມສູ້ຮົບຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່; ນັບແຕ່ປີ 2019 ມາຮອດປັດຈຸບັນ, ກໍາລັງປະກອບອາວຸດແຂວງມີ 559 ມາດຕະການແກ້ໄຂ, ຂໍ້ລິເລີ່ມໄດ້ໝູນໃຊ້ຢ່າງມີປະສິດທິຜົນ. ບັນດາກົມກອງທີ່ເປັນເສນາທິການ,  ຈັດຕັ້ງການຝຶກຊ້ອມເຂດປ້ອງກັນຂັ້ນແຂວງ ປີ 2023 ເປັນຢ່າງດີ, ບັນດາການຝຶກຊ້ອມເຂດປ້ອງກັນຂັ້ນເມືອງ, ການຝຶກຊ້ອມສູ້ຮົບເຂດປ້ອງກັນຂັ້ນຕາແສງ; ສົມທົບກັນເປັນເສນາທິການ, ຊີ້ນຳປະຕິບັດວຽກງານຄັດເລືອກທະຫານ, ຮັບສະໝັກນັກຮຽນການທະຫານຢ່າງມີປະສິດທິຜົນ. ວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດ ຍາມໃດກໍ່ໄດ້ຮັບການຮັກສາ  ແລະເພີ່ມທະວີ.

ບັນດາຂະບວນການແຂ່ງຂັນ “ກໍ່ສ້າງກົມກອງຄຸ້ມຄອງການເງິນທີ່ດີ”; “ຂະແໜງພະລາທິການກອງທັບປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່”; “ກໍ່ສ້າງກົມກອງລ້ຽງທະຫານທີ່ດີ, ຄຸ້ມຄອງພະລາທິການທີ່ດີ” ແລະການປຸກລະດົມ 50 ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກກຳລັງປະກອບອາວຸດແຂວງ ແລະປະຕິບັດບັນລຸໝາກຜົນສູງ. ຂະບວນການແຂ່ງຂັນ “ກອງທັບຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”, “ກອງທັບຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ” ໄດ້ຮັບການຜັນຂະຫຍາຍຈາກບັນດາອົງການ, ກົມກອງດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງ, ມີປະສິດທິຜົນ ແລະໄດ້ຮັບການຕີລາຄາສູງຈາກຄະນະພັກ; ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະປະຊາຊົນທ້ອງຖິ່ນຮັບຮູ້ ແລະຕີລາຄາສູງ.

ໂດຍປະຕິບັດຂະບວນການແຂ່ງຂັນເດັດຂາດມີໄຊ ໄລຍະ 2019-2024, ໄດ້ປະກອບສ່ວນສຳຄັນເພື່ອໃຫ້ກຳລັງປະກອບອາວຸດແຂວງຮ່າຕິ້ງ ປະຕິບັດສຳເລັດໜ້າທີ່ການເມືອງທີ່ໄດ້ມອບໝາຍ, ໃນນັ້ນ ມີຫຼາຍໜ້າທີ່ປະຕິບັດສໍາເລັດຢ່າງດີເລີດ. ໃນໄລຍະຈະມາເຖິງ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານນັບມື້ນັບສູງຂຶ້ນ, ກໍາລັງປະກອບອາວຸດແຂວງຮ່າຕິ້ງ ສືບຕໍ່ກໍານົດການເຄື່ອນໄຫວແຂ່ງຂັນໃຫ້ບຸກທະລຸ, ແກ້ໄຂຈຸດອ່ອນ, ແກ້ໄຂຄວາມຫຍຸ້ງຍາກ, ວຽກໃໝ່, ສ້າງກໍາລັງໜູນຊຸກຍູ້ບັນດາໝູ່ຄະນະ, ບຸກຄົນບືນຕົວຂຶ້ນຍາດເອົາຜົນງານໃໝ່, ປະກອບສ່ວນກໍ່ສ້າງກຳລັງປະກອບອາວຸດແຂວງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ ແລະດີເດັ່ນ”, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ໂດຍ: ທູຈາງ