ກ່າວຄຳເຫັນທີ່ການກວດກາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຮ່ວມມືລະຫວ່າງ 2 ປະເທດໃນການຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມ, ໄດ້ສະແດງໃຫ້ເຫັນຈິດໃຈມະນຸດສະທຳ ແລະເຈດຕະນາດີຂອງລັດຖະບານ ແລະປະຊາຊົນຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ນຳການພົວພັນ ແລະການເຄື່ອນໄຫວຂອງສອງປະເທດໃຫ້ສົມກັບການພົວພັນໃນປະຈຸບັນ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ VNOSMP, ບັນດາອົງການ, ກໍາລັງເຈົ້າໜ້າທີ່ຂອງແຂວງແຄ໊ງຮວ່າ  ແລະຝ່າຍອາເມລິກາ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອເຄື່ອນໄຫວຄົ້ນຫາຢູ່ທະເລທີ່ດຳເນີນໄປຢ່າງປອດໄພ, ມີປະສິດທິຜົນ ແລະບັນລຸໄດ້ໝາກຜົນທີ່ຕັ້ງໜ້າ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢ້ຽມຢາມ ແລະກວດກາການເຄື່ອນໄຫວປະສົມ ເພື່ອຄົ້ນຫາທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມ.  ພາບ: ຫວູຢຸຍຫ໊ຽນ

ຕາງໜ້າໃຫ້ສະຖານທູດອາເມລິກາ ແລະອົງການກວດກາໄລ່ລຽງຊະເລີຍເສິກ ແລະຜູ້ຫາຍສາບສູນ (DPAA), ທ່ານນາງ Lynne Gadkowski ອຸປະທູດຊົ່ວຄາວ ໄດ້ສະແດງຄວາມ ຂອບໃຈຕໍ່ຄວາມມານະພະຍາຍາມຂອງລັດຖະບານ ແລະປະຊາຊົນຫວຽດນາມ ໃນການຮ່ວມມື MIA ໃນໄລຍະ 50 ປີຜ່ານມາ. 

ທ່ານນາງ  Lynne Gadkowski ໄດ້ສະແດງຄວາມສະເທືອນໃຈຕໍ່ການກະທຳເພື່ອຄວາມຍຸຕິທຳ ແລະການຊີ້ນໍາພ້ອມກັນເຂົ້າຮ່ວມໂດຍກົງໃນການເຄື່ອນໄຫວ MIA ຂອງພັກ ແລະລັດຫວຽດນາມ; ພ້ອມທັງຢືນຢັນວ່າ ລັດຖະບານ ອາເມລິກາ ຈະສືບຕໍ່ໃຫ້ບຸລິມະສິດຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນການລ້າງທາດພິດດີໂອຊີນ ຢູ່ສະໜາມບິນບຽນຮວ່າ ໃຫ້ໝົດ ແລະສະໜອງຂໍ້ມູນຂ່າວສານ, ຖ່າຍທອດເຕັກໂນໂລຢີ ສັນລະສູດ DNA  ອັດຖິຂອງນັກຮົບເສຍສະຫຼະຊີວິດຫວຽດນາມ.

ໂດຍ: ທະນາພອນ