ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນມູນເຊື້ອຂະແໜງພະລາທິການກອງທັບ (11-7-1950/11-7-2024) ແລະສະເຫຼີມສະຫຼອງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 77 ປີ (27-7-1947/27-7-2024). ເຂົ້າຮ່ວມ ແລະເປັນປະທານພິທີ ມີທ່ານພົນຈັດຕະວາ ຮີ່ງເຕິ໊ນຮຸ່ງ, ຮອງຫົວໜ້າ, ຫົວໜ້າເສນາທິການກົມໃຫຍ່ພະລາທິການ.

leftcenterrightdel
ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການ, ຜູ້ຕາງໜ້າທ້ອງຖິ່ນ ມອບຂອງຂວັນໃຫ້ຄອບຄົວທະຫານເສຍອົງຄະນາງ ຫງວຽນທິເຕ໊. ພາບ: ເລໂຮ່

ນາງ ຫງວຽນທິເຕ໊ ແມ່ນລູກສາວຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງວຽນວັນເຈີຍ (ເສຍຊີວິດໃນປີ 1952). ນາງ ເປັນທະຫານເສຍອົງຄະ ¾, ຖືກສັດຕູຈັບ ແລະຈໍາຄຸກ, ເປັນຄອບຄົວນະໂຍບາຍປະສົບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່. ເຮືອນ “ມະຫາສາມັກຄີ” ທີ່ມອບໃຫ້ນາງ ຫງວຽນທິເຕ໊ ໄດ້ກໍ່ສ້າງໃນເນື້ອທີ່ 60 ຕາແມັດ. ໃນນັ້ນ, ກົມໃຫຍ່ພະລາທິການ ໄດ້ໜູນຊ່ວຍເງິນກໍ່ສ້າງແມ່ນ 80 ລ້ານດົ່ງ.

ທີ່ພິທີເປີດສະຫຼອງ ແລະມອບ-ຮັບ, ບັນດາອົງການຂອງກົມໃຫຍ່ພະລາທິການ, ຄະນະພັກ, ອຳນາດການປົກຄອງ ແລະອົງການການທະຫານເມືອງເຈົາແທັ່ງ ໄດ້ມອບໃຫ້ຄອບຄົວໂທລະພາບ, ພັດລົມ, ເຄື່ອງໃຊ້ທີ່ຈໍາເປັນໃນຄອບຄົວ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການ ໄດ້ໄປຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນ 20 ພູດ (ໜຶ່ງລ້ານດົ່ງ/ພູດ) ໃຫ້ຄອບຄົວນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງເຈົາແທັ່ງ. ການນໍາກົມໃຫຍ່ພະລາທິການ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາຄອບຄົວນະໂຍບາຍ. ພ້ອມທັງ, ລະດົມກໍາລັງໃຈບັນດາຄອບຄົວທີ່ໄດ້ບືນຕົວຂຶ້ນ, ຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ທ້ອງຖິ່ນ.

ໂດຍ: ເຈິ່ນຮວ່ຽນ