ທີ່ກອງປະຊຸມ, ຄະນະປະຈຳຄະນະພັກການທະຫານສູນກາງ ໄດ້ພິຈາລະນາ ແລະປຶກສາຫາລືກ່ຽວກັບ: ຮ່າງບົດລາຍງານປະເມີນຜົນວຽກງານການທະຫານ-ການປ້ອງກັນປະເທດ 6 ເດືອນຕົ້ນປີ 2024; ຮ່າງຂໍ້ສະຫຼຸບຂອງຄະນະພັກການທະຫານສູນກາງ ກ່ຽວກັບໝາກຜົນການນໍາພາປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ແລະການກໍ່ສ້າງອົງຄະນະພັກກອງທັບໃນ 6 ເດືອນຕົ້ນປີ, ໜ້າທີ່ຈຸດສຸມ 6 ເດືອນທ້າຍປີ 2024. ກອງປະຊຸມຍັງໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງຄຳສັ່ງຂອງຄະນະປະຈຳຄະນະພັກການການທະຫານສູນກາງ ກ່ຽວກັບກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ໃນອົງຄະນະພັກກອງທັບ; ຕົກລົງສ້າງຕັ້ງຄະນະຈັດຕັ້ງ, ອະນຸກຳມະການ ແລະໜ່ວຍບັນນາທິການເອກະສານກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ 12, ອາຍຸການ 2025-2030. ປະກອບຄຳເຫັນກ່ຽວກັບແຜນການຈັດຕັ້ງກອງປະຊຸມຄະນະພັກການທະຫານສູນກາງ ແລະກອງປະຊຸມການເມືອງ-ການທະຫານ 6 ເດືອນຕົ້ນປີ 2024; ພິຈາລະນາຮັບຮອງເອົາບົດລາຍງານຜົນວຽກງານແຂ່ງຂັນ, ຍໍ້ອງຍໍຊົມເຊີຍ 6 ເດືອນຕົ້ນປີ, ທິດທາງໜ້າທີ່ 6 ເດືອນທ້າຍປີ 2024.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: ຟ້າມກຽນ

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາອົງການກ່ຽວຂ້ອງ ທີ່ໄດ້ຕັ້ງໜ້າ, ເປັນເຈົ້າການ, ສົມທົບກັນ, ເປັນເສນາທິການ, ປະຕິບັດວຽກງານກະກຽມ, ສ້າງຮ່າງບົດລາຍງານ, ຂໍ້ສະຫຼຸບຂອງຄະນະພັກການທະຫານສູນກາງ ແລະຄໍາສັ່ງຂອງຄະນະປະຈໍາຄະນະພັກການທະຫານສູນກາງກ່ຽວກັບກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ພາຍໃນອົງຄະນະພັກກອງທັບ. ເນັ້ນໜັກວ່າ, ບົດລາຍງານປະເມີນຜົນຕ້ອງມີລັກສະນະສັງເຂບ, ຄົບຊຸດ, ມີຈຸດສຸມ, ຈຸດໝັກ ແລະເປັນເອກະພາບສູງ, ບັນດາອົງການຕ້ອງຮັບເອົາຄຳເຫັນປະກອບທີ່ກອງປະຊຸມ, ສຸມໃສ່ເຮັດແຈ້ງບັນດາຜົນງານພົ້ນເດັ່ນໃນທຸກດ້ານວຽກງານຂອງທົ່ວກອງທັບໃນ 6 ເດືອນຕົ້ນປີ 2024; ພ້ອມກັນນັ້ນ ຄົ້ນຄວ້າ, ແນະນຳ, ຕີລາຄາຂໍ້ຈຳກັດ, ສາຍເຫດ ຢ່າງກົງໄປກົງມາ ແລະຍົກອອກມາດຕະການແກ້ໄຂ; ສະເໜີບັນຫາທີ່ຈໍາເປັນໃຫ້ການນໍາພັກ, ລັດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຟ້າມກຽນ

ກ່ຽວກັບຮ່າງຄຳສັ່ງຂອງຄະນະປະຈຳຄະນະພັກການທະຫານສູນກາງ ກ່ຽວກັບກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ໃນອົງຄະນະພັກກອງທັບ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ບັນດາອົງການຮຽບຮຽງ ສືບຕໍ່ຮັບເອົາຄຳເຫັນປະກອບ, ສືບຕໍ່ຄົ້ນຄວ້າ ແລະ ປັບປຸງບັນດາເອກະສານຊີ້ນຳນໍາພາ ກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ໃນອົງຄະນະພັກກອງທັບ ໃຫ້ສົມບູນແບບ, ກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ. ສໍາລັບແຜນການຈັດຕັ້ງກອງປະຊຸມຄະນະພັກການທະຫານສູນກາງ (ວາລະປະຊຸມທີ 10) ແລະກອງປະຊຸມການເມືອງ-ການທະຫານ ທົ່ວກອງທັບ 6 ເດືອນຕົ້ນປີ 2024, ບັນດາອົງການກ່ຽວຂ້ອງຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງທີ່ກ່ຽວຂ້ອງ ເພື່ອປະຕິບັດວຽກງານກະກຽມໃນທຸກດ້ານໃຫ້ດີ, ຮັບປະກັນກອງປະຊຸມດຳເນີນໄປຖືກຕາມແຜນການ, ປະສົບຜົນສຳເລັດຢ່າງຈົບງາມ ແລະປອດໄພຢ່າງເດັດຂາດ.

ໂດຍ: ທູຈາງ