ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ, ລາຍການໄດ້ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈ ແລະເພີ່ມທະວີການເຄື່ອນໄຫວແລກປ່ຽນ, ຮ່ວມມື, ແລກປ່ຽນປະສົບການລະຫວ່າງນາຍທະຫານໜຸ່ມຂອງກອງທັບສອງປະເທດເວົ້າສະເພາະ ແລະກອງທັບສອງປະເທດເວົ້າລວມ.

ໃນຂອບເຂດລາຍການ, ຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານປ້ອງກັນຊາດອິນເດຍ, ໂຮງຮຽນບຳລຸງກໍ່ສ້າງກໍາລັງຊ່າງແສງ ແລະນັກວິສາວະກອນການທະຫານຢູ່ນະຄອນ Pune, ກົມກອງທະຫານບົກລະດັບເບົາ Maratha, ໂຮງຮຽນບຳລຸງສ້າງນັກສືບຂ່າວ,  ໂຮງຮຽນລົດຕັງຍານເກາະ ແລະໂຮງຮຽນທະຫານບົກ Ahmednagar.

leftcenterrightdel
ຫົວໜ້າຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ໂຮງຮຽນບຳລຸງກໍ່ສ້າງນັກສືບຂ່າວການທະຫານ. ພາບ: qdnd.vn
leftcenterrightdel
ຄະນະນາຍທະຫານໜຸ່ມຫວຽດນາມ ຢ້ຽມຢາມໂຮງຮຽນລົດຕັງຍານເກາະ. ພາບ: qdnd.vn

ໃນການເຄື່ອນໄຫວພົບປະແລກປ່ຽນ, ຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ຕັ້ງໜ້າແລກປ່ຽນກັບຝ່າຍເພື່ອນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສຸມໃສ່ວຽກງານຮັບສະໝັກ, ຝຶກແອບແຫຼ່ງຊັບພະຍາກອນມະມຸຸດທີ່ມີຄຸນນະພາບສູງໃນກອງທັບ; ທີ່ຕັ້ງ, ຖານະບົດບາດຂອງໄວໜຸ່ມໃນກອງທັບ ໃນການສ້າງກຳລັງຄວາມສາມາດບົ່ມຊ້ອນດ້ານປ້ອງກັນຊາດ ແລະຮັບມືກັບບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ...

leftcenterrightdel
ຢ້ຽມຢາມໂຮງຮຽນທະຫານບົກ Ahmednagar. ພາບ: qdnd.vn

ຜົນສຳເລັດຂອງລາຍການພົບປະແລກປ່ຽນຄັ້ງນີ້ ຈະເປັນພື້ນຖານອັນສຳຄັນເພື່ອໃຫ້ສອງຝ່າຍສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະຮູບການໃນການພົບປະແລກປ່ຽນຄັ້ງຕໍ່ໄປ.

ລາຍການພົບປະແລກປ່ຽນນາຍທະຫານໜຸ່ມລະຫວ່າງກອງທັບຫວຽດນາມ ແລະອິນເດຍ ແມ່ນການເຄື່ອນໄຫວທີ່ເປັນປະໂຫຍດ, ຊ່ວຍໃຫ້ລຸ້ນໜຸ່ມຂອງກອງທັບສອງປະເທດ ມີໂອກາດທຳຄວາມເຂົ້າໃຈກັນຫຼາຍຂຶ້ນກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ແລະສອງກອງທັບ, ຜ່ານນັ້ນປະກອບສ່ວນຍົກສູງຄວາມຮັບຮູ້ໃນການປົກປັກຮັກສາ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດສະໜົມທີ່ບັນດາການນຳ ແລະປະຊາຊົນສອງປະເທດໄດ້ພ້ອມກັນເພີ່ມພູນຄູນສ້າງ.

ໂດຍ: ໄຊນີດາ