ບັນດາການເຄື່ອນໄຫວທີ່ແທດຈິງ ແລະມີປະສິດທິຜົນດັ່ງກ່າວໄດ້ປະກອບສ່ວນຮັດແໜ້ນຄວາມສາມັກຄີລະຫວ່າງທະຫານ-ປະຊາຊົນ, ເຮັດແຈ້ງຄຸນທາດທະຫານລຸງໂຮ່ - ນັກຮົບຕໍາຫຼວດທະເລໃນສະພາບການໃໝ່.

ໃນຕອນທ່ຽງອາກາດຮ້ອນເອົ້າຂອງເດືອນມິຖຸນາ, ພະນັກງານ, ນັກຮົບ 30 ກວ່າຄົນຂອງກອງເຮືອ 102, ກອງບັນຊາການຕໍາຫຼວດທະເລເຂດ 1 ດ້ວຍຜິວແຫຼ້, ໂສ້ງເສື້ອປຽກເຫື່ອ, ພວມຫ້າວຫັນກໍ່ສ້າງເສັ້ນທາງເບຕົງຍາວ 150 ແມັດ, ຊ່ວຍໃຫ້ບ້ານອຽນຫາຍ (ຕາແສງຊວນອຽນ, ເມືອງງີຊວນ, ແຂວງຮ່າຕິ້ງ) ສຳເລັດມາດຖານກໍ່ສ້າງຊົນນະບົດໃໝ່.

ສິບຕີ ຟານດິ່ງຟອງ (ບ້ານເກີດຢູ່ຕາແສງໂກ໋ດ້າມ, ເມືອງງີຊວນ, ແຂວງຮ່າຕິ້ງ) ແບ່ງປັນວ່າ: “ຂ້າພະເຈົ້າ ໄດ້ຍ້າຍມາເຮັດວຽກຢູ່ກໍາປັ່ນຕໍາຫຼວດທະເລ 1014, ກອງເຮືອ 102 ແຕ່ເດືອນ ທັນວາ 2023. ເຖິງວ່າເວລາເຮັດວຽກຢູ່ກົມກອງບໍ່ດົນ, ແຕ່ຂ້າພະເຈົ້າ ໄດ້ເຂົ້າຮ່ວມໂດຍກົງໃນຫຼາຍກິດຈະກຳກໍ່ສ້າງຊົນນະບົດໃໝ່. ຜ່ານນັ້ນ, ຂ້າພະເຈົ້າ ຮູ້ສຶກດີໃຈ ແລະມີຄວາມສຸກເມື່ອໄດ້ປະກອບເຫື່ອແຮງເຂົ້າໃນການກໍ່ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງ, ສວຍງາມ ແລະສີວິໄລ”.

leftcenterrightdel
ພະນັກງານ, ນັກຮົບກອງເຮືອ 102 ຊ່ວຍບ້ານອຽນຫ໋າຍ, ຕາແສງຊວນອຽນ, ເມືອງງີຊວນ ກໍ່ສ້າງເສັ້ນທາງເບຕົງ. ພາບ: qdnd.vn.

ໂດຍຕັ້ງທັບຢູ່ແຄມແມ່ນໍ້າລາມທີ່ງາມດັ່ງໃນຝັນ (ຂຶ້ນກັບຕາແສງຊວນໂຟ, ເມືອງງີຊວນ), ໃນໄລຍະຜ່ານມາ, ກອງເຮືອ 102 ໄດ້ຮັກສາການເຄື່ອນໄຫວເປັນປະຈຳ ແລະມີປະສິດທິຜົນ, ຄື: “ວັນເສົາອາສາສະໝັກ”, “ວັນອາທິດສີຂຽວ” ຊ່ວຍກໍ່ສ້າງຊົນນະບົດໃໝ່. ທ່ານນາງ ເຈິ່ນທິເຢົາ, ບ້ານທົ໊ງເຍີ໊ດ, ຕາແສງຊວນໂຟ ໄດ້ແບ່ງປັນວ່າ: “ຍ້ອນມີພະນັກງານ, ນັກຮົບຕຳຫຼວດທະເລໃນຊຸມປີຜ່ານມາ, ສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ທີ່ນີ້ໄດ້ຮັບການຮັກສາ, ບໍ່ມີປະກົດການຂີ້ລັກ ຫຼື ໄພສັງຄົມ, ຖະໜົນຫົນທາງໃນບ້ານຍາມໃດກໍ່ສະອາດ, ຕົ້ນໄມ້ຖືກຕັດຢ່າງເປັນລະບຽບ”.

ທ່ານພັນໂທ ຫງວຽນຢວານຮວ່ານ ຫົວໜ້າກອງເຮືອ 102 ໃຫ້ຮູ້ວ່າ: “ປະຕິບັດຕາມຄໍາສັ່ງຂອງຄະນະປະຈຳພັກ, ການນໍາກອງບັນຊາການຕໍາຫຼວດທະເລເຂດ 1 ກ່ຽວກັບການຍູ້ແຮງຂະບວນການແຂ່ງຂັນ “ກອງທັບຮ່ວມແຮງກໍ່ສ້າງຊົນນະບົດໃໝ່”, ໂດຍເຂົ້າໃຈ, ແບ່ງປັນກັບຄວາມຫຍຸ້ງຍາກຂອງທ້ອງຖິ່ນ, ໃນຊຸມປີຜ່ານມາ, ກອງເຮືອ 102 ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການຊີ້ນໍາ, ນຳພາ, ຈັດຕັ້ງດໍາເນີນວຽກງານຂົນຂວາຍປະຊາຊົນຢ່າງຮອບດ້ານ, ມີຫົວຄິດປະດິດສ້າງ, ແທດຈິງ, ເລິກເຊິ່ງ, ແທດເໝາະກັບພຶດຕິກຳຕົວຈິງ ແລະບັນລຸໄດ້ໝາກຜົນດີເດັ່ນຫຼາຍຢ່າງ. ໃນໄລຍະ 5 ປີແຕ່ປີ 2019-2024, ກົມກອງໄດ້ລະດົມພະນັກງານ, ນັກຮົບເຮັດວຽກໄດ້ກວ່າ 1.500 ວັນແຮງງານເພື່ອຊ່ວຍເຫຼືອ 9 ຕາແສງຢູ່ແຄມທະເລຂອງເມືອງງີຊວນກໍ່ສ້າງຊົນນະບົດໃໝ່.

leftcenterrightdel
 
leftcenterrightdel
ກອງເຮືອ 102, ກອງບັນຊາການຕໍາຫຼວດທະເລເຂດ 1 ໂຄສະນາ, ເຜີຍແຜ່ກົດໝາຍໃຫ້ຊາວປະມົງໃນບໍລິເວນຕັ້ງທັບ. ພາບ: qdnd.vn.

ຄຽງຂ້າງນັ້ນ, ເພື່ອຊ່ວຍໃຫ້ຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ, ຂຸດຄົ້ນສິນທະເລຖືກຕາມກົດໝາຍ, ກອງເຮືອ 102 ໄດ້ຈັດຕັ້ງປະຕິບັດລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ຢູ່ 10 ເມືອງ ແຄມທະເລໃນບໍລິເວນແຂວງຮ່າຕິ້ງ ແລະກວ໋າງບິ່ງ ຢ່າງມີປະສິດທິຜົນ. ຜ່ານລາຍການໄດ້ມອບຂອງຂວັນ 810 ພູດໃຫ້ຄອບຄົວນະໂຍບາຍ, ຊາວປະມົງທີ່ມີຄວາມຫຍຸ້ງຍາກ, ນັກຮຽນທຸກຍາກແຕ່ຮຽນເກັ່ງ ດ້ວຍຍອດຈຳນວນທຶນກວ່າ 2,3 ຕື້ດົ່ງ. ຈັດຕັ້ງພາຫະນະ 100 ກວ່າຄັນ ພ້ອມກັບພະນັກງານເກືອບ 2.000 ຄົນໄປປະຕິບັດໜ້າທີ່ກຽມພ້ອມສູ້ຮົບ, ປົກປັກຮັກສາອະທິປະໄຕ, ລາດຕະເວນ, ກວດກາ, ຄວບຄຸມ ແລະຮັກສາການປະຕິບັດກົດໝາຍຢູ່ທະເລ. ໃນການປະຕິບັດໜ້າທີ່, ກົມກອງໄດ້ສະໜອງນ້ຳຈືດ, ສະບຽງອາຫານ, ຢາປົວພະຍາດໃຫ້ຊາວປະມົງ ແລະສົມທົບກັບການໂຄສະນາເຜີຍແຜ່ກົດໝາຍ.

ທ່ານ ເຈິ່ນກີ່ງທາວ ຫົວໜ້າຄະນະຂົນຂວາຍປະຊາຊົນເມືອງງີຊວນ ແບ່ງປັນວ່າ: “ກອງເຮືອ 102 ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງ ແລະແທດຈິງຊ່ວຍໃຫ້ທ້ອງຖິ່ນພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ຜ່ານນັ້ນເພີ່ມທະວີ, ປັບປຸງສາຍພົວພັນສາມັກຄີລະຫວ່າງທະຫານ ແລະປະຊາຊົນໃຫ້ນັບມື້ນັບສະໜິດຕິດພັນ, ຍົກສູງຄຸນທາດທະຫານລຸງໂຮ່. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າ ຫວັງວ່າຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກພະນັກງານ, ນັກຮົບກອງເຮືອ 102, ພິເສດແມ່ນບັນດາຕາແສງໃນເມືອງທີ່ພວມປັບປຸງ, ຍົກລະດັບມາດຖານກໍ່ສ້າງຊົນນະບົດໃໝ່ແລະຊົນນະບົດແບບຢ່າງ”.

ດ້ວຍບັນດາຜົນງານ, ໝາກຜົນທີ່ບັນລຸໄດ້, ກອງເຮືອ 102 ເປັນກຽດທີ່ໄດ້ຮັບໃບຍ້ອງຍໍ 2 ຄັ້ງຈາກກະຊວງປ້ອງກັນປະເທດ; ຮັບທຸງກົມກອງທີ່ດີເດັ່ນໃນການເຄື່ອນໄຫວວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ 5 ຄັ້ງຈາກສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ; ໄດ້ຮັບໃບຍ້ອງຍໍຈໍານວນ 10 ໃບຈາກກອງບັນຊາການຕໍາຫຼວດທະເລ, ກອງບັນຊາການຕໍາຫຼວດທະເລເຂດ 1 ແລະຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ; ໄດ້ຮັບນາມມະຍົດເປັນກົມກອງເດັດຂາດມີໄຊໃນ 7 ປີຢ່າງລຽນຕິດ; ພະນັກງານ, ນັກຮົບນັບຮ້ອຍຄົນໄດ້ຮັບໃບຍ້ອງຍໍຊົມເຊີຍຈາກທຸກຂັ້ນ.

ໂດຍ: ເຈິ່ນຮວ່ຽນ