ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສຳພາດທ່ານພັນເອກພິເສດ ຫງວຽນວັນເຟື້ອງ, ຫົວໜ້າພະລາທິການກອງພົນໃຫຍ່ 4 ກ່ຽວກັບບັນຫານີ້.

ນັກຂ່າວ: ສະເໜີສະຫາຍໃຫ້ຮູ້ບັນດາຄຸນລັກສະນະພິເສດຕົ້ນຕໍທີ່ສົ່ງຜົນກະທົບເຖິງວຽກງານພະລາທິການຂອງກອງພົນໃຫຍ່ 4?

ທ່ານພັນເອກພິເສດ ຫງວຽນວັນເຟື້ອງ: ກອງພົນໃຫຍ່ 4 ໄດ້ຕັ້ງທັບຢູ່ບໍລິເວນບັນດາແຂວງ, ນະຄອນທາງທິດຕາເວັນອອກພາກໃຕ້. ນີ້ແມ່ນເຂດທີ່ມີເງື່ອນໄຂເສດຖະກິດ ແລະພື້ນຖານໂຄງລ່າງພັດທະນາຢ່າງຂະຫຍັນຂັນເຄື່ອນ, ດ້ວຍຄວາມໜາແໜ້ນປະຊາກອນສູງ. ບັນດາກົມກອງຂອງກອງພົນໃຫຍ່ 4 ສ່ວນຫຼາຍແມ່ນຕັ້ງທັບຢູ່ບໍລິເວນຕົວເມືອງ ເພາະສະນັ້ນຈຶ່ງມີຄວາມສະດວກຫຼາຍໃນການປະຕິບັດວຽກງານຮັບປະກັນພະລາທິການ.

leftcenterrightdel
ການນຳກົມພະລາທິການກອງພົນໃຫຍ່ 4 ກວດກາວຽກງານສັບຊ້ອນ, ຮັກສາບຳລຸງວັດຖຸ ອຸປະກອນຢູ່ສາງຂອງກົມກອງ. ພາບ: ຮວ່າງແທັ່ງ

ເຖິງຢ່າງໃດກໍ່ຕາມ, ຂະແໜງພະລາທິການຂອງກອງພົນໃຫຍ່ 4 ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄື: ພູມສັນຖານ, ດິນຟ້າອາກາດເຂດຕັ້ງທັບສັບສົນ; ຟ້າແດດກ້າ, ອຸນຫະພູມສູງແກ່ຍາວ; ລະດູຝົນມັກມີຟ້າຮ້ອງ, ຟ້າຜ່າ, ລົມໃຕ້ຝຸ່ນ... ໄດ້ສົ່ງຜົນສະທ້ອນໂດຍກົງເຖິງສຸຂະພາບຂອງທະຫານ ແລະການເພີ່ມພູນຜະລິດຜົນ, ລ້ຽງສັດ. ຄຽງຂ້າງກັນນັ້ນ, ລາຄາສິນຄ້າເໜັງຕີງ, ຖີບຂຶ້ນສູງ. ສະພາບໂລກລະບາດຢູ່ໃນຄົນ, ສັດໃຫຍ່, ສັດປີກຍັງພັດທະນາຢ່າງແຮງ ແລະມີຄວາມສ່ຽງແຜ່ລະບາດໄດ້ທຸກເວລາ...

ສະນັ້ນ, ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂະແໜງພະລາທິການກອງພົນໃຫຍ່ 4 ໄດ້ຕັ້ງໜ້າ, ເປັນເຈົ້າການກະກຽມ ແລະຈັດຕັ້ງການຮັບປະກັນພະລາທິການດ້ວຍຫຼາຍມາດຕະການແທດຈິງ, ມີປະສິດທິຜົນ.

ນັກຂ່າວ: ບັນດາມາດຕະການດັ່ງກ່າວແມ່ນຫຍັງແດ່, ຂໍຮຽນສະຫາຍ?

ທ່ານພັນເອກພິເສດ ຫງວຽນວັນເຟື້ອງ: ໂດຍເລີ່ມມາຈາກທີ່ຕັ້ງ, ຖານະບົດບາດສຳຄັນຂອງວຽກງານພະລາທິການ, ພວກຂ້າພະເຈົ້າ ຍາມໃດກໍ່ຊາບຊຶມ, ປະຕິບັດຕາມບັນດາເອກະສານຊີ້ນຳ, ຄຳແນະນຳຂອງຂັ້ນເທິງຢ່າງເຂັ້ມງວດ; ເປັນເຈົ້າການກວດກາຄືນ, ປັບປຸງລະບົບເອກະສານພະລາທິການຕາມຄຳສັ່ງ, ຄວາມຕັດສິນໃຈຂອງກອງບັນຊາການກອງພົນໃຫຍ່; ຈັດຕັ້ງການແຈກຢາຍວັດຖຸອຸປະກອນພະລາທິການ ກຽມພ້ອມສູ້ຮົບ ແລະວັດຖຸອຸປະກອນພະລາທິການ ສຳລັບໜ້າທີ່ທີ່ເກີດຂຶ້ນໂດຍບັງເອີນຢ່າງເໝາະສົມ, ຄຸ້ມຄອງທັງດ້ານຈຳນວນ ແລະຄຸນນະພາບເປັນຢ່າງດີເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ເມື່ອມີກໍລະນີເກີດຂຶ້ນ.

ໄລຍະ 2019-2024, ຂະແໜງພະລາທິການກອງພົນໃຫຍ່ 4 ໄດ້ເຮັດວຽກງານເສນາທິການເປັນຢ່າງດີເພື່ອຊ່ວຍຄະນະພັກ, ກອງບັນຊາການກອງພົນໃຫຍ່ 4 ເປັນຢ່າງດີ, ຖືຄຸນນະພາບຮັບປະກັນໃຫ້ກົມກອງເປັນຕົວຊີ້ວັດໃນການຕີລາຄາລະດັບຄວາມຮູ້, ຄວາມສາມາດຂອງຖັນແຖວພະນັກງານພະລາທິການ; ເປັນເຈົ້າການແບ່ງຂັ້ນຂຸດຄົ້ນ, ສ້າງແຫຼ່ງຮັບປະກັນທັນຍາຫານ, ສະບຽງອາຫານ, ສົມທົບກັບການຍູ້ແຮງການເພີ່ມພູນຜະລິດຜົນ, ປຸງແຕ່ງ. ນີ້ແມ່ນມາດຕະການສຳຄັນເພື່ອຮັກສາຄວາມໝັ້ນຄົງ ແລະຍົກສູງຄຸນນະພາບອາຫານໃນແຕ່ລະວັນຂອງທະຫານ.

ສຳລັບວຽກງານຮັກສາສຸຂະພາບຂອງທະຫານ, ຂະແໜງພະລາທິການໄດ້ເປັນເຈົ້າການຊີ້ນຳ, ແນະນຳ, ປະຕິບັດບັນດາມາດຕະການປ້ອງກັນ ແລະຕ້ານໂລກລະບາດ... ຮັບປະກັນໃຫ້ກົມກອງບໍ່ເກີດໂລກລະບາດ, ຈຳນວນພົນທະຫານມີສຸຂະພາບແຂງແຮງເຂົ້າຮ່ວມການຝຶກແອບ, ຮ່ຳຮຽນບັນລຸກວ່າ 99%.

ພິເສດ, ໜຶ່ງໃນບັນດາມາດຕະການສຳຄັນທີ່ຄະນະພັກ, ຄະນະການນຳກົມພະລາທິການ ໄດ້ຮັກສາໄວ້ຢ່າງມີປະສິດທິຜົນແມ່ນຍູ້ແຮງຂະບວນການແຂ່ງຂັນ “ຂະແໜງພະລາທິການກອງທັບປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່” ແລະຂະບວນການແຂ່ງຂັນຂອງບັນດາຂະແໜງການສະເພາະ; ສົມທົບກັບການປະຕິບັດຂະບວນການແຂ່ງຂັນເດັດຂາດມີໄຊ ແລະບັນດາບັ້ນປຸກລະດົມ, ບັນດາຂະບວນການແຂ່ງຂັນຕ່າງໆ, ໂດຍສະເພາະແມ່ນການປະຕິບັດການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໃຫ້ເປັນຢ່າງດີ ເພື່ອສ້າງບັນຍາກາດແຂ່ງຂັນຢ່າງຟົດຟື້ນ, ສົ່ງເສີມພະນັກງານ, ນັກຮົບສູ້ຊົນບືນຕົວຂຶ້ນ, ສ້າງຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.

ນັກຂ່າວ: ສະເໜີສະຫາຍໃຫ້ຮູ້ໝາກຜົນພົ້ນເດັ່ນຂອງບັນດາມາດຕະການດັ່ງກ່າວ?

ທ່ານພັນເອກພິເສດ ຫງວຽນວັນເຟື້ອງ: ໃນ 5 ປີຜ່ານມາ, ຂະແໜງພະລາທິການ ໄດ້ປະຕິບັດພາລະບົດບາດ, ໜ້າທີ່ເປັນຢ່າງດີ, ຮັບປະກັນພະລາທິການຢ່າງຄົບຖ້ວນ, ຮອບຄອບ, ປະກອບສ່ວນສຳຄັນເຂົ້າໃນການເຮັດສຳເລັດທຸກໜ້າທີ່ຂອງກອງພົນໃຫຍ່. ປະຈຸບັນ, 100% ກົມກອງໄດ້ວາງແຜນຜັງ ແລະລົງທຶນກໍ່ສ້າງເຂດເພີ່ມພູນຜະລິດຜົນເຕົ້າໂຮມ; 100 % ເນື້ອທີ່ປູກຜັກແມ່ນໄດ້ປູກຢູ່ໃນເຮືອນຮົ່ມ, ສວນຕົ້ນໄມ້ກິນໝາກໄດ້ຮັບການລົງທຶນພັດທະນາເປັນຢ່າງດີ... ທົ່ວກອງພົນໃຫຍ່ ຍາມໃດກໍ່ຮັບປະກັນຄວາມຕ້ອງການຜັກສົດ ແລະໝາກໄມ້ຮັບໃຊ້ການກິນໃນແຕ່ວັນຂອງທະຫານ ຄົບ 100%. ການແຈກຢາຍ, ຄຸ້ມຄອງນ້ຳມັນແອັດຊັງ, ເຄື່ອງອຸປະໂພກ, ຄ້າຍທະຫານຖືກຕາມຂໍ້ກຳນົດ, ປະຕິບັດການປະຢັດ ແລະເຮັດວຽກງານປ້ອງກັນ ແລະຕ້ານອັກຄີໄພເປັນຢ່າງດີ, ບໍ່ປະໃຫ້ຮົ່ວໄຫຼ, ເປ່ເພ...

ນັກຂ່າວ: ໃນໄລຍະຈະມາເຖິງ, ຂະແໜງພະລາທິການກອງພົນໃຫຍ່ 4 ຈະສຸມໃສ່ໜ້າທີ່ໃດແດ່, ຂໍຮຽນສະຫາຍ?

ທ່ານພັນເອກພິເສດ ຫງວຽນວັນເຟື້ອງ: ຕໍ່ໜ້າຄວາມຮຽກຮ້ອງກໍ່ຕ້ອງການສ້າງກອງທັບໃຫ້ກະທັດຮັດ, ແຂງແຮງ, ຂະແໜງພະລາທິການກອງພົນໃຫຍ່ 4 ໄດ້ສຸມໃສ່ເນື້ອໃນຕົ້ນຕໍ, ຄື: ຮັບປະກັນວຽກງານພະລາທິການສຳລັບໜ້າທີ່ປົກກະຕິ ແລະກະທັນຫັນ; ຍົກສູງຄຸນນະພາບການບຳລຸງ, ຮັກສາສຸຂະພາບທະຫານ ແລະປ້ອງກັນໂລກລະບາດ; ຍູ້ແຮງການເພີ່ມພູນຜະລິດຜົນ, ປຸງແຕ່ງຕິດພັນກັບວຽກງານຄຸ້ມຄອງ; ເອົາໃຈໃສ່ຮັບປະກັນຄ້າຍ, ການກໍ່ສ້າງ, ວັດຖຸອຸປະກອນໃຫ້ກອງພົນໃຫຍ່ ປະຕິບັດໜ້າທີ່ໃນທຸກເງື່ອນໄຂ, ທຸກສະຖານະການ...

ຄະນະພັກ, ຄະນະບັນຊາກົມພະລາທິການ ຕ້ອງສືບຕໍ່ຊີ້ນຳ, ນຳພາການປະຕິບັດຂະບວນການແຂ່ງຂັນ “ຂະແໜງພະລາທິການປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່” ຕິດພັນກັບຂະບວນການແຂ່ງຂັນເດັດຂາດມີໄຊຢ່າງມີປະສິດທິຜົນ, ສ້າງກຳລັງໜູນຊຸກຍູ້ກົມກອງເຮັດສຳເລັດທຸກໜ້າທີ່ຢ່າງມີໄຊ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ