ກອງປະຊຸມແນໃສ່ຕີລາຄາ, ສະຫຼຸບສັງລວມບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດວຽກງານທີ່ປຶກສາທູດປ້ອງກັນຊາດ ໄລຍະ 2022-2024; ຖອດຖອນບົດຮຽນກ່ຽວກັບການຊີ້ນຳ, ນໍາພາ, ສົມທົບ ແລະຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງ; ຊາບຊຶມແຜນນະໂຍບາຍ, ແນວທາງຂອງພັກກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດໃນສະພາບການໃໝ່.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ມາຍຫງວຽນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ຮັບຮູ້ ແລະຕີລາຄາສູງວຽກງານຊີ້ນຳນຳພາຂອງຄະນະປະຈຳພັກ ກົມໃຫຍ່ II ໃນວຽກງານທີ່ປຶກສາທູດປ້ອງກັນຊາດ, ພ້ອມທັງຍ້ອງຍໍຊົມເຊີຍບັນດາຜົນງານຂອງກຳລັງທີ່ປຶກສາທູດປ້ອງກັນຊາດ ບັນລຸໄດ້ໃນໄລຍະຜ່ານມາ.

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໂດຍແມ່ນພາກສ່ວນປະກອບທີ່ສໍາຄັນໃນການປະຕິບັດວຽກງານພົວພັນດ້ານປ້ອງກັນຊາດ, ກຳລັງທີ່ປຶກສາທູດປ້ອງກັນຊາດ ຕ້ອງຊາບຊຶມ ແລະປະຕິບັດຖືກຕາມທັດສະນະ, ແຜນນະໂຍບາຍ, ແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ, ລັດ; ມີຄວາມສະເໝີຕົ້ນສະເໝີປາຍຕໍ່ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະການພັດທະນາ, ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ.

ມາຮອດປະຈຸບັນ, ຫວຽດນາມ ໄດ້ມີການພົວພັນດ້ານການປ້ອງກັນຊາດໃນລະດັບທີ່ແຕກຕ່າງກັນກັບ 80 ກວ່າປະເທດ. ຫວຽດນາມ ມີ 35 ອົງການທີ່ປຶກສາທູດປ້ອງກັນຊາດ ຢູ່ໃນໂລກ ແລະມີທູດການທະຫານ ປະຈຳຢູ່ ສປຊ 1 ຄົນ.

ໂດຍ: ຈາງຫງວຽນ