ໃນ 6 ເດືອນຕົ້ນປີ 2024, ກອງພົນນ້ອຍ 171 ໄດ້ຊາບຊຶມສະພາບໜ້າທີ່ວຽກງານ, ຄຳສັ່ງ, ມະຕິຂອງພັກ, ຄໍາຊີ້ນໍາໃນວຽກງານການທະຫານ, ການປ້ອງກັນຊາດປີ 2024 ຂອງຜູ້ບັນຊາການທະຫານເຮືອເຂດ 2 ຢ່າງເລິກເຊິ່ງ. ຄະນະພັກ ແລະ ຜູ້ບັນຊາການກອງພົນນ້ອຍ 171 ໄດ້ນຳພາ ແລະ ບໍລິຫານສຸມໃສ່ຄວາມເປັນເອກະພາບ, ຜັນຂະຫຍາຍໜ້າທີ່ວຽກງານຢ່າງຮອບດ້ານ.

leftcenterrightdel
ທ່ານພັນເອກພິເສດ ເລບ໊າກວນ, ຜູ້ບັນຊາການທະຫານເຮືອ ເຂດ 2 ກ່າວຄໍາເຫັນທີ່ ກອງປະຊຸມ. ພາບ: qdnd.vn

ແຕ່ຕົ້ນປີມາຮອດປະຈຸບັນ, ຄະນະພັກ ແລະ ຜູ້ບັນຊາທຸກຂັ້ນທີ່ ຂຶ້ນກັບກອງພົນນ້ອຍ ໄດ້ຊາບຊຶມ ແລະ ຜັນຂະຫຍາຍບັນດາຄຳສັ່ງຊີ້ນຳຂອງເຫຼົ່າທັບເຮືອ ແລະທະຫານເຮືອ ເຂດ 2 ກ່ຽວກັບວຽກງານກຽມພ້ອມສູ້ຮົບຢ່າງຮອບດ້ານ ແລະຄົບຊຸດ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

6 ເດືອນທ້າຍປີ 2024, ທາງກົມກອງຈະສືບຕໍ່ຊີ້ນໍານໍາພາປະຕິບັດແຜນການຝຶກແອບ ເປັນຢ່າງດີ, ສືບຕໍ່ຝຶກແອບຕາມທິດນໍາທີ່ວ່າ “ພື້ນຖານ, ແທດຈິງ, ໜັກແໜ້ນ” ແລະ ບຸກທະລຸ  “ພື້ນຖານ, ເປັນເຈົ້າຂອງ, ລົງເລິກຂຸດຄົ້ນການນໍາໃຊ້ອາວຸດຍຸດໂທປະກອນດ້ານເຕັກນິກ ແລະປະຕິບັດກົດລະບຽບຄວາມປອດໄພ”. ຈັດຕັ້ງການຝຶກແອບໃຫ້ຖືກຕາມແຜນການ; ຈັດຕັ້ງ, ເຂົ້າຮ່ວມການຝຶກແອບ, ຝຶກຊ້ອມ ຢູ່ທຸກຂັ້ນ, ເສີມຂະຫຍາຍການກໍ່ສ້າງກອງພົນນ້ອຍ ໃຫ້ “ເປັນກໍາລັງຫຼວງ, ຮອບດ້ານ”; ເພີ່ມທະວີການຄຸ້ມຄອງລະບຽບວິໄນ, ກໍ່ສ້າງລະບຽບວິໄນ, ຮັບປະກັນຄວາມປອດໄພ, ແກ້ໄຂຂໍ້ຈຳກັດ ໃນ 6 ເດືອນຕົ້ນປີ 2024.

leftcenterrightdel
ກອງເຮືອ ສັງກັດກອງພົນນ້ອຍ 171 ຝຶກແອບ ຢູ່ທະເລ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພັນເອກພິເສດ ເລບ໊າກວນ, ຜູ້ບັນຊາການທະຫານເຮືອ ເຂດ 2 ໄດ້ຍ້ອງຍໍຊົມເຊີຍ ແລະຕີລາຄາສູງໝາກຜົນທີ່ກົມກອງບັນລຸໄດ້ໃນ 6 ເດືອນຕົ້ນປີ 2024. ຄະນະພັກ ແລະຜູ້ບັນຊາການກອງພົນນ້ອຍ 171 ໄດ້ຊີ້ນຳນໍາພາການປະຕິບັດໜ້າທີ່ໄດ້ເປັນຢ່າງດີ, ມີບາງໜ້າທີ່ແມ່ນດີເລີດ, ພ້ອມກັນນັ້ນກໍ່ໄດ້ຊີ້ໃຫ້ເຫັນບາງຂໍ້ຈຳກັດ ເພື່ອສະເໜີໃຫ້ຄະນະພັກ ແລະຜູ້ບັນຊາການກອງພົນນ້ອຍ 171 ຕ້ອງຖອດຖອນບົດຮຽນ, ແກ້ໄຂຢ່າງເຖິງຖອງ, ຕັດສິນໃຈປະຕິບັດໜ້າທີ່ໃນ 6 ເດືອນທ້າຍປີ 2024 ໃຫ້ເປັນຢ່າງດີ.

ໂດຍ: ທູຈາງ