ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະກ່ອນໜ້ານີ້, ນັບແຕ່ຕົ້ນອາຍຸການ 2020-2025, ຄະນະພັກທະຫານຊາຍແດນໄດ້ສະເໜີຄະນະພັກການທະຫານສູນກາງ ເປັນເສນາທິການໃຫ້ຄະນະເລຂາທິການປະກາດໃຊ້ບົດສະຫຼຸບ; ເປັນເສນາທິການໃຫ້ຄະນະຈັດຕັ້ງສູນກາງປະກາດໃຊ້ຄໍາແນະນໍາກ່ຽວກັບແຜນນະໂຍບາຍເພີ່ມສະມາຊິກຄະນະພັກທີ່ເປັນພະນັກງານຄ້າຍທະຫານຊາຍແດນເຂົ້າຮ່ວມຄະນະພັກຂັ້ນເມືອງຢູ່ເຂດຊາຍແດນ, ໝູ່ເກາະອາຍຸການ 2020-2025. ບົນພື້ນຖານນັ້ນ, ມາຮອດປະຈຸບັນ, ຄະນະພັກແຂວງ, ຄະນະພັກນະຄອນຊາຍແດນໄດ້ຕັ້ງໜ້າສົມທົບກັບຄະນະພັກທະຫານຊາຍແດນເພື່ອຕົກລົງ,  ແຕ່ງຕັ້ງພະນັກງານຄ້າຍທະຫານຊາຍແດນ 171 ຄົນ ເຂົ້າຮ່ວມຄະນະພັກຂັ້ນເມືອງ, 517 ຄົນເຂົ້າຮ່ວມຄະນະພັກຂັ້ນຕາແສງ.

leftcenterrightdel
ພາບປະກອບ: ສໍານັກຈ່າວສານຫວຽດນາມ

ພ້ອມກັນນັ້ນ, ບັນດາກົມກອງສືບຕໍ່ເສີມຂະຫຍາຍບົດບາດຂອງພະນັກງານປ້ອງກັນຊາຍແດນ 323 ຄົນທີ່ດຳລົງຕຳແໜ່ງຫຼັກແຫຼ່ງຂອງຕາແສງ, ເທດສະບານຊາຍແດນ. ຄຽງຂ້າງນັ້ນ, ສະມາຊິກພັກເກືອບ 2.600 ຄົນ ໄດ້ຮັບແນະນໍາເຂົ້າຮ່ວມດຳເນີນຊີວິດໃນໜ່ວຍພັກບ້ານ, ບ້ານໄດ້ຕັ້ງໜ້າເປັນເສນາທິການ, ບໍາລຸງພັດທະນາສະມາຊິກພັກໃໝ່; ປະກອບສ່ວນປັບປຸງບັນດາບ້ານທີ່ຍັງບໍ່ທັນມີສະມາຊິກພັກໃຫ້ມີສະມາຊິກພັກຢ່າງພຽງພໍ ເພື່ອສ້າງຕັ້ງ 117 ໜ່ວຍພັກບ້ານ… ນີ້ເປັນຂົວຕໍ່ທີ່ສຳຄັນເພື່ອໃຫ້ທະຫານຊາຍແດນຍົກສູງປະສິດທິຜົນວຽກງານເປັນເສນາທິການ ແລະສົມທົບກັບຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນໃນວຽກງານກໍ່ສ້າງ ແລະປັບປຸງລະບົບການເມືອງຂັ້ນຮາກຖານ; ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ.

ໂດຍ: ທະນາພອນ