ທີ່ລາຍການ, ບັນດາແພດໝໍໄດ້ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ 300 ກວ່າຄອບຄົວເປົ້າໝາຍນະໂຍບາຍ ແລະປະຊາຊົນທີ່ປະສົບ ກັບຄວາມຫຍຸ້ງຍາກຢູ່ຕາແສງ ໝີແທັ້ງ, ເມືອງຮ່າມທ້ວນນາມ, ແຂວງບິ່ງທ້ວນ. ບັນດາແພດໝໍຍັງໃຫ້ຄໍາປຶກສາ, ແນະນຳໃຫ້ປະຊາຊົນກ່ຽວກັບວິທີການປ້ອງກັນພະຍາດ ແລະ ວິທີຮັກສາເບິ່ງແຍງສຸຂະພາບ. ນອກຈາກນັ້ນ, ຄະນະຈັດຕັ້ງ ຍັງໄດ້ມອບຂອງຂວັນ 300 ພູດໃຫ້ແກ່ຄອບຄົວ ເປົ້າໝາຍນະໂຍບາຍ ແລະ ປະຊາຊົນປະສົບກັບຄວາມຫຍຸ້ງຍາກ.

leftcenterrightdel
ການນໍາໂຮງໝໍກອງທັບ 175 ພ້ອມດ້ວຍບັນດາຜູ້ແທນ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: qdnd.vn

ໂຮງໝໍກອງທັບ 175 ຍັງສົມທົບກັນມອບອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມສຶກສາ ໝີແທັ້ງ, ມອບຢາໃຫ້ສຸກສາລາຕາແສງ ໝີແທັ້ງ, ມອບຂອງຂວັນໃຫ້ 11 ຄອບຄົວເປົ້າໝາຍນະໂຍບາຍ ແລະ ເດັກນ້ອຍພິການ 4 ຄົນ ຢູ່ຕາແສງ ໝີແທັ້ງ.

ຕອນບ່າຍວັນດຽວກັນ, ໂຮງໝໍກອງທັບ 175 ພ້ອມກັບກອງບັນຊການທະຫານແຂວງບິ່ງທ້ວນ ໄດ້ຈັດຕັ້ງກອງປະຊຸມປະເມີນຜົນການເຄື່ອນໄຫວປະສານງານໄລຍະ 2022-2023 ແລະ ລົງນາມໃນໂຄງການດໍາເນີນງານ ໄລຍະ 2024-2025.

leftcenterrightdel
ການນໍາໂຮງໝໍກອງທັບ 175  ຢ້ຽມຢາມຖາມຂ່າວປະຊາຊົນທີ່ໄປກວດພະຍາດ. ພາບ: qdnd.vn
leftcenterrightdel
ແພດໜໍແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານພັນເອກ ປອ ບຸ່ຍດຶກແທ່ງ, ຮອງຫົວໜ້າໂຮງໝໍກອງທັບ 175 ໄດ້ສະແດງຄວາມຊົມເຊີຍ ແລະ ຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານສົມທົບປະຕິບັດຂອງສອງກົມກອງ ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານ ຍັງຢືນຢັນວ່າ: ໂຮງໝໍກອງທັບ 175 ຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະ ຕັ້ງໜ້າໜູນຊ່ວຍການຖ່າຍທອດເຕັກນິກທີ່ຈຳເປັນຈຳນວນໜຶ່ງ ໃຫ້ແກ່ສຸກສາລາຂອງກອງບັນຊາການທະຫານແຂວງ, ສູນການແພດລະຫວ່າງທະຫານ ແລະປະຊາຊົນເມືອງ ຝູກີ໋ ແລະ ໂຮງໝໍຫຼາຍຂະແໜງເຂດບິ່ງທ້ວນເໜືອ ຕາມຄວາມຮຽກຮ້ອງຕ້ອງການ ແລະ ສະພາບຕົວຈິງ. ພະນັກງານ ແລະພາລາກອນການແພດ ຂອງສອງກົມກອງຄວນສືບຕໍ່ເພີ່ມທະວີການແລກປ່ຽນ, ຖອນຖອນບົດຮຽນປະສົບການ, ຍົກລະດັບຄວາມຮູ້ວິຊາການວິຊາສະເພາະ ເພື່ອຍົກສູງຄຸນນະພາບຂອງວຽກງານເບິ່ງແຍງດູແລສຸຂະພາບ ໃຫ້ແກ່ທະຫານ ແລະ ປະຊາຊົນຢ່າງບໍ່ຢຸດຢັ້ງ.

ໂດຍ: ທູຈາງ