ໃນຂອບເຂດລາຍການ, ຄະນະນາຍທະຫານໜຸ່ມຫວຽດນາມ ຈະໄປຢ້ຽມຢາມບັນດາວິທະຍາຄານ, ໂຮງຮຽນກອງທັບອິນເດຍ ຈຳນວນໜຶ່ງຢູ່ນະຄອນ Pune. ນີ້ແມ່ນໂອກາດ ເພື່ອໃຫ້ນາຍທະຫານໜຸ່ມຂອງກອງທັບສອງປະເທດເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ແລກປ່ຽນບົດຮຽນໃນການປະຕິບັດໜ້າທີ່.

*ໃນວັນດຽວກັນ, ຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ໂຮງຮຽນບຳລຸງສ້າງກໍາລັງຊ່າງແສງ ແລະວິສະວະກອນການທະຫານຢູ່ນະຄອນ Pune. ສອງຝ່າຍໄດ້ແລກປ່ຽນປະສົບການ, ແບ່ງປັນຄວາມຄ້າຍຄືກັນ ແລະຄວາມແຕກຕ່າງກັນໃນການຝຶກອົບຮົມ, ບັນດາມາດຕະການຊຸກຍູ້ບົດບາດຂອງບັນດານາຍທະຫານໜຸ່ມໃນການກໍ່ສ້າງກອງທັບ, ຈາກນັ້ນເພີ່ມທະວີຄວາມເຂົ້າໃຈລະຫວ່າງຊາວໜຸ່ມກອງທັບສອງຝ່າຍ.

leftcenterrightdel
ຄະນະນາຍທະຫານໜຸ່ມຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບນາຍທະຫານອິນເດຍ ຢູ່ສູນຝຶກຊ້ອມພາຍເຮືອ. ພາບ: qdnd.vn

ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າ ນາຍທະຫານໜຸ່ມຫວຽດນາມ ແລະນາຍທະຫານໜຸ່ມອິນເດຍ ຈະແມ່ນແກ່ນສານ, ແມ່ນຂົວຕໍ່ສຳຄັນ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ວກວ່າອີກ ແລະຊຸກຍູ້ການພົວພັນຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງປະເທດເວົ້າລວມ, ນາຍທະຫານໜຸ່ມຂອງສອງກອງທັບເວົ້າສະເພາະໃຫ້ນັບມື້ນັບພັດທະນາ.

ເນື່ອງໃນໂອກາດນີ້, ຄະນະຍັງໄດ້ໄປຢ້ຽມຢາມພະແນກວິທະຍາການຕໍ່ສູ້ ແລະພະແນກພູມສາດວິທະຍາ, ສູນຝຶກຊ້ອມພາຍເຮືອ ແລະໄດ້ຮັບຟັງແນະນຳກ່ຽວກັບຜະລິດຕະພັນວິທະຍາສາດເຕັກນິກສູງຂອງໂຮງຮຽນ. ການເຄື່ອນໄຫວພົບປະແລກປ່ຽນນາຍທະຫານໜຸ່ມຫວຽດນາມ - ອິນເດຍ ທີ່ຈັດຕັ້ງປະຈຳປີ ໄດ້ປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ໂດຍ: ຈາງຫງວຽນ