ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ, ພົ້ນເດັ່ນແມ່ນໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນບັນດາຄະນະຜູ້ແທນຂັ້ນສູງ; ຜັນຂະຫຍາຍບັນດາກົນໄກຮ່ວມມື, ປຶກສາຫາລືປະຈຳໄລຍະຢ່າງມີປະສິດທິຜົນ; ການຝຶກອົບຮົມ, ການສຶກສາກໍ່ສ້າງ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ແລກປ່ຽນກັບທ່ານພັນເອກ Dheeraj Kotwal, ທູດປ້ອງກັນຊາດອິນເດຍ ປະຈໍາ ຫວຽດນາມ. ພາບ: ງອກທື

ທ່ານພົນໂທ ຮວ່າງຊວນຈຽນ ສະເໜີໃນໜ້າທີ່ຮັບຜິດຊອບຂອງຕົນ, ທ່ານພັນເອກ Dheeraj Kotwal ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເໝາະສົມກັບຄວາມຕ້ອງການຂອງທັງສອງຝ່າຍ.

ທ່ານພັນເອກ Dheeraj Kotwal ເຫັນດີເປັນເອກະພາບກັບຄຳເຫັນຂອງທ່ານພົນໂທ ຮວ່າງຊວນຈຽນ ແລະໃຫ້ຮູ້ວ່າ ຈະລາຍງານໃຫ້ບັນດາການນຳກະຊວງປ້ອງກັນປະເທດອິນເດຍ ຢ່າງທັນການ, ພ້ອມທັງຕັ້ງໜ້າປຶກສາຫາລື, ເຫັນດີເປັນເອກະພາບເພື່ອຫັນບັນດາເນື້ອໃນການຮ່ວມມືໃນໄລຍະຈະມາເຖິງປະກົດຜົນເປັນຈິງໂດຍໄວ.

* ໃນຕອນເຊົ້າວັນດຽວກັນ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ Ulysses S.Mancao, ທູດປ້ອງກັນຊາດຟີລິບປິນ ປະຈຳ ຫວຽດນາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ແລກປ່ຽນກັບທ່ານພັນເອກ Ulysses S.Mancao, ທູດປ້ອງກັນຊາດຟີລິບປິນ ປະຈໍາ ຫວຽດນາມ. ພາບ: ງອກທື

ທ່ານພົນໂທ ຮວ່າງຊວນຈຽນ ຮັບຮູ້ໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ຟີລິບປິນ ໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດ: ແລກປ່ຽນຄະນະຜູ້ແທນ; ພົບປະແລກປ່ຽນນາຍທະຫານໜຸ່ມ; ຮັກສາກົນໄກປຶກສາຫາລື, ເຈລະຈາ; ການຮ່ວມມືລະຫວ່າງທະຫານເຮືອ, ທະຫານອາກາດ, ຕໍາຫຼວດທະເລສອງປະເທດ. ທ່ານພົນໂທ ຮວ່າງຊວນຈຽນ ສະເໜີໃຫ້ທ່ານພັນເອກ Ulysses S.Mancao ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ແລະບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງຟີລິບປິນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນ 6 ເດືອນທ້າຍປີ 2024 ຢ່າງມີປະສິດທິຜົນ.

ສ່ວນທ່ານພັນເອກ Ulysses S.Mancao ຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຂອງກະຊວງປ້ອງກັນປະເທດສອງປະເທດເພື່ອຈັດຕັ້ງ, ປະຕິບັດບັນດາເນື້ອໃນການຮ່ວມມືຕາມແຜນການປີ 2024 ແລະທິດທາງຂອງການນໍາກະຊວງປ້ອງກັນປະເທດ, ກອງທັບສອງປະເທດ.

ໂດຍ: ຈາງຫງວຽນ