ເອື້ອຍ ຫງວຽນທິແວ ຢູ່ໜ່ວຍ 5, ເມືອງ ຫງວຽນຈ້າຍ, ນະຄອນຮ່າຢາງ ໄດ້ເລົ່າສູ່ຟັງດ້ວຍຄວາມຕື້ນຕັນໃຈວ່າ: “ຖ້າຫາກບໍ່ມີທະຫານ, ທະຫານລາດປ້ອງກັນຕົວມາຊ່ວຍນັ້ນ ຄອບຄົວຂ້າພະເຈົ້າບໍ່ຮູ້ຈະເຮັດແນວໃດ. ຮຸ່ງເຊົ້າວັນທີ 10 ມິຖຸນາ, ນໍ້າໄຫຼມາໄວໂພດເຮັດໃຫ້ຄອບຄົວຂ້າພະເຈົ້າເອົາຫຍັງບໍ່ທັນ, ຮ້ານຂາຍເຄື່ອງຂອງຄອບຄົວຖືກນໍ້າພັດໄຫຼໄປໝົດ. ຫຼັງຈາກນໍ້າແຫ້ງລົງ, ຜົວເມຍຂ້າພະເຈົ້າທໍ້ຖອຍໃຈຫຼາຍຍ້ອນບໍ່ເຫຼືອຫຍັງຈັກຢ່າງ, ຫຼຽວເຫັນແຕ່ຂີ້ເຫຍື້ອ, ຂີ້ຕົມຢູ່ທົ່ວທຸກບ່ອນ. ໃນເວລາຫຍຸ້ງຍາກທີ່ສຸດ, ພະນັກງານ, ນັກຮົບກອງພັນໃຫຍ່ 877, ກອງບັນຊາການທະຫານແຂວງຮ່າຢາງ ໄດ້ມີໜ້າເພື່ອມາຊ່ວຍຄອບຄົວອະນາໄມເຮືອນຊານ, ຍ້າຍເຄື່ອງຂອງທີ່ຍັງເຫຼືອໄປໄວ້ບ່ອນປອດໄພຢ່າງວ່ອງໄວ”.

leftcenterrightdel
ທະຫານຊ່ວຍປະຊາຊົນເມືອງຫງວຽນຈ້າຍ, ນະຄອນຮ່າຢາງ ເກັບມ້ຽນຊັບສິນພາຍຫຼັງນໍ້າຖ້ວມ. ພາບ: ຮຸຍຫງວຽນ

ເອື້ອຍ ຮວ່າງທິແຊນ ທີ່ຢູ່ໜ່ວຍ 6, ເມືອງກວາງຈູງ, ນະຄອນຮ່າຢາງ ຄິດວ່າຈະບໍ່ລືມຮູບພາບທະຫານໂດຍບໍ່ຫົວຊາຕໍ່ອັນຕະລາຍ ລອດເຂົ້າປ່ອງຫຼັງຄານ້ອຍໆເພື່ອຊ່ວຍສອງແມ່ລູກອອກຈາກເຂດອັນຕະລາຍ. ເອື້ອຍ ແຊນ ເລ່ົາໃຫ້ຟັງວ່າ ຄືນເກີດນໍ້າຖ້ວມ, ຢູ່ເຮືອນມີແຕ່ສອງແມ່ລູກ, ເອື້ອຍບໍ່ຮູ້ເຮັດແນວໃດຍ້ອນບໍ່ເຫັນລູກກະແຈເຮືອນ, ໃນຂະນະນັ້ນນໍ້າຂຶ້ນສູງໄວ... ພາຍຫຼັງເອີ້ນຄົນມາຊ່ວຍຫຼາຍຄັ້ງຈົນສຽງແຮບ, ອ້າຍທະຫານກໍ່ໄດ້ມາຊ່ວຍສອງແມ່ລູກເອື້ອຍໄປຍັງເຂດປອດໄພ. “ໃນຍາມທີ່ສິ້ນຫວັງ, ຂ້າພະເຈົ້າໄດ້ຍິນສຽງທະຫານເອີ້ນດັງແຮງ... ໃນເວລານາທີນັ້ນ, ຂ້າພະເຈົ້າບໍ່ສາມາດພັນລະນາຄວາມຮູ້ສຶກພິເສດຂອງຕົນໄດ້ເມື່ອຮູ້ວ່າສອງແມ່ລູກໄດ້ຮັບການຊ່ວຍເຫຼືອແລ້້ວ”.

ໂດຍແມ່ນຜູ້ບັນຊາທະຫານມາຊ່ວຍເຫຼືອປະຊາຊົນໂດຍກົງໃນຄືນນ້ຳຖ້ວມ, ທ່ານພັນຕີ ຮວ່າງກວາງຈູງ ຮອງຫົວໜ້າເສນາທິການ ກອງພັນໃຫຍ່ 877 ຈື່ກໍລະນີຮີບດ່ວນນັ້ນໄປຕະຫຼອດ. ນໍ້າຂຶ້ນສູງໄວ, ເຮືອນຫຼາຍຫຼັງໃນນະຄອນຖືກນ້ຳຖ້ວມ, ຊອກທຸກແຫ່ງຂອງນະຄອນຍິນແຕ່ສຽງຮ້ອງຊ່ວຍ... ໃນເວລາທີ່ອັນຕະລາຍນັ້ນ, ມີພະນັກງານ, ນັກຮົບຂອງກົມກອງຫຼາຍຮ້ອຍຄົນພ້ອມກັບກໍາລັງທະຫານລາດປ້ອງກັນຕົວທ້ອງຖິ່ນໄດ້ນໍາໃຊ້ອຸປະກອນເຂົ້າຊ່ວຍເຫຼືອຢ່າງຮີບດ່ວນ, ເຂົ້າໄປແຕ່ລະຮ່ອມເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຕິດຂ້າງໄປຍັງເຂດປອດໄພ, ເອົານໍ້າດຶ່ມ, ເຄື່ອງກິນໄປໃຫ້ພໍ່ແມ່ປະຊາຊົນ... ຄືນມື້ນັ້ນ, ພະນັກງານ, ນັກຮົບກົມກອງພາກັນຢູ່ຊອດແຈ້ງພ້ອມກັບປະຊາຊົນຢູ່ເຂດນໍ້າຖ້ວມ. ສິ່ງທີ່ໜ້າຊົມຊື່ນແມ່ນວຽກງານກູ້ໄພໄດ້ດໍາເນີນໄປຢ່າງປອດໄພ.

ເຫັນທະຫານໄປຜ່ານເຮືອນ, ທ່ານ ເຈິ່ນກວາງຝູ ຢູ່ເມືອງ ຫງວຽນຈ້າຍ, ນະຄອນຮ່າຢາງ ໄດ້ຢຸດເຮັດວຽກ, ໂບກມືອຳລາ, ສະແດງຄວາມຮູ້ບຸນຄຸນ. ນໍ້າຖ້ວມຜ່ານມາ ໄດ້ເຮັດໃຫ້ຊັບສິນທີ່ມີຄ່າຂອງຫຼາຍຄອບຄົວຈົມນ້ຳ, ໂຊກດີທີ່ມີພະນັກງານ, ນັກຮົບກໍາລັງປະກອບອາວຸດມາຊ່ວຍເຫຼືອຢ່າງທັນການ, ຊັບສິນສ່ວນໜຶ່ງໄດ້ຍ້າຍໄປບ່ອນປອດໄພ.

ເຖິງວ່າໄພພິບັດທາງທຳມະຊາດໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນກໍ່ຕາມ, ແຕ່ໃນເລື່ອງເລົ່າຂອງປະຊາຊົນເຂດນ້ຳຖ້ວມຮ່າຢາງຍາກທີ່ຈະມີຄຳຈົ່ມວ່າສ່ວນຫຼາຍມີແຕ່ເວົ້າເຖິງການກະທຳ ແລະວຽກເຮັດຂອງບັນດາທະຫານ, ທະຫານລາດປ້ອງກັນຕົວທີ່ມານະພະຍາຍາມຊ່ວຍເຫຼືອປະຊາຊົນຕ້ານນໍ້າຖ້ວມ;  ນັ້ນແມ່ນຮູບຂອງທະຫານລຸຍນ້ຳໄປເອີ້ນຄົນຢູ່ແຕ່ລະເຮືອນ, ເອີ້ນແຕ່ລະຄອບຄົວ, ຊອກຫາຜູ້ທີ່ຕິດຄ້າງ ແລະພາໄປຢູ່ບ່ອນປອດໄພ; ວຽກທີ່ເຮັດທັງໝົດເຫຼົ່ານີ້ ໄດ້ສະແດງອອກໃຫ້ເຫັນອາລົມຈິດ ແລະຄວາມຮັບຜິດຊອບຂອງພະນັກງານ, ນັກຮົບກໍາລັງ ປະກອບອາວຸດທີ່ມີຕໍ່ພໍ່ແມ່ປະຊາຊົນໃນຍາມອັນຕະລາຍ, ຫຍຸ້ງຍາກ.

ໂດຍ: ໄຊນີດາ