ເນື່ອງໃນໂອກາດນີ້, ທ່ານພົນຈັດຕະວາ Ameer Muhammad Umrani ໄດ້ອ່ານຈົດໝາຍຂອງທ່ານນາງ AnneMarie van den Berg, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ກ່ຽວກັບລະບົບຕ່ອງໂສ້ການສະໜອງ ຂຶ້ນກັບກົມໜູນຊ່ວຍການເຄື່ອນໄຫວ, ຊົມເຊີຍກອງຊ່າງແສງ ເລກ 2 ຂອງຫວຽດນາມ ທີ່ປະຕິບັດໜ້າທີ່ຢູ່ເຂດ Abyei ໄດ້ກໍ່ສ້າງສຳເລັດຄ້າຍທະຫານອັດສະລິຍະຢູ່ຖານທັບ Highway, ຄ້າຍທະຫານອັດສະລິຍະທໍາອິດໂດຍກອງຊ່າງແສງການທະຫານກໍ່ສ້າງ.

leftcenterrightdel
ທ່ານພົນຈັດຕະວາ Ameer Muhammad Umrani ແລະທ່ານພົນຕີ ຟ້າມເຈື່ອງເຊີນ ມອບຈົດໝາຍຍ້ອງຍໍຂອງສະຫະປະຊາຊາດເຖິງທ່ານພັນເອກພິເສດ ຫງວຽນຫວຽດຮືງ, ຫົວໜ້າກອງຊ່າງແສງຫວຽດນາມ. ພາບ: ງອກຮືງ.

ທີ່ການເຮັດວຽກ, ຜູ້ຕາງໜ້າບັນດາອົງການຂອງຄະນະປະຕິບັດງານ UNISFA ໃຫ້ຮູ້ວ່າ: ກອງຊ່າງແສງຫວຽດນາມ ຕ້ອງປະຕິບັດຫຼາຍໜ້າທີ່ພ້ອມກັນໃນເງື່ອນໄຂທີ່ຄະນະປະຕິບັດງານປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບບຸກຄະລາກອນ, ພື້ນຖານດ້ານວັດຖຸ, ພາຫະນະອຸປະກອນ ແລະສະພາບດິນຟ້າອາກາດ. ບັນດາການນຳ ແລະຜູ້ບັນຊາການຄະນະປະຕິບັດງານ UNISFA ຕີລາຄາວ່າ ກອງຊ່າງແສງ ແລະບັນດານາຍທະຫານກອງທັບປະຊາຊົນຫວຽດນາມ ໄດ້ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ.

ທ່ານພົນຕີ ຟ້າມເຈື່ອງເຊີນ ປາດຖະໜາວ່າ ຜູ້ບັນຊາຂອງຄະນະປະຕິບັດງານ UNISFA ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ບັນດາກໍາລັງຂອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ປະຕິບັດສໍາເລັດໜ້າທີ່ຂອງຕົນ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ປະກອບສ່ວນຮັກສາສັນຕິພາບໃນທົ່ວໂລກ ກໍ່ຄືຊີວິດອິ່ມໜຳສຳລານ ແລະຄວາມຜາສຸກຂອງ ປະຊາຊົນຢູ່ເຂດ Abyei.

ໂດຍ: ຈາງຫງວຽນ