ຮອດຕອນບ່າຍວັນທີ 11 ມິຖຸນາ, ນໍ້າຖ້ວມໄດ້ເຮັດປະຊາຊົນເສຍຊີວິດ 3 ຄົນ, ເຮືອນ 1.400 ກວ່າຫຼັງຖືກຜົນກະທົບ, ເນື້ອທີ່ນາ ແລະ ພືດຖືກເສຍຫາຍ 278 ກວ່າເຮັກຕາ, ໜອງປາ 28,7 ເຮັກຕາ ຖືກຖ້ວມ, ສັດລ້ຽງສັດປີກ ຫຼາຍພັນໂຕຖືກນໍ້າພັດໄຫຼໄປ, ລົດຈັກ 281 ຄັນ ແລະ ລົດໂອໂຕ 91 ຄັນ ຖືກນໍ້າຖ້ວມ, ດິນເຊາະເຈື່ອນຢູ່ຕາມເສັ້ນທາງຫຼວງນັບໝື່ນແມັດກ້ອນ… ຄາດວ່າ, ຄວາມເສຍຫາຍຈາກໄພທຳມະຊາດແມ່ນກວ່າ 61 ຕື້ດົ່ງ.

ຢູ່ເມືອງແມ່ວວາກ, ຝົນຕົກໜັກແກ່ຍາວໄດ້ເຮັດໃຫ້ເກີດໄພນ້ຳຖ້ວມຢູ່ຫຼາຍແຫ່ງ, ກໍ່ຄວາມເສຍຫາຍກ່ຽວກັບຜົນລະປູກ, ກິດຈະກໍາດ້ານການສຶກສາ, ເສົາໄຟຟ້າ; ເສັ້ນທາງລະຈາກໃຈກາງເມືອງແມ່ວວາກ ໄປຍັງຕາແສງຕິດກັບຊາຍແດນ ແລະ ແມ່ນ້ຳ ຫຍໍເກ໋ ຖືກເຊາະເຈື່ອນນັບຮ້ອຍແມັດກ້ອນ, ປະຊາຊົນຢູ່ບ້ານຂວຍຣ່ວາຍ, ຕາແສງຕາດງ່າ 28 ຄອບຄົວຕ້ອງຍົກຍ້າຍ. ກອງບັນຊາການທະຫານເມືອງແມ່ວວາກ ໄດ້ລະດົມພະນັກງານ, ນັກຮົບຂອງກົມກອງ ແລະກໍາລັງທະຫານລາດຢູ່ບໍລິເວນ ໄປໜູນຊ່ວຍປະຊາຊົນເຮັດອະນາໄມເຮືອນຊານ ແລະຍົກຍ້າຍຊັບສິນໄປຍັງບ່ອນປອດໄພ.

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານເມືອງ ແມ່ວວາກ (ແຂວງຮ່າຢາງ) ພ້ອມກັບກໍາລັງທະຫານລາດ ຂຸດລອກເສັ້ນທາງ ເຂົ້າບ້ານຂວຍຣ່ວາຍ, ຕາແສງຕາດງ່າ (ເມືອງແມ່ວວາກ)  ຍ້ອນຖືກນໍ້າຖ້ວມ, ດິນເຊາະເຈື່ອນ. ພາບ: qdnd.n

ທ່ານພັນເອກ ຫວູຊວນເທີ່ຍ, ຫົວໜ້າກອງບັນຊາການທະຫານເມືອງແມ່ວວາກ ໃຫ້ຮູ້ວ່າ: “ທາງກົມກອງໄດ້ຈັດສົ່ງກໍາລັງໄປຍັງທ້ອງຖິ່ນທີ່ຖືກເສຍຫາຍ, ຊ່ວຍເຫຼືອປະຊາຊົນສ້ອມແປງເຮືອນຊານ,  ທໍາຄວາມສະອາດສິ່ງແວດລ້ອມ, ບໍ່ປະໃຫ້ພະຍາດແຜ່ລະບາດພາຍຫຼັງໄພນໍ້າຖ້ວມ. ສ້ອມແປງເສັ້ນທາງຖືກເຊາະເຈື່ອນ, ຮັບປະກັນການຈະລາຈອນ,  ບໍ່ປະໃຫ້ຕົກຢູ່ໂດດດ່ຽວ".

ຢູ່ນະຄອນຮ່າຢາງ ມີ  39 ແຫ່ງຖືກນ້ຳຖ້ວມ, ນັບພັນຄອບຄົວຖືກນໍ້າຖ້ວມ. ຕອນບ່າຍວັນທີ 10 ມິຖຸນາ, ເມື່ອນ້ຳຖ້ວມເລີ່ມຫຼຸດລົງ, ປະຊາຊົນໄດ້ຕັ້ງໜ້າເຮັດອະນາໄມເຮືອນຊານ, ເກັບຂີ້ເຫຍື້ອ, ທໍາຄວາມສະອາດຢູ່ຖະໜົນຫົນທາງ, ໜູນຊ່ວຍສ້ອມແປງພາຫະນະທີ່ຖືກນໍ້າຖ້ວມ.

ທ່ານ ເລຖ໊າຍຮືງ ປະທານຄະນະກຳມະການປະຊາຊົນຕາແສງເຟືອງທ້ຽນ ໃຫ້ຮູ້ວ່າ: ຕາແສງເຟືອງທ້ຽນ ມີເສັ້ນທາງຖືກນ້ຳຖ້ວມເລິກ 600 ແມັດ, ເສັ້ນທາງທັງສອງຟາກເປັນຂີ້ຕົມ, ເຮັດໃຫ້ພາຫະນະໄປມາຍາກ. ແຕ່ຮຸ່ງເຊົ້າວັນທີ 11 ມິຖຸນາ, ທາງຕາແສງໄດ້ລະດົມຊັບພະຍາກອນມະນຸດ ແລະປະຊາຊົນຂຸດກວາດຂີ້ຕົມ ແລະຂຸດຄອງເໝືອງໃຫ້ລຸລ່ວງ, ຄາດວ່າຮອດຕອນບ່າຍຂອງວັນດຽວກັນ, ເສັ້ນທາງທັງໝົດຈະ ຮັບປະກັນໃຫ້ພະຫະນະ ແລະປະຊາຊົນໄປມາຢ່າງສະດວກສະບາຍ”.

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງຮ່າຢາງ ຊ່ວຍເຫຼືອປະຊາຊົນນະຄອນຮ່າຢາງ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ. ພາບ: qdnd.vn
leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານເມືອງແມ່ວວາກ (ແຂວງຮ່າຢາງ) ພ້ອມກັບກໍາລັງທະຫານລາດ ຂຸດລອກເສັ້ນທາງ ເຂົ້າບ້ານຂວຍຣ່ວາຍ, ຕາແສງຕາດງ່າ (ເມືອງແມ່ວວາກ) ຍ້ອນຖືກນໍ້າຖ້ວມ, ດິນເຊາະເຈື່ອນ. ພາບ: qdnd.n
leftcenterrightdel
ຍ້ອນຝົນຕົກໜັກແກ່ຍາວ ເຮັດໃຫ້ຫຼາຍບ້ານໃນບໍລິເວນເມືອງແມ່ວາກ (ແຂວງຮ່າຢາງ) ມີຄວາມສ່ຽງຖືກດິນເຊາະເຈື່ອນສູງ. ພາບ: qdnd.n

ໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ກອງບັນຊາການທະຫານແຂວງຮ່າຢາງ ໄດ້ລະດົມພະນັກງານ, ນັກຮົບກອງພັນໃຫຍ່ 877  ກວ່າ 200 ຄົນ, ລະດົມພະນັກງານ, ນັກຮົບກໍາລັງປະຈໍາການ ແລະທະຫານລາດ ຂອງກອງບັນຊາການທະຫານນະຄອນຮ່າຢາງ  300 ກວ່າຄົນ ໄປຊ່ວຍເຫຼືອປະຊາຊົນຢູ່ຕາແສງ ຫງອກຮ່າ, ຕາແສງ ເຟືອງທ້ຽນ, ຕາແສງ ຫງອກເດື່ອງ, ໂຮງຮຽນອະນຸບານ ເຊີນກາ, ໂຮງຮຽນອະນຸບານຮວາມາຍ, ກູ້ໄພກູ້ຊີບ, ເຮັດອະນາໄມ, ກຳຈັດສິ່ງເສດເຫຼືອ.

ຕໍ່ໜ້າການຜັນແປຢ່າງສັບສົນຂອງດິນຟ້າອາກາດ, ປະທານຄະນະກຳມະການປະຊາຊົນແຂວງຮ່າຢາງ ໄດ້ປະກາດໂທລະເລກທາງການ ສຸມໃສ່ແກ້ໄຂ ແລະເປັນເຈົ້າການຮັບມືກັບສະພາບຝົນຕົກໜັກໃນບໍລິເວນແຂວງ, ຮຽກຮ້ອງໃຫ້ບັນດາພະແນກ, ຂະແໜງການ, ຄະນະກໍາມະການປະຊາຊົນທຸກຂັ້ນ ສຸມກຳລັງແຮງ, ແກ້ໄຂຄວາມເສຍຫາຍຢ່າງວ່ອງໄວ; ໜູນຊ່ວຍ, ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ແລະແບ່ງປັນກັບບັນດາຄອບຄົວທີ່ຖືກເສຍຫາຍຈາກຝົນຕົກໜັກ; ໜູນຊ່ວຍດ້ານສະບຽງອາຫານ ແລະສິ່ງຂອງທີ່ຈຳເປັນຢ່າງຮີບດ່ວນ, ຮັບປະກັນບໍ່ປະໃຫ້ປະຊາຊົນຖືກອິກຫິວ; ຈັດແຈງບ່ອນກິນບ່ອນຢູ່ຊົ່ວຄາວ ໃຫ້ແກ່ບັນດາຄອບຄົວທີ່ມີເຮືອນຊານຖືກເສຍຍ້ອນໄພນ້ຳຖ້ວມ; ລະດົມກຳລັງໜູນຊ່ວຍປະຊາຊົນສ້ອມແປງ, ກໍ່ສ້າງເຮືອນຢູ່, ເຮັດອະນາໄມທໍາຄວາມສະອາດສິ່ງແວດລ້ອມ, ສະກັດກັ້ນພະຍາດແຜ່ລະບາດພາຍຫຼັງນ້ຳຖ້ວມ. ເປັນເຈົ້າການສ້ອມແປງກິດຈະກໍາໂຄງລ່າງທີ່ຈຳເປັນຢ່າງວ່ອງໄວ, ຄື: ສຸກສາລາ, ລະບົບໄຟຟ້າ, ລະບົບນ້ຳປະປາ, ກິດຈະກໍາທາງຄົມມະນາຄົມ ແລະຊົນລະປະທານ ເພື່ອເປັນເຈົ້າການຮັບມືກັບໄພທຳມະຊາດຄັ້ງໃໝ່  ແລະຟື້ນຟູການຜະລິດພາຍຫຼັງນ້ຳຖ້ວມຢ່າງວ່ອງໄວ, ປະກອບສ່ວນເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນເປັນປົກກະຕິ.

ໃນສະພາບໄພນ້ຳຖ້ວມ, ອາລົມຈິດຄວາມຮັກແພງ ແລະຄວາມຮັບຜິດຊອບຕໍ່ປະຊາຊົນໄດ້ສະແດງອອກຢ່າງຈະແຈ້ງ. ນັ້ນແມ່ນການກະທໍາຂອງບັນດານັກຮົບທະຫານຊາຍແດນ ຂອງຄ້າຍທະຫານຊາຍແດນດ່ານຊິ໊ນເມິ່ນ (ທະຫານຊາຍແດນແຂວງຮ່າຢາງ) ທີ່ໄດ້ກູ້ຊ່ວຍຄອບຄົວຂອງອ້າຍ ລີວັນຫວາ, ຢູ່ບ້ານຖັ໊ງເລີ້ຍ, ຕາແສງ ນ່າສິນ ເມື່ອເຮືອນຊານຖືກຖົມຝັງຍ້ອນດິນເຊາເຈື່ອນ; ໜູນຊ່ວຍສິ່ງຂອງທີ່ຈໍາເປັນໃຫ້ຄອບຄົວອ້າຍເພື່ອຮັບປະກັນຊີວິດເປັນປົກກະຕິໃນເບື້ອງຕົ້ນ. ພ້ອມທັງ ໂຄສະນາເຜີຍແຜ່ ແລະຂົນຂວາຍປະຊາຊົນຢູ່ບໍລິເວນດັ່ງກ່າວ ພິເສດແມ່ນບັນດາຄອບຄົວຢູ່ບ່ອນທີ່ມີຄວາມສ່ຽງຖືກດິນເຊາະເຈື່ອນ ຍົກຍ້າຍທັງຄົນ ແລະຊັບສິນໄປຍັງບ່ອນທີ່ປອດໄພ. ນັ້ນແມ່ນບັນດານັກຮົບໃນກອງທັບ, ທະຫານລາດ, ຕຳຫຼວດ ທີ່ໄດ້ຊ່ວຍຍົກຍ້າຍຊັບສິນໃຫ້ແກ່ປະຊາຊົນໃນຂະນະພາຍຸນ້ຳຖ້ວມ; ໜູນຊ່ວຍນັກທ່ອງທ່ຽວໄປຫາບ່ອນທີ່ປອດໄພ; ນັ້ນແມ່ນບັນດາສະມາຊິກຊາວໜຸ່ມອາສາສະໝັກ ນັບພັນຄົນທີ່ມີໜ້າໃນທຸກເສັ້ນທາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທໍາມະຊາດ ແລະຊ່ວຍເຫຼືອປະຊາຊົນມີຊີວິດເປັນປົກກະຕິ.

ໂດຍ: ທູຈາງ