ລາຍງານຕໍ່ທ່ານປະທານປະເທດ ແລະຄະນະປະຕິບັດງານກ່ຽວກັບບາງໝາກຜົນພົ້ນເດັ່ນໃນການປະຕິບັດໜ້າທີ່ຂອງເຫຼົ່າທັບເຮືອ ປີ 2023 ແລະ 6 ເດືອນຕົ້ນປີ 2024, ທ່ານພົນຕີ ເຈິ່ນແທັງງຽມ, ກຳມະການສູນກາງພັກ, ຜູ້ບັນຊາການເຫຼົ່າທັບເຮືອ ຢືນຢັນວ່າ ໂດຍຊາບຊຶມບັນດາຄໍາສັ່ງ, ມະຕິຂອງພັກ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ພິເສດແມ່ນໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດຢ່າງເລິກເຊິ່ງ, ເຫຼົ່າທັບເຮືອ ໄດ້ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ. ພາບ: qdnd.vn

ທ່ານປະທານປະເທດ ໂຕເລິມ ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາຜົນງານ ແລະວິລະກໍາດີເດັ່ນ ເຊິ່ງເຫຼົ່າທັບເຮືອ ບັນລຸໄດ້ໃນໄລຍະຜ່ານມາ; ພ້ອມກັນນັ້ນຮຽກຮ້ອງໃຫ້ເຫຼົ່າທັບເຮືອ ຈະສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະປະຕິບັດມະຕິ, ຄໍາສັ່ງຂອງພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ຢ່າງເຂັ້ມງວດ. ໃນນັ້ນສຸມໃສ່ກໍ່ສ້າງເຫຼົ່າທັບເຮືອ ໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ເປັນພື້ນຖານເພື່ອຍົກສູງຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບ.

ເປັນເຈົ້າການກຳແໜ້ນສະພາບການຜັນແປຢູ່ທະເລ, ຍົກສູງຄວາມສາມາດໃນການໄຈ້ແຍກ, ຕີລາຄາ, ຄາດຄະເນ, ເປັນເສນາທິການຢ່າງທັນການໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບບັນດານະໂຍບາຍ ແລະມາດຕະການແກ້ໄຂຍຸດທະສາດ; ແກ້ໄຂສະຖານະການທີ່ສັບສົນຢູ່ທະເລຢ່າງມີໄຫວພິບ ແລະຖືກຕ້ອງ,  ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ, ໂດຍສະເພາະແມ່ນຢູ່ເຂດທະເລທີ່ສໍາຄັນ...

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ພະນັກງານ, ນັກຮົບ ເຫຼົ່າທັບເຮືອ ຈະສືບຕໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ. ພາບ: qdnd.vn

ເຫຼ່ົາທັບເຮືອ ຄວນຍູ້ແຮງການຄົ້ນຄວ້າສະຫຼຸບປະສົບການໃນການສູ້ຮົບ, ປ່ຽນແປງໃໝ່ຍົກສູງຄຸນນະພາບການຝຶກແອບ, ລະດັບຄວາມຮູ້ ແລະຄວາມກຽມພ້ອມສູ້ຮົບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ. ເສີມຂະຫຍາຍສິລະປະຍຸດການທະຫານ, ວິທີການ ແລະປະສົບການໃນຕົວຈິງ, ຍົກລະດັບການຈັດຕັ້ງບັນຊາ ແລະຄວາມສາມາດໃນການສົມທົບກັນລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ການສູ້ຮົບເອກະລາດ, ລຽດຕິດໃນໄລຍະຍາວຢູ່ເຂດທະເລໃກ້ໆ ກໍ່ຄືຢູ່ເຂດທະເລຫ່າງໄກ, ສູ້ຮົບໃນເງື່ອນໄຂສົງຄາມດ້ວຍເຕັກໂນໂລຢີໂສູງ. ໂດຍປະຕິບັດບົດບາດຫຼັກແຫຼ່ງໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ແລະທ່າຮົບສົງຄາມປະຊາຊົນຢູ່ທະເລ; ເປັນເຈົ້າການ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງ, ທ້ອງຖິ່ນ ເພື່ອກໍ່ສ້າງເຂດປ້ອງກັນອັນໝັ້ນແກ່ນ. ປະຕິບັດແຜນນະໂຍບາຍສົມທົບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບເສດຖະກິດເປັນຢ່າງດີ; ຜັນຂະຫຍາຍບັນດາໂຄງການເສດຖະກິດ-ປ້ອງກັນຊາດ ຢູ່ທະເລຢ່າງມີປະສິດທິຜົນ. ເສີມຂະຫຍາຍກໍາລັງຄວາມສາມາດ ແລະທ່າແຮງຂອງວິສາຫະກິດທະຫານເຮືອ ເຂົ້າໃນການພັດທະນາບັນດາຂະແໜງເສດຖະກິດທະເລ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ  ແລະທ່ານພົນເອກ ຟານວັນຢາງ ປູກຕົ້ນໄມ້ເປັນທີ່ລະນຶກໃນບໍລິເວນເຫຼົ່າທັບເຮືອ. ພາບ: qdnd.vn

ທ່ານປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ດ້ວຍປະຫວັດແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວມາຫຼາຍປີຂອງເຫຼ່ົາທັບເຮືອ ວິລະຊົນ, ດ້ວຍຖັນແຖວພະນັກງານ, ນັກຮົບຈົ່ງຮັກພັກດີ, ມີຄຸນທາດ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະມີເຈດຈໍານົງຕັດສິນໃຈສູງ, ໃນໄລຍະຈະມາເຖິງ ເຫຼົ່າທັບເຮືອ ຈະປະຕິບັດສຳເລັດໜ້າທີ່ເປັນຫຼັກແຫຼ່ງແກ່ນສານໃນການຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ແລະໄຫຼ່ທະວີບອັນສັກກາລະບູຊາຂອງປະເທດຊາດ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ທະເລ, ສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັກແພງຂອງພັກ, ລັດ ແລະປະຊາຊົນ.

ໂດຍ: ທູຈາງ