ໃນບໍລິເວນແຂວງ ດົ່ງນາຍ, ປະຈຸບັນ ສະມາຄົມມູນເຊື້ອ ເຈືອງເຊີນ - ເສັ້ນທາງໂຮ່ຈີມິນ ມີສະມາຊິກ 600 ກວ່າຄົນ. ກ່ອນທີ່ຈະສ້າງຕັ້ງສະມາຄົມ, ບັນດາສະມາຊິກໄດ້ດຳເນີນຊີວິດ ພາຍໃຕ້ຄະນະຕິດຕໍ່ມູນເຊື້ອ. ດ້ວຍອາລົມຈິດຂອງເພື່ອນຮ່ວມກົມກອງ, ໃນແຕ່ລະປີ, ຄະນະຕິດຕໍ່ພົວພັນ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍສະມາຊິກທີ່ປະສົບກັບຄວາມຫຍຸ້ງຍາກພັດທະນາເສດຖະກິດຄອບຄົວ, ຄື: ມອບຂອງຂວັນ, ໜູນຊ່ວຍກໍ່ສ້າງເຮືອນຂອງເພື່ອນຮ່ວມກົມກອງ, ໜູນຊ່ວຍທຶນຮອນ, ມອບທຶນການສຶກສາໃຫ້ລູກຫຼານຂອງສະມາຊິກທີ່ປະສົບກັບຄວາມຫຍຸ້ງຍາກ...

leftcenterrightdel
ການນຳ, ຜູ້ບັນຊາການກອງພົນນ້ອຍ 972 ມອບດອກໄມ້ຊົມເຊີຍກອງປະຊຸມໃຫຍ່. ພາບ: qdnd.vn

ກອງປະຊຸມຄັ້ງນີ້ເພື່ອແນໃສ່ສ້າງຕັ້ງສະມາຄົມມູນເຊື້ອເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ແຂວງດົ່ງນາຍ, ເລືອກຕັ້ງຄະນະບໍລິຫານງານ, ຄະນະກຳມະການກວດກາ, ປະທານ, ຮອງປະທານສະມາຄົມ; ເຫັນດີເປັນເອກະພາບຕໍ່ທິດທາງ, ໜ້າທີ່ ໄລຍະ 2024-2029...

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ໂຮ່ສີເຫົ້າ, ອະດີດຫົວໜ້າກົມເສດຖະກິດ (ກະຊວງປ້ອງກັນປະເທດ), ຮອງປະທານສະມາຄົມມູນເຊື້ອ ເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ໄດ້ຍ້ອງຍໍຊົມເຊີຍການເຄື່ອນໄຫວທີ່ມີຄວາມໝາຍຂອງສະມາຄົມໃນໄລຍະຜ່ານມາ ແລະສະຕິລະວັງຕົວໃນການປະຕິບັດຕາມແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຂອງບັນດາສະມາຊິກສະມາຄົມ; ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກຊາດ, ສ້າງບ້ານເກີດເມືອງນອນແຂວງ ດົ່ງນາຍ ໃຫ້ນັບມື້ນັບຮັ່ງມີສວຍງາມ. ທ່ານພົນຈັດຕະວາ ໂຮ່ສີເຫົ້າ ສະເໜີໃຫ້ສະມາຄົມມູນເຊື້ອເຈືjອງເຊີນ - ເສັ້ນທາງໂຮ່ຈີມິນ ແຂວງດົ່ງນາຍ ສືບຕໍ່ສາມັກຄີ, ປ່ຽນແປງໃໝ່, ປະຕິບັດທິດທາງ, ໜ້າທີ່ວຽກງານໃນໄລຍະ 2024-2029 ຢ່າງມີໄຊ , ກໍ່ສ້າງສະມາຄົມໃຫ້ນັບມື້ນັບເຂັ້ມແຂງກວ່າອີກ.

ທີ່ກອງປະຊຸມ, ມີຫຼາຍໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານກໍ່ສ້າງສະມາຄົມ ໄດ້ຮັບການຍ້ອງຍໍຊົມເຊີຍ.

ໂດຍ: ຈາງຫງວຽນ