ພົນເອກ ຟານວັນຢາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອກອງພົນໃຫຍ່ທີ 2
ກປ.ອອນໄລ - ວັນທີ 17 ພຶດສະພາ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອກອງພົນໃຫຍ່ ທີ 2 (17-5-1974 / 17-5-2024) ແລະຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I.
ສູນທອນພົດທີ່ພິທີສະເຫຼີມສະຫຼອງໂດຍທ່ານພົນຈັດຕະວາ ເຈືອງແມ້ງຢຸງ, ຜູ້ບັນຊາການກອງພົນໃຫຍ່ທີ 12 ນໍາສະເໜີໄດ້ຢໍ້າຄືນໄລຍະທາງແຫ່ງການກໍ່ສ້າງ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວ ພ້ອມກັບບັນດາວິລະກໍາທີ່ດັງກ້ອງກັງວານຂອງກອງພົນໃຫຍ່ທີ 2 - ແມ່ທັບເຮືອງຢາງວິລະຊົນ.
    |
 |
ພົນເອກ ຟານວັນຢາງ ປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I ໃຫ້ແກ່ກອງພົນໃຫຍ່ທີ 2. ພາບ: qdnd.vn |
ໂດຍໄດ້ຮັບການສ້າງຕັ້ງຂຶ້ນຈາກບັນດາກົມກອງທີ່ມີມູນເຊື້ອຍາວນານ, ໄດ້ສ້າງວິລະກໍາຫຼາຍຢ່າງໃນສົງຄາມຕໍ່ສູ້ຕ້ານຝຣັ່ງ ແລະອາເມລິກາ ເຊິ່ງວິລະກໍາ ແລະຜົນງານອັນສະຫງ່າລາສີເຫຼົ່ານັ້ນ ໄດ້ເປັນຂີດໝາຍປະຫວັດສາດແຫ່ງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຈາກພາຍນອກຂອງຊາດ, ສ້າງເປັນມູນເຊື້ອ “ໄວວາ-ກ້າຫານ-ເດັດຂາດມີໄຊ” ຂອງກອງພົນໃຫຍ່ທີ 2 ວິລະຊົນ.
    |
 |
ທ່ານພົນຈັດຕະວາ ເຈືອງແມ້ງຢຸງ, ຜູ້ບັນຊາການກອງພົນໃຫຍ່ທີ 12 ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn |
ກ່າວຄຳເຫັນຊີ້ນໍາພິທີສະເຫຼີມສະຫຼອງ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຊົມເຊີຍ ຕໍ່ວິລະກໍາ ແລະຜົນງານດີເດັ່ນຂອງກອງພົນໃຫຍ່ທີ 2 - ແມ່ທັບເຮືອງຢາງ ທີ່ບັນລຸໄດ້ໃນຕະຫຼອດ 50 ປີຜ່ານມາ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ກອງພົນໃຫຍ່ 12 ຕ້ອງດຳເນີນມາດຕະການແກ້ໄຂຢ່າງຄົບຊຸດເພື່ອກໍ່ສ້າງກົມກອງ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ” ຕິດພັນກັບການປ່ຽນແປງໃໝ່ປະດິດຄິດສ້າງ, ຍົກສູງຄຸນນະພາບວຽກງານກຽມພ້ອມສູ້ຮົບໃຫ້ເໝາະສົມກັບພາລະບົດາດ, ໜ້າທີ່ວຽກງານ ແລະການບັນຈຸໃໝ່; ຈັດຕັ້ງການຝຶກແອບຢ່າງເຂັ້ມງວດ; ເປັນເຈົ້າຂອງພາຫະນະ ອາວຸດ, ຍຸດໂທປະກອນທີ່ທັນສະໄໝ; ຝຶກຝົນຫຼໍ່ຫຼອມຄວາມສາມາດຄວາມທົນທານ, ອົດທົນໃຫ້ແກ່ທະຫານ; ຮັກສາຄວາມສາມັກຄີ ແລະຄວາມເປັນເອກະພາບ; ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນ ກັບບັນດາກົມກອງເພື່ອນ ແລະທ້ອງຖິ່ນເພື່ອປະຕິບັດໜ້າທີ່ເປັນປົກກະຕິ ແລະ ເກີດຂຶ້ນໂດຍກະທັນຫັນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານເມື່ອມີກໍລະນີເກີດຂຶ້ນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອ, ກອງພົນໃຫຍ່ທີ 2 ເປັນກຽດໄດ້ຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I ຈາກພັກ ແລະ ລັດ.
ໂດຍ: ທູຈາງ