ເຊິ່ງດຳເນີນແຕ່ວັນທີ 13 – 29 ພຶດສະພາ, ເປົ້າໝາຍການຈັດການຊຸດຝຶກອົບຮົມແມ່ນເພື່ອແນໃສ່ປະກອບຄວາມຮູ້, ທັກສະດ້ານວິຊາສະເພາະກ່ຽວກັບວຽກງານເປັນເສນາທິການດ້ານການທະຫານໃຫ້ແກ່ ສປຊ ຂັ້ນສໍານັກງານບັນຊາການຄະນະປະຕິບັດງານໃຫ້ແກ່ນາຍທະຫານກອງທັບປະຊາຊົນຫວຽດນາມ ແລະບັນດາປະເທດຄູ່ຮ່ວມມື.

ກ່າວຄຳເຫັນທີ່ພິທີເປີດ, ທ່ານພັນເອກພິເສດ ຫງວຽນຍືແກ໋ງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ຮຽກຮ້ອງໃຫ້ຄູອາຈານຫວຽດນາມ ຍາດແຍ່ງກາລະໂອກາດໃນຊຸດຝຶກອົບຮົມເພື່ອຖອດຖອນບົດຮຽນນຳນັກຊ່ຽວຊານຕ່າງປະເທດ; ນັກສໍາມະນາກອນຕ້ອງເຂົ້າຮ່ວມຊຸດຝຶກອົບຮົມຢ່າງຕັ້ງໜ້າ ເພື່ອຮັບເອົາຄວາມຮູ້ ແລະປະສົບການຈາກນັກຊ່ຽວຊານ ແລະນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນອະນາຄົດ.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນຖ່າຍຮູບທີ່ລະນຶກກັບຄູອາຈານ ແລະນັກສໍາມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn

ສ່ວນທ່ານ Lee Seck Weng, ຫົວໜ້າຄະນະຄູອາຈານ GPOI ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງຫວຽດນາມ ໃນພາລະກິດຮັກສາສັນຕິພາບຂອງສະຫະປະຊາຊາດ. ຕາມທ່ານແລ້ວ, ຄວາມມານະພະຍາຍາມຂອງກອງກຳລັງຫວຽດນາມ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດບໍ່ພຽງແຕ່ສ້າງຜົນສະທ້ອນອັນໃຫຍ່ຫຼວງໃນພາກພື້ນເທົ່ານັ້ນ, ຫາກຍັງສ້າງແຮງບັນດານໃຈໃຫ້ຜູ້ອື່ນເຂົ້າຮ່ວມເປົ້າໝາຍອັນສູງສົ່ງ - ຮັກສາສັນຕິພາບຢູ່ບັນດາເຂດທີ່ໄດ້ຮັບຜົນສະທ້ອນຈາກການປະທະກັນ. ທ່ານ Lee Seck Weng ເຊື່ອໝັ້ນວ່າ ຊຸດຝຶກອົບຮົມດັ່ງກ່າວໄດ້ດໍາເນີນໄປຢ່າງມີປະສິດທິຜົນ ແລະມີຄວາມໝາຍຕໍ່ຜູ້ເຂົ້າຮ່ວມ.

ເນື້ອໃນຂອງຊຸດຝຶກອົບຮົມລວມມີ: ໂຄງປະກອບການຈັດຕັ້ງຄະນະປະຕິບັດງານ ແລະບັນດາອົງການທີ່ເປັນເສນາທິການໃຫ້ຄະນະປະຕິບັດງານ; ພື້ນຖານນິຕິກຳ ແລະແນະນໍາຂໍ້ກຳນົດໃນການເຄື່ອນໄຫວຂອງຄະນະປະຕິບັດງານ; ຫຼັກການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ; ການບັນຊາ ແລະຄວບຄຸມ;...; ພາລະບົດບາດ, ໜ້າທີ່ ແລະກົນໄກປະສານງານລະຫວ່າງບັນດາອົງການທີ່ເປັນເສນາທິການຢູ່ສຳນັກງານບັນຊາການຄະນະປະຕິບັດງານ. ບັນດານັກສໍາມະນາກອນຈະປະຕິບັດທັກສະການຮຽບຮຽງເອກະສານ ແລະສ້າງແຜນການສູ້ຮົບຕາມພາລະບົດບາດ, ໜ້າທີ່ຂອງແຕ່ລະອົງການທີ່ເປັນເສນາທິການຢູ່ສໍານັກງານບັນຊາການຄະນະປະຕິບັດງານ, ໂດຍອີງໃສ່ກໍລະນີຈຳລອງຕົວຈິງຢູ່ຄະນະປະຕິບັດງານ, ວິເຄາະຕີລາຄາສະຖານະການ, ຮຽບຮຽງຄໍາສັ່ງສູ້ຮົບ, ສ້າງແຜນການສູ້ຮົບ; ຝຶກບົດຮຽນສັງລວມຢູ່ຮູບຈໍາລອງກ່ຽວກັບການປະຕິບັດໜ້າທີ່ຂອງນາຍທະຫານເສນາທິການໃຫ້ສະຫະປະຊາຊາດ.

ໂດຍ: ທະນາພອນ