ກົມໃຫຍ່ພະລາທິການ ຈັດພິທີເປີດສະຫຼອງ ແລະມອບ-ຮັບ "ເຮືອນແຫ່ງມະຫາສາມັກຄີ"
ກປ.ອອນໄລ - ວັນທີ 11 ພຶດສະພາ, ຢູ່ຕາແສງ ຢາແຄ໊ງ, ເມືອງ ຢາລົກ, ແຂວງ ຫາຍເຢືອງ, ກົມໃຫຍ່ພະລາທິການ ໄດ້ຈັດພິທີເປີດສະຫຼອງ ແລະມອບ-ຮັບ "ເຮືອນແຫ່ງມະຫາສາມັກຄີ" ໃຫ້ແກ່ຄອບຄົວທ່ານ ຫງວຽນດຶກຈ້ອງ, ຢູ່ບ້ານບິ່ງເດ. ທ່ານພັນເອກພິເສດ ຫງວຽນແມ້ງຮຸ່ງ, ຫົວໜ້າການເມືອງ ກົມໃຫຍ່ພະລາທິການ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີເປີດສະຫຼອງ.
ຄອບຄົວທ່ານ ຫງວຽນດຶກຈ້ອງ ມີຄວາມຫຍຸ້ງຍາກເປັນພິເສດ. ທ່ານ ຈ້ອງ ມີອາຍຸຫຼາຍແລ້ວ, ສຸຂະພາບອ່ອນແອ, ເປັນພິການມາແຕ່ເກີດ; ເມຍກໍ່ເປັນພະຍາດ. ໂດຍປະຕິບັດການຂົນຂວາຍ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”, ອີງຕາມຂໍ້ສະເໜີຂອງອໍານາດການປົກຄອງທ້ອງຖິ່ນ. ກົມໃຫຍ່ພະລາທິການ ໄດ້ໜູນຊ່ວຍຄອບຄົວທ່ານ ຫງວຽນດຶກຈ້ອງ ດ້ວຍຈຳນວນເງິນ 80 ລ້ານດົ່ງ ເພື່ອກໍ່ສ້າງເຮືອນ. ພາຍຫຼັງການກໍ່ສ້າງເປັນເວລາ 2 ເດືອນ, ເຮືອນຫຼັງນີ້ໄດ້ສຳເລັດຕາມຄວາມຄືບໜ້າ, ຮັບປະກັນຄຸນນະພາບ.
    |
 |
ທ່ານພັນເອກພິເສດ ຫງວຽນແມ້ງຮຸ່ງ ມອບຂໍ້ຕົກລົງໜູນຊ່ວຍຄ່າໃຊ້ຈ່າຍ ແລະຂອງຂວັນຂອງກົມໃຫຍ່ພະລາທິການ ໃຫ້ແກ່ຄອບຄົວທ່ານ ຫງວຽນດຶກຈ້ອງ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີເປີດສະຫຼອງ ແລະມອບ-ຮັບເຮືອນຫຼັງດັ່ງກ່າວ, ທ່ານພັນເອກພິເສດ ຫງວຽນແມ້ງຮຸ່ງ ໄດ້ອວຍພອນໃຫ້ຄອບຄົວທ່ານ ຫງວຽນດຶກຈ້ອງ ມີຄວາມເບີກບານຊື່ນທີ່ໄດ້ດຳລົງຊີວິດຢູ່ເຮືອນຫຼັງໃໝ່, ກວ້າງຂວາງ, ງາມຕາ, ປະກອບສ່ວນຊ່ວຍໃຫ້ຄອບຄົວທ່ານ ຈ້ອງ ມີເງື່ອນໄຂດີກວ່າເພື່ອເບິ່ງແຍງດູແລສຸຂະພາບຂອງຕົນເອງ; ພ້ອມກັນນັ້ນ, ທ່ານຢືນຢັນວ່າ: ເຖິງວ່າຈຳນວນເງິນ 80 ລ້ານບໍ່ຫຼາຍປານໃດກໍ່ຕາມ, ແຕ່ກໍ່ແມ່ນອາລົມຈິດ, ຄວາມເອົາໃຈໃສ່, ການແບ່ງປັນຂອງພະນັກງານ, ນັກຮົບ, ຜູ້ອອກແຮງງານຂອງກົມໃຫຍ່ພະລາທິການ ແລະ ກຸ່ມບໍລິສັດ Viettel ທີ່ມີຕໍ່ຄອບຄົວຂອງທ່ານ ຫງວຽນດຶກຈ້ອງ.
    |
 |
ທ່ານພັນເອກພິເສດ ຫງວຽນແມ້ງຮຸ່ງ ແລະການນໍາຕາແສງ ຢາແຄ໊ງ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ກົມໃຫຍ່ພະລາທິການ ແລະຜູ້ຕາງໜ້າບັນດາອົງການ, ກົມກອງ, ອຳນາດການປົກຄອງທ້ອງຖິ່ນ ຍັງໄດ້ມອບຂອງຂວັນໃຫ້ຄອບຄົວທ່ານ ຫງວຽນດຶກຈ້ອງ. ຄະນະຜູ້ແທນກົມໃຫຍ່ພະລາທິການ ໄດ້ມອບຂອງຂວັນໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ຢາແຄ໊ງ (ເມືອງ ຢາລົກ, ແຂວງ ຫາຍເຢືອງ) ດ້ວຍຍອດມູນຄ່າກວ່າ 50 ລ້ານດົ່ງ.
ໂດຍ: ທູຈາງ