ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ຕື້ນຕັນໃຈ, ຄະນະປະຕິບັດງານໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາ, ສະແດງຄວາມເຄົາລົບ ແລະຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ແລະລະນຶກເຖິງພົນເອກ ຫວໍງວຽນຢາບ ພ້ອມດ້ວຍວິລະຊົນ, ນັກຮົບ, ຊາວໜຸ່ມປະຈັນບານ, ພົນລະເຮືອນແນວຮົບ ແລະພໍ່ແມ່ປະຊາຊົນທີ່ຕໍ່ສູ້ຢ່າງອົງອາດກ້າຫານ ແລະເສຍສະຫຼະຊີວິດເພື່ອຊາດຢູ່ສະໜາມຮົບດ້ຽນບຽນຝູ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ພ້ອມກັບຄະນະປະຕິບັດງານທະຫວາຍທູບທຽນຢູ່ວິຫານນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສະໜາມຮົບດ້ຽນບຽນຝູ. ພາບ: qdnd.vn

ບັນທຶກຄວາມໃນໃຈຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ A1, ທ່ານພົນເອກ ເລືອງເກື່ອງ ຢືນຢັນວ່າ: “ການເສຍສະຫຼະຊີວິດທີ່ອົງອາດກ້າຫານຂອງວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແມ່ນແບບຢ່າງທີ່ສະຫວ່າງສະໄຫວກ່ຽວກັບນ້ຳໃຈຮັກຊາດ, ຮູບຕົວແທນຂອງລັດທິວິລະຊົນປະຕິວັດໃນສະໄໝໂຮ່ຈີມິນ. ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ປະຕິຍານຕົນວ່າ ຈະສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ຮັກສາ  ແລະເສີມຂະຍາຍຄຸນທາດຂອງທະຫານລຸງໂຮ່ ຢ່າງບໍ່ຢຸດຢັ້ງ, ກຽມພ້ອມຮັບ ແລະປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ, ຍາມໃດກໍ່ສົມເປັນກຳລັງການເມືອງ, ກໍາລັງສູ້ຮົບທີ່ຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຢ່າງສຸດຂີດຂອງພັກ, ລັດ ແລະປະຊາຊົນ, ປະກອບສ່ວນສ້າງສາ ແລະປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ ໄວ້ຢ່າງໝັ້ນຄົງ.

ໂດຍ: ທະນາພອນ