ໃນຂອບເຂດການຢ້ຽມຢາມນະຄອນດ່ານັ໊ງ, ກຸ່ມຜູ້ບັນຊາຂອງກຳປັ່ນຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນດ່ານັ໊ງ, ກອງບັນຊາການທະຫານເຂດ 5 ແລະກອງບັນຊາການທະຫານເຮືອເຂດ 3. ນອກຈາກນັ້ນ, ກຳປັ່ນທະຫານເຮືອຝຣັ່ງ ຍັງດຳເນີນການຝຶກແອບຮ່ວມກັນກັບກຳປັ່ນຕໍາຫຼວດທະເລຫວຽດນາມ ພາຍຫຼັງສິ້ນສຸດການຢ້ຽມຢາມ.

leftcenterrightdel
ຜູ້ແທນບັນດາອົງການກ່ຽວຂ້ອງຂອງຫວຽດນາມ ແລະຝຣັ່ງ ພ້ອມດ້ວຍກຸ່ມຜູ້ບັນຊາການກໍາປັ່ນທະຫານເຮືອຝຣັ່ງ ທີ່ພິທີ. ພາບ: ວັນຈູງ
leftcenterrightdel
ກໍາປັ່ນສູ້ຮົບ Vendemiaire ຢູ່ທ່າກໍາປັ່ນ ຕຽນຊາ. ພາບ: ວັນຈູງ

ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະຝຣັ່ງ ໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ. ການຢ້ຽມຢາມຂອງກຳປັ່ນທະຫານເຮືອຝຣັ່ງ ໃນຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງທະຫານເຮືອສອງປະເທດເວົ້າສະເພາະ ແລະການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ຝຣັ່ງ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ.

ໂດຍ: ທູຈາງ