ທ່ານລັດຖະມົນຕີ ຟານວັນຢາງ ເຮັດວຽກກັບຄະນະປະຈຳພັກແຂວງ ລາວກາຍ
ກປ.ອອນໄລ - ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນ ລາວກາຍ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຮັດວຽກກັບຄະນະປະຈໍາພັກແຂວງ ລາວກາຍ.
ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຮັບຮູ້ ແລະຊົມເຊີຍບັນດາໝາກຜົນທີ່ພົ້ນເດັ່ນຂອງການພັດທະນາເສດຖະກິດ - ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ ລາວກາຍ ໃນໄລຍະຜ່ານມາ; ພ້ອມທັງ ຕີລາຄາສູງຕໍ່ໜ້າທີ່ວຽກງານການເບີກຈ່າຍການລົງທຶນພາກລັດຂອງແຂວງທີ່ຢູ່ໃນກຸ່ມທ້ອງຖິ່ນທີ່ມີອັດຕາການເບີກຈ່າຍສູງໃນທົ່ວປະເທດ; ວຽກງານປະຕິຮູບດ້ານການບໍລິຫານກໍ່ບັນລຸໄດ້ໝາກຜົນຕັ້ງໜ້າ. ທ່ານລັດຖະມົນຕີ ຟານວັນຢາງ ຮຽກຮ້ອງໃຫ້ແຂວງ ລາວກາຍ ຕ້ອງເພີ່ມທະວີຄວາມສາມາດບົ່ມຊ້ອນດ້ານປ້ອງກັນຊາດ, ຜັນຂະຫຍາຍຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງມີປະສິດທິຜົນ; ກໍ່ສ້າງທ່າປ້ອງກັນຊາດທົ່ວປວງຊົນຕິດພັນກັບທ່າປ້ອງກັນຄວາມສະຫງົບປະຊາຊົນ; ສ້າງເຂດປ້ອງກັນແຂວງ, ເມືອງໃຫ້ເຂັ້ມແຂງ; ຮັກສາການເຄື່ອນໄຫວຢ່າງມີປະສິດທິຜົນຂອງເຂດເສດຖະກິດ - ປ້ອງກັນຊາດ; ສືບຕໍ່ເອົາໃຈໃສ່ລົງທຶນກໍ່ສ້າງບັນດາໂຄງການປ້ອງກັນຊາດ.
    |
 |
ທ່ານ ດັ້ງຊວນຟອງ ເລຂາພັກແຂວງລາວກາຍ ຕ້ອນຮັບທ່ານພົນເອກ ຟານວັນຢາງ ແລະຄະນະປະຕິບັດງານກະຊວງປ້ອງກັນປະເທດ. ພາບ: ຈ້ອງຫາຍ |
ທ່ານລັດຖະມົນຕີ ຟານວັນຢາງ ຫວັງວ່າ ຄະນະພັກ, ອຳນາດການປົກຄອງແຂວງລາວກາຍ ຈະສືບຕໍ່ສົມທົບກັບບັນດາກຳລັງປະກອບອາວຸດຮັກສາອະທິປະໄຕຜືນແຜ່ນດິນ, ຊາຍແດນຂອງຊາດ; ຄົ້ນຄວ້າ ແລະສ້າງເສັ້ນທາງລາດຕະເວນຊາຍແດນ; ສຸມໃສ່ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ ເພື່ອສ້າງພື້ນຖານອັນໜັກແໜ້ນໃນການຮັກສາ, ຊຸກຍູ້ການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ກໍ່ຄືການພົບປະແລກປ່ຽນ ແລະການຮ່ວມມືດ້ານເສດຖະກິດ.
ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຂອບອົກຂອບໃຈບັນດາການນຳ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ພິເສດແມ່ນປະຊາຊົນນະຄອນ ລາວກາຍ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກອງທັບ ແລະບັນດາກົມກອງໃນບໍລິເວນເພື່ອກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ - ຈີນ ຄັ້ງທີ 8, ເຊິ່ງດຳເນີນໃນວັນທີ 11-12 ເມສາ, ຢູ່ແຂວງລາວກາຍ ແລະແຂວງຢຸນນານ (ຈີນ).
ໂດຍ: ຈາງຫງວຽນ