ໄປອວຍພອນກອງບັນຊາການທະຫານແຂວງບໍລິຄຳໄຊ, ກອງບັນຊາການທະຫານແຂວງຄໍາມ່ວນ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຕາງໜ້າໃຫ້ຄະນະປະຕິບັດງານ, ທ່ານພັນເອກພິເສດ ຫວໍກວາງຖ້ຽນ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ, ອວຍພອນປີໃໝ່ໃຫ້ພະນັກງານ, ນັກຮົບທຸກຖ້ວນໜ້າຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ໂຊກດີທຸກປະການເວົ້າສະເພາະ ແລະອວຍພອນໃຫ້ການນຳຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າເວົ້າລວມ.

leftcenterrightdel
ທ່ານພັນເອກພິເສດ ຫວໍກວາງຖ້ຽນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຮ່າຕິ໊ງ ມອບຂອງຂວັນ, ອວຍພອນປີໃໝ່ຢູ່ກອງບັນຊາການທະຫານແຂວງບໍລິຄໍາໄຊ. ພາບ: baohatinh.vn

ທ່ານພັນເອກພິເສດ ຫວໍກວາງຖ້ຽນ ອວຍພອນຄະນະພັກ, ອຳນາດການປົກຄອງ, ກໍາລັງປະກອບອາວຸດບັນດາທ້ອງຖິ່ນ ປີໃໝ່ຈົ່ງສືບຕໍ່ຍາດໄດ້ຜົນງານຫຼາຍຢ່າງ, ປະຕິບັດສໍາເລັດໜ້າທີ່ພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມທັງສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່ ແລະສ້າງເງື່ອນໄຂເພື່ອໃຫ້ກອງທ້ອນໂຮມອັດຖິນັກຮົບທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ກັບເມືອປະເທດ.

ໃນຂອບເຂດການຢ້ຽມຢາມ, ອວຍພອນປີໃໝ່ລາວ, ທ່ານພັນເອກພິເສດ ຫວໍກວາງຖ້ຽນ ພ້ອມດ້ວຍຄະນະປະຕິບັດງານ ໄດ້ລົງກວດກາ, ຢ້ຽມຢາມ ແລະລະດົມກໍາລັງໃຈກອງທ້ອນໂຮມ ແລະຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນ, ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ແຂວງບໍລິຄຳໄຊ.

leftcenterrightdel
ທ່ານພັນເອກພິເສດ ຫວໍກວາງຖ້ຽນ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຮ່າຕິ໊ງ ພ້ອມດ້ວຍຄະນະປະຕິບັດງານລົງຢື້ຢາມຖາມຂ່າວ, ລະດົມກໍາລັງໃຈກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ພວມປະຕິບັດໜ້າທີ່ຢູ່ລາວ. ພາບ: baohatinh.vn

ທ່ານພັນເອກພິເສດ ຫວໍກວາງຖ້ຽນ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍ ຕໍ່ນ້ຳໃຈຄວາມຮັບຜິດຊອບ, ຄວາມມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ ຂອງພະນັກງານ, ລັດຖະກອນຂອງກອງທ້ອນໂຮມ ທີ່ໄດ້ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ. ພ້ອມກັນນັ້ນ, ທ່ານກໍ່ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ພະນັກງານ, ລັດຖະກອນຂອງກອງທ້ອນໂຮມ ຈົ່ງສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ຍູ້ໄວຄວາມຄືບໜ້າໃນການຊອກຫາ, ທ້ອນໂຮມ, ປະຕິບັດວຽກງານກະກຽມເພື່ອສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດໃຫ້ຖືກຕາມແຜນການທີ່ວາງໄວ້...

ໂດຍ: ທູຈາງ