ທະຫານຊາຍແດນແຂວງໄຕນິງ ປະຕິບັດຫຼາຍຮູບແບບທີ່ມີຄວາມໝາຍ
ກປ.ອອນໄລ - ຫວ່າງມໍ່ໆມານີ້, ກອງບັນຊາການທະຫານຊາຍແດນແຂວງໄຕນິງ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ, ຍ້ອງຍໍຊົມເຊີຍບັນດາຮູບແບບ, ໂຄງການ, ຂະບວນການທະຫານຊາຍແດນເຂົ້າຮ່ວມການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຢູ່ເຂດຊາຍແດນ ໄລຍະ 2015-2025. ທ່ານພັນເອກພິເສດ ເຢືອງວັນເດືອກ, ເລຂາພັກ, ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນແຂວງໄຕນິງ ເປັນປະທານກອງປະຊຸມດັ່ງກ່າວ.
ບົດລາຍງານນຳສະເໜີທີ່ກອງປະຊຸມໃຫ້ຮູ້ວ່າ: ໃນ 10 ປີຜ່ານມາ, ບັນດາກົມກອງຂອງທະຫານຊາຍແດນແຂວງໄຕນິງ ໄດ້ສົມທົບກັນຈັດຕັ້ງ 99 ຫ້ອງຮຽນ, ເຜີຍແຜ່ໃຫ້ຮູ້ທົ່ວໄປ, ລົບລ້າງການກືກໜັງສືໃຫ້ແກ່ນັກຮຽນ 1.243 ຄົນ; ປະຈຸບັນພວມມີ 11 ຫ້ອງຮຽນ ດ້ວຍນັກຮຽນ 137 ຄົນ. ແຕ່ປີ 2016 ມາຮອດປະຈຸບັນ, ໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຂອງຄ້າຍທະຫານຊາຍແດນ” ໄດ້ມອບທຶນການສຶກສາ 1.495 ທຶນ ດ້ວຍເງິນທັງໝົດກວ່າ 9 ຕື້ດົ່ງ. ຜັນຂະຫຍາຍຫຼາຍໂຄງການ ແລະຮູບແບບຮັບປະກັນຊີວິດສັງຄົມຢ່າງມີປະສິດທິຜົນ; ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນໃນສະພາບການໃໝ່” ແລະ “ຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”, ສົມທົບກັນກໍ່ສ້າງເຮືອນຫຼາຍຫຼັງ ໃນໂຄງການ “ຊາຍຄາອັນອົບອຸ່ນຢູ່ເຂດຊາຍແດນ”, "ເຮືອນແຫ່ງມະຫາສາມັກຄີ"...
    |
 |
|
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພັນເອກພິເສດ ເຢືອງວັນເດືອກ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງ ໄຕນິງ ສືບຕໍ່ປະຕິບັດວຽກງານເປັນເສນາທິການໃຫ້ເປັນຢ່າງດີ, ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນໃນທ້ອງຖິ່ນ ເພື່ອຈັດຕັ້ງການໂຄສະນາເຜີຍແຜ່ກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ກ່ຽວກັບວຽກງານຊາຍແດນ... ຮັກສາການຈັດຕັ້ງປະຕິບັດບັນດາແບບຢ່າງ, ໂຄງການ, ຂະບວນການຢູ່ເຂດຊາຍແດນຢ່າງມີປະສິດທິຜົນ, ຕິດພັນກັບຂະບວນການຂອງທ້ອງຖິ່ນ, ແນໃສ່ຍົກສຄງຄວາມຮູ້ຂອງປະຊາຊົນ ແລະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ. ຜ່ານນັ້ນປະກອບສ່ວນກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາຍແດນໝັ້ນຄົງເຂັ້ມແຂງ, ປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງຢູ່ເຂດຊາຍແດນໄວ້ໃຫ້ໝັ້ນຄົງ.
    |
 |
|
ທ່ານພັນເອກພິເສດ ເຢືອງວັນເດືອກ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງໄຕນິງ ມອບໃບຍ້ອງຍໍໃຫ້ແກ່ບັນດາໝູ່ຄະນະ ທີ່ມີຜົນງານດີເດັ່ນໃນການປະຕິບັດຮູບແບບ, ໂຄງການ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນແຂວງໄຕນິງ ແລະກອງບັນຊາການທະຫານຊາຍແດນແຂວງໄຕນິງ ໄດ້ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ, ບຸກຄົນ ຍ້ອນມີຜົນງານດີເດັ່ນໃນການປະຕິບັດບັນດາໂຄງການ, ຮຸບແບບພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຢູ່ເຂດຊາຍແດນ.
ໂດຍ: ທູຈາງ