leftcenterrightdel
ຄະນະປະຕິບັດງານ ຢ້ຽມຢາມ, ກວດກາຫຼັກໝາຍຊາຍແດນ ອາປາຈ້າຍ. ພາບ: ຈຸງຢຸ້ງ

ຫຼັກໝາຍຊາຍແດນ ອາປາຈ້າຍ ນອນໃນຈອມພູ ຄວານລາຊານ ຂຶ້ນກັບຕາແສງ ສິນເທົ່າ, ເມືອງ ເມື່ອງແຍ໊, ແຂວງດ້ຽນບຽນ ຂອງຫວຽດນາມ, ຕິດຈອດກັບເຂດ 11, ເມືອງຍອດອູ, ແຂວງຜົ້ງສາລີ ຂອງລາວ ແລະເທດສະບານ Qu Shui, ເມືອງ Jiang Cheng, ແຂວງຢຸນນານ ຂອງ ຈີນ. ຫຼັກໝາຍຊາຍແດນຮ່ວມ ແຫ່ງນີ້ ໂດຍ 3 ປະເທດ ຫວຽດນາມ-ລາວ-ຈີນ ກໍ່ສ້າງໃນປີ 2005, ກໍໄດ້ເອີ້ນວ່າ ຫຼັກໝາຍເລກ 0, ຈຸດເລີ່ມຕົ້ນຂອງເສັ້ນຊາຍແດນ ຫວຽດນາມ - ຈີນ.

leftcenterrightdel
ພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນ ອາປາຈ້າຍ. ພາບ: ຈຸງຢຸ້ງ

leftcenterrightdel
ພົນໂທ ວົງຄໍາ ພົມມະກອນ ມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນ ອາປາຈ້າຍ. ພາບ: ຈຸງຢຸ້ງ

leftcenterrightdel
ຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ຈີນ ປະຈໍາ ຫວຽດນາມ ມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນ ອາປາຈ້າຍ.  ພາບ: ຈຸງຢຸ້ງ

ພາຍຫຼັງປະຕິບັດພິທີເຄົາລົບຫຼັກໝາຍຊາຍແດນສັກກາລະບູຊາ ແລ້ວ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ພົນໂທ ວົງຄໍາ ພົມມະກອນ ແລະບັນດາພະນັກງານຫ້ອງການທີ່ປຶກສາທູດປ້ອງກັນຊາດ ຈີນ ປະຈໍາຫວຽດນາມ ລ້ວນແຕ່ເນັ້ນໜັກເຖິງຄວາມໝາຍທາງດ້ານການເມືອງ, ການທູດຂອງຫຼັກໝາຍຊາຍແດນດັ່ງກ່າວ. ພ້ອມທັງຫວັງວ່າ ເສັ້ນທາງຄົມມະນາຄົມ, ບ່ອນປັກຫຼັກໝາຍຊາຍແດນ ຈະໄດ້ຮັບເປີດກວ້າງ ເພື່ອບໍ່ພຽງແຕ່ສືບຕໍ່ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະການຮ່ວມມືທີ່ແທ້ຈິງ ເທົ່ານັ້ນ ຫາກຍັງຮັບໃຊ້ຄວາມຕ້ອງການເຂົ້າມາທ່ຽວ ແລະຢ້ຽມຊົມຂອງປະຊາຊົນ ອີກດ້ວຍ.

ໂອກາດນີ້, ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນ ອາປາຈ້າຍ, ທະຫານຊາຍແດນແຂວງດ້ຽນບຽນ.

ໂດຍ: ໄຊຊະນະ