leftcenterrightdel
ຜູ້ແທນເຂົ້າຮ່ວມລາຍການ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານພົນຕີ ຫງວຽນວັນເກົ໊າ ເນັ້ນໜັກວ່າ ການບໍລິຈາກເລືອດດ້ວຍຄວາມສະໝັກໃຈແມ່ນການເຄື່ອນໄຫວທີ່ໄດ້ຮັບຄວາມເອົາໃຈໃສ່, ການຊີ້ນໍາຜັນຂະຫຍາຍ, ຈັດຕັ້ງປະຕິບັດຈາກການນຳ, ຜູ້ບັນຊາການບັນດາອົງການ, ກົມກອງໃນກອງທັບຢ່າງຕັ້ງໜ້າ ແລະໄດ້ກາຍເປັນຂະບວນການຢ່າງກວ້າງຂວາງ, ປະກອບສ່ວນເຂົ້າໃນການປິ່ນປົວ, ປະຖົມພະຍາບານພະນັກງານ, ນັກຮົບ ແລະ ປະຊາຊົນນັບພັນຄົນ.

leftcenterrightdel
ການນໍາກົມໃຫຍ່ການເມືອງ ພ້ອມດ້ວຍບັນດາຜູ້ແທນໂອ້ລົມ, ລະດົມກໍາລັງໃຈຊາວໜຸ່ມເຂົ້າຮ່ວມບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ພາບ: qdnd.vn

ປຸກລະດົມຂະບວນການໄວໜຸ່ມທົ່ວກອງທັບ ບໍລິຈາກເລືອດດ້ວຍຄວາມສະໝັກໃຈ ປີ 2024, ທ່ານພົນຕີ ຫງວຽນວັນເກົ໊າ ຮຽກຮ້ອງໃຫ້ຄະນະພັກ, ຜູ້ບັນຊາການທຸກຂັ້ນໃນທົ່ວກອງທັບ ເພີ່ມທະວີຄວາມເອົາໃຈໃສ່, ຊີ້ນຳນໍາພາ; ສືບຕໍ່ຊາບຊຶມຄໍາສັ່ງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງການປຸກລະດົມບໍລິຈາກເລືອດດ້ວຍຄວາມສະໝັກໃຈ ໃນກອງທັບ ແລະແຜນການ,  ຄຳແນະນໍາຂອງບັນດາອົງການກ່ຽວຂ້ອງຢ່າງເລິກເຊິ່ງ; ຫັນຮູບການເປັນຫຼາຍຮູບຫຼາຍແບບ, ຍູ້ແຮງການໂຄສະນາ, ຂົນຂວາຍພະນັກງານ, ນັກຮົບໃນທົ່ວກອງທັບ ມາບໍລິຈາກເລືອດດ້ວຍຄວາມສະໝັກໃຈ; ສືບຕໍ່ສົມທົບກັນຈັດຕັ້ງບັນດາລາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ຢ່າງມີປະສິດທິຜົນ...

ທີ່ພິທີປຸກລະດົມ, ມີພະນັກງານ, ຊະມາຊິກຊາວໜຸ່ມ, ຊາວໜຸ່ມເກືອບ 700 ຄົນ ຂອງວິທະຍາຄານການແພດ ລົງທະບຽນເຂົ້າຮ່ວມບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

ໂດຍ: ທູຈາງ