ພິເສດ, ປີ 2023, ທົ່ວກອງທັບໄດ້ມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ຝຶກແອບຢ່າງມີໄຊ; ຈັດຕັ້ງການຝຶກຊ້ອມດ້ວຍຫຼາຍຂອບຂະໜາດ, ຮູບແບບ, ຜ່ານນັ້ນຢັ້ງຢືນຄວາມສາມາດກຽມພ້ອມສູ້ຮົບ, ຄວາມສາມາດສຳເລັດທຸກໜ້າທີ່ຢ່າງມີໄຊ; ບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດບັນລຸປະສິດທິຜົນຢ່າງແທດຈິງ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນດວງໃຈຂອງປະຊາຊົນ ແລະເພື່ອນມິດສາກົນ.

ເອກອ້າງທະນົງໃຈຕໍ່ໝາກຜົນທີ່ບັນລຸໄດ້, ແຕ່ດ້ວຍຈິດໃຈເບິ່ງຄວາມຈິງຢ່າງກົງໄປກົງມານັ້ນ, ຍັງມີຫຼາຍສິ່ງທີ່ຕ້ອງເອົາໃຈໃສ່ຊີ້ນຳ, ນຳພາ, ຈັດຕັ້ງເພື່ອປະຕິບັດໜ້າທີ່ການຝຶກແອບປີ 2024 ໃຫ້ບັນລຸໝາກຜົນສູງກວ່າ. ບັນດາບັນຫາຍັງຄົງຂ້າງໃນການຈັດຕັ້ງປະຕິບັດໜ້າທີ່ການຝຶກແອບໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະຄະນະພັກ, ການນຳທຸກຂັ້ນຮັບຮູ້, ຕີລາຄາ, ໄຈ້ແຍກຜ່ານກອງປະຊຸມສະຫຼຸບ, ກອງປະຊຸມວິຊາການ. ເພາະສະນັ້ນ, ແຕ່ລະອົງການ, ກົມກອງຕ້ອງທອດຖອນບົດຮຽນຢ່າງເຂັ້ມງວດ, ກຳນົດບັນດາແຜນນະໂຍບາຍ, ມາດຕະການເໝາະສົມເພື່ອຊີ້ນຳ, ນຳພາ, ຈັດຕັ້ງການສ້າງແຜນການຝຶກແອບຕາມມາດຕະຖານໃຫ້ບັນດາເປົ້າໝາຍມີລັກສະນະເປັນລະບົບ, ຮອບດ້ານ, ລົງເລິກ, ຕາມທິດຍົກສູງລະດັບຄວາມຮູ້, ຄວາມສາມາດຂອງທົ່ວກອງທັບຂຶ້ນບາດກ້າວໃໝ່, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ຂອງແຕ່ລະເປົ້າໝາຍ, ກຳລັງ; ເພີ່ມອັດຕາເວລາເນື້ອໃນພຶດຕິກຳຕົວຈິງ, ຝຶກແອບກາງຄືນ, ຝຶກແອບເຄື່ອນທີ່ກຳລັງ, ຝຶກແອບຕາມບັນດາແບບວິທີສູ້ຮົບເຂດ, ພາກ, ປົກປັກຮັກສາອະທິປະໄຕເຂດຊາຍແດນ, ທະເລ, ໝູ່ເກາະ.

leftcenterrightdel
ຝຶກແອບຢ່າງມີເນື້ອແທ້, ຮັບປະກັນຄວາມປອດໄພ. ພາບ: qdnd.vn

ປີ 2024 ມີຄວາມໝາຍຕັດສິນໃນການປະຕິບັດບັນດາເປົ້າໝາຍ, ຄາດໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ XI ໄດ້ວາງອອກ. ສະຖານະການໂລກ, ພາກພື້ນສືບຕໍ່ມີການຜັນແປທີ່ຄາດເດົາໄດ້ຍາກ. ເສດຖະກິດໂລກຄາດວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນປະເທດ, ສະພາບການດ້ານການເມືອງມີຄວາມໝັ້ນຄົງ, ຄວາມເຫັນດີເຫັນພ້ອມສູງໃນໝູ່ປະຊາຊົນ; ຫຼາຍຜົນງານທີ່ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງພັກ, ການເຄື່ອນໄຫວພົວພັນຕ່າງປະເທດມີປະສິດທິຜົນ... ສ້າງເງື່ອນໄຂສະດວກເພື່ອໃຫ້ປະເທດສືບຕໍ່ພັດທະນາ.

ປີ 2024 ກໍ່ແມ່ນປີທີ່ອົງຄະນະພັກກອງທັບຜັນຂະຫຍາຍ ແລະສຳເລັດການສ້າງໂຄງປະກອບການຈັດຕັ້ງຕາມທິດ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ”, ມຸ່ງໄປສູ່ເປົ້າໝາຍສ້າງກອງທັບປະຊາຊົນທັນສະໄໝ. ໜ້າທີ່ຂອງກອງທັບປີ 2024 ໜັກໜ່ວງທີ່ສຸດ, ມີຄວາມຮຽກຮ້ອງສູງ ແລະຖືກຜົນກະທົບຈາກຫຼາຍດ້ານ, ຫຼາຍບັນຫາ, ຂົງເຂດ. ເພາະສະນັ້ນ, ທົ່ວກອງທັບຕ້ອງສະແດງຄວາມຕັດສິນໃຈສູງ, ຮ່ວມແຮງຮ່ວມໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ມານະພະຍາຍາມສູ້ຊົນ, ສຳເລັດທຸກໜ້າທີ່ຢ່າງມີໄຊ, ຈຸດສຸມແມ່ນສືບຕໍ່ຍົກສູງຄຸນນະພາບການຝຶກແອບ, ກໍ່ສ້າງເປັນກຳລັງຫຼວງ, ຄຸ້ມຄອງກົດລະບຽບ ແລະຮັກສາຄວາມສາມາດກຽມພ້ອມສູ້ຮົບສູງ.

ເພື່ອສຳເລັດໜ້າທີ່ໜັກໜ່ວງດັ່ງກ່າວເປັນຢ່າງດີ, ທົ່ວກອງທັບຕ້ອງສືບຕໍ່ຊາບຊຶມ ແລະປະຕິບັດມະຕິສະບັບເລກທີ 1659-NQ/QUTW ລົງວັນທີ 20-12-2022 ຂອງຄະນະພັກການທະຫານສູນກາງວ່າດ້ວຍການຍົກສູງຄຸນນະພາບການຝຶກແອບໄລຍະ 2023-2030 ແລະຊຸມປີຕໍ່ໄປໃຫ້ມີປະສິດທິຜົນ; ຜັນຂະຫຍາຍການສ້າງບັນດາແຜນຮ່າງກ່ຽວກັບວຽກງານຝຶກແອບຮັບປະກັນຄຸນນະພາບ; ສືບຕໍ່ຈັດຕັ້ງການຝຶກແອບຕາມທິດນຳ: ໂດຍພື້ນຖານ, ແທດຈິງ, ໝັ້ນຄົງເຂັ້ມແຂງ; ຖືພຶດຕິກຳເປັນຕົ້ນຕໍ, ນຳໃຊ້ວັດຖຸອຸປະກອນເຕັກນິກທີ່ມີຢູ່ແລ້ວຢ່າງຄ່ອງແຄ້ວ, ໂດຍສະເພາະແມ່ນບັນດາວັດຖຸອຸປະກອນໃໝ່, .

ໃນທ່າອ່ຽງວິທະຍາສາດ, ເຕັກໂນໂລຢີພັດທະນາຢ່າງແຮງ, ແຕ່ລະອົງການ, ກົມກອງຕ້ອງເປັນເຈົ້າການຄົ້ນຄວ້າ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງມີປະສິດທິຜົນ; ພ້ອມທັງຍູ້ແຮງການຫັນປ່ຽນດີຈີຕອນໃນການຝຶກແອບ ແລະຄຸ້ມຄອງທະຫານ. ສືບຕໍ່ຄົ້ນຄວ້າ, ຍົກສູງຄຸນນະພາບການຝຶກຊ້ອມຕ່າງໆ, ໂດຍສະເພາະແມ່ນການຝຶກຊ້ອມປະສົມເຫຼົ່າທັບ, ເຫຼົ່າຮົບໃນແຕ່ລະບໍລິເວນ ແລະໃນເຂດປ້ອງກັນ. ການກຳນົດຮູບແບບ ແລະຂອບຂະໜາດການຝຶກຊ້ອມຕ້ອງໃກ້ຊິດກັບໂຄງປະກອບການຈັດຕັ້ງ ແລະໜ້າທີ່ທີ່ໄດ້ຮັບມອບໝາຍ; ເສີມຂະຫຍາຍປະສິດທິຜົນຂອງອາວຸດຍຸດທະພັນ, ໃຫ້ເໝາະສົມກັບສິລະປະຍຸດທະວິທີການທະຫານຫວຽດນາມ ແລະວິທີການຕໍ່ສູ້ທີ່ເປັນມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ. ແຕ່ລະອົງການ, ກົມກອງຕ້ອງແກ້ໄຂສະພາບການຝຶກແອບແບບຮູບການ, ບໍ່ຕິດແທດກັບໜ້າທີ່ທີ່ໄດ້ມອບໝາຍໃຫ້. ໃນການຈັດຕັ້ງການຝຶກແອບ, ຝືກຊ້ອມຕ້ອງຖືເປັນສຳຄັນພິເສດການຮັບປະກັນຄວາມປອດໄພທຸກດ້ານ; ເດັດດ່ຽວບໍ່ປະໃຫ້ເກີດສະພາບຂາດຄວາມປອດໄພຍ້ອນລະເລີຍ ຫຼື ຍ້ອນລະດັບຄວາມຮູ້ອ່ອນ.

ຈັດຕັ້ງການປະຕິບັດໜ້າທີ່ຝຶກແອບ ປີ 2024 ບໍ່ພຽງແຕ່ຊ່ວຍໃຫ້ທົ່ວກອງທັບຮັກສາ ແລະຍົກສູງຄວາມສາມາດກຽມພ້ອມສູ້ຮົບ, ປະຕິບັດສຳເລັດທຸກໜ້າທີ່ຢ່າງມີໄຊເທົ່ານັ້ນ ຫາກຍັງແມ່ນວິລະກຳ, ການສືບທອດມູນເຊື້ອ 80 ປີແຫ່ງການສ້າງຕັ້ງ, ເຕີບໃຫຍ່ ແລະພັດທະນາຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ. ຍົກສູງຄຸນນະພາບການຝຶກແອບ ແລະຄວາມສາມາດກຽມພ້ອມສູ້ຮົບຂອງທົ່ວກອງທັບແມ່ນປັດໄຈສຳຄັນແຖວໜ້າ ເພື່ອປະຕິບັດພາລະກິດປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ, ຮັກສາສັນຕິພາບເພື່ອໃຫ້ປະເທດຫວຽດນາມ ພັດທະນາໂດຍໄວ, ຍືນຍົງ.

ໂດຍ: ແສງເດືອນ