ທ່ານພັນຕີ ລຸກຖາຍຮ່າ, ອະດີດຜູ້ຊ່ວຍວຽກຫ້ອງການພົວພັນສາກົນ, ກອງບັນຊາການຕໍາຫຼວດທະເລ ຈະຮັບດຳລົງຕຳແໜ່ງເປັນເຈົ້າໜ້າທີ່ໄຈ້ແຍກສຶບຂ່າວຢູ່ຄະນະປະຕິບັດງານແຫ່ງ ສາທາລະນະລັດ ອາຟະລິກາກາງ. ທ່ານຮ້ອຍເອກພິເສດ ຫວູ້ກວາງຄາຍ, ອະດີດຮອງກັບຕັນເຮືອຕໍາຫຼວດທະເລ 8020, ກອງເຮືອ 32, ກອງບັນຊາການຕໍາຫຼວດທະເລເຂດ 3, ຈະຮັບດຳລົງຕຳແໜ່ງຜູ້ສັງເກດການທະຫານຢູ່ຄະນະປະຕິບັດງານ UNISFA.

leftcenterrightdel
ທ່ານພົນຈັດຕະວາ ເລກວາງດ້າວ ກ່າວຄຳເຫັນເມື່ອມອບໝາຍໜ້າທີ່ໃຫ້ທ່ານພັນຕີ ລຸກຖາຍຮ່າ ແລະທ່ານຮ້ອຍເອກພິເສດ ຫວູ້ກວາງຄາຍ. ພາບ: ງອກທື.

ທີ່ພິທີມອບ-ຮັບໜ້າທີ່, ທ່ານພົນຈັດຕະວາ ເລກວາງດ້າວ ຮຽກຮ້ອງໃຫ້ບັນດານາຍຕໍາຫຼວດທະເລຫວຽດນາມ ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ຈົ່ງຮັບຮູ້ຢ່າງເລິກເຊິ່ງກ່ຽວກັບພາລະບົດບາດ, ຄວາມຮັບຜິດຊອບຂອງຕົນ; ປະຕິບັດທັດສະນະ, ແນວທາງພົວພັນຕ່າງປະເທດຂອງພັກ, ລັດ ແລະກອງທັບຢ່າງເຂັ້ມງວດ; ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ເສີມຂະຫຍາຍຄຸນນະທາດ, ຄຸນສົມບັດອັນສູງສົ່ງຂອງທະຫານລຸງໂຮ່, ນັກຮົບຕໍາຫຼວດທະເລເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ໂດຍ: ຈາງຫງວຽນ