ຍົກສູງວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ ຫວຽດນາມ - ລາວ
ກປ.ອອນໄລ - ວັນທີ 7 ທັນວາ, ທີ່ຄະນະກໍາມະການປະຊາຊົນເມືອງ ເມືອງແຍ໊, ແຂວງດ້ຽນບຽນ, ຄະນະປະຕິບັດງານບັນດາຄ້າຍທະຫານຊາຍແດນ: ນາໂກຊາ, ແລງຊູຊີນ, ເມືອງແຍ໊, ນໍ້າແກ່ (ທະຫານຊາຍແດນແຂວງດ້ຽນບຽນ) ນໍາໂດຍພັນໂທ ຟານຫງອັກຕວ໋ານ ຫົວໜ້າຄ້າຍທະຫານຊາຍແດນ ແລງຊູຊີນ ພ້ອມຄະນະ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມພົບປະປະຈໍາປີ ຄັ້ງທີ II ປີ 2023 ກັບກອງຮ້ອຍທະຫານຊາຍແດນ 117, ກອງບັນຊາການທະຫານແຂວງຜົ້ງສາລີ ນໍາ ໂດຍພັນຕີ ເປົ່າແກ້ວ ສຸລາພອນ ຫົວໜ້າກອງຮ້ອຍທະຫານຊາຍແດນ 117.
ບົນນໍ້າໃຈສາມັກຄີ, ມິດຕະພາບພິເສດ, ຄວາມເຂົ້າໃຈ, ເຄົາລົບເຊິ່ງກັນ ແລະກັນ, ຄະນະຜູ້ແທນຂອງສອງຝ່າຍ ໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບສະພາບການຊາຍແດນ; ວຽກງານສົມທົບກັນຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ; ສະກັດກັ້ນ ແລະຕ້ານການເຂົ້າອອກເມືອງຜິດກົດໝາຍ; ຕີລາຄາໝາກຜົນໃນວຽກງານສົມທົບກັນ ແລະເປັນເອກະພາບຕໍ່ທິດທາງຮ່ວມມືໃນຕໍ່ໜ້າ.
    |
 |
ຜູ້ຕາງໜ້າສອງຝ່າຍ ເຊັນບົດບັນທຶກຊ່ວຍຈໍາໃນວຽກງານຄຸ້ມຄອງ, ປົກປັກຮັກສາ ຊາຍແດນ ແລະຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາ, ສະກັດກັ້ນ ແລະຕ້ານການ ເຂົ້າອອກເມືອງຜິດກົດໝາຍ. ພາບ: bienphong.com.vn |
ທີ່ກອງປະຊຸມ, ຜູ້ຕາງໜ້າສອງຝ່າຍ ໄດ້ລົງນາມບົດບັນທຶກຊ່ວຍຈໍາໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ສະກັດກັ້ນ ແລະຕ້ານການເຂົ້າອອກເມືອງຜິດກົດໝາຍ.
ພາຍຫຼັງສິ້ນສຸດກອງປະຊຸມ, ສອງຝ່າຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວໄປທັດສະນະສຶກສາ, ພົບປະແລກປ່ຽນສິລະປະວັດທະນະທໍາ, ກິລາ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບແບບພິເສດລະຫວ່າງທະຫານຊາຍແດນແຂວງດ້ຽນບຽນ ແລະກໍາລັງປົກປັກຮັກສາຊາຍແດນປະເທດ ລາວ ເວົ້າລວມ ເວົ້າສະເພາະແມ່ນລະຫວ່າງບັນດາຄ້າຍທະຫານຊາຍແດນ: ນາໂກຊາ, ແລງ ຊູຊີນ, ເມືອງແຍ໊, ນໍ້າແກ່ ແລະກອງຮ້ອຍທະຫານຊາຍແດນ 117. ຜ່ານນັ້ນ, ສົມທົບກັນປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງປະເທດ ໄວ້ຢ່າງໝັ້ນຄົງ.
ໂດຍ: ໄຊຊະນະ