ການຝຶກຊ້ອມສອງຝ່າຍໃນພື້ນທີ່ຕົວຈິງກ່ຽວກັບການຮັກສາສັນຕິພາບກັບ ອິນເດຍ
ກປ.ອອນໄລ - ວັນທີ 8 ທັນວາ, ທ່ານພົນໂທ ຟຸ່ງສິ໊ເຕິນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານການກວດຜ່ານພິທີເປີດ, ກວດກາ ແລະປະຊຸມຄະນະຊີ້ນໍາກວດກາວຽກງານກະກຽມຝຶກຊ້ອມສອງຝ່າຍລະຫວ່າງຫວຽດນາມ ແລະອິນເດຍ ກ່ຽວກັບການຮັກສາສັນຕິພາບ ປີ 2023 (VINBAX 2023) ຄາດວ່າຈະດຳເນີນໃນລະຫວ່າງວັນທີ 11 – 21 ທັນວາ, ຢູ່ສູນຝຶກອົບຮົມການທະຫານແຫ່ງຊາດເລກ 4.
ກ່າວຄຳເຫັນຊີ້ນຳ, ທ່ານພົນໂທ ຟຸ່ງສິ໊ເຕິນ ຮຽກຮ້ອງບັນດາອົງການ, ກົມກອງສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍວຽກງານກະກຽມ, ກວດກາຄືນ ແລະປັບປຸງບັນດາເນື້ອໃນກ່ຽວກັບວຽກງານຕ້ອນຮັບ, ການທູດ, ພິທີການ, ພະລາທິການ, ຮັບປະກັນຄວາມໝັ້ນຄົງ... ເປັນຢ່າງດີ
    |
 |
ທ່ານພົນໂທ ຟຸ່ງສິ໊ເຕິນ ເປັນປະທານການກວດຜ່ານພິທີໄຂ VINBAX 2023. ພາບ: qdnd.vn |
ບັນດາກຳລັງເຂົ້າຮ່ວມການຝຶກຊ້ອມ VINBAX 2023 ຈະປະຕິບັດບັນດາເນື້ອໃນຜັນຂະຫຍາຍການເຄື່ອນໄຫວ ແລະປະຕິບັດໜ້າທີ່ຂອງກອງຊ່າງແສງ ສົມທົບກັບກອງການແພດທະຫານ, ລວມມີໂຮງໝໍກາງສະໜາມຂັ້ນ 1 ເພີ່ມທະວີໃນບັນດາກອງທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. ຜ່ານນັ້ນ, ເພື່ອແນໃສ່ຍົກສູງຄວາມສາມາດດ້ານວິຊາຊີບ, ຄວາມສາມາດໃນການປະສານສົມທົບລະຫວ່າງບັນດາກຳລັງຊ່າງແສງ ແລະການແພດທະຫານ ເພື່ອກະກຽມເຄື່ອນໄຫວຢູ່ເຂດປະຕິບັດງານ, ຍົກສູງຄວາມສາມາດດ້ານວິຊາຊີບໃນການຝຶກຊ້ອມໃນພື້ນທີ່ຕົວຈິງ, ພັດທະນາຖັນແຖວນັກຊ່ຽວຊານກ່ຽວກັບການຮັກສາສັນຕິພາບ ສປຊ, ພ້ອມກັນນັ້ນ ປະກອບສ່ວນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດອັນດີງາມລະຫວ່າງສອງປະເທດໃນຂົງເຂດຮັກສາສັນຕິພາບຂອງ ສປຊ.
    |
 |
ບັນຍາກາດທີ່ການກວດຜ່ານພິທີໄຂ VINBAX 2023. ພາບ: qdnd.vn |
ນອກຈາກກິດຈະກໍາດ້ານວິຊາສະເພາະແລ້ວ, VINBAX 2023 ຍັງມີການເຄື່ອນໄຫວພິທີການ, ການພົບປະແລກປ່ຽນກິລາ, ວັດທະນະທໍາ, ສິລະປະ, ການທ່ອງທ່ຽວວັດທະນະທໍາ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ນໍ້າໃຈມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງບັນດາສະມາຊິກເຂົ້າຮ່ວມການຝຶກຊ້ອມ.
VINBAX 2023 ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ, ແມ່ນການຝຶກຊ້ອມສອງຝ່າຍກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດລະຫວ່າງຫວຽດນາມ ແລະອິນເດຍ ຄັ້ງທີ 4 ແລະແມ່ນການຝຶກຊ້ອມໃນພື້ນທີ່ຕົວຈິງຄັ້ງທີ 2 ກ່ຽວກັບການຮັກສາສັນຕິພາບລະຫວ່າງກອງທັບສອງປະເທດ.
ໂດຍ: ທະນາພອນ