leftcenterrightdel
ນັກຮຽນໄດ້ຮັບທຶນການສຶກສາ “ສົ່ງເສີມນ້ອງນັກຮຽນໄປໂຮງຮຽນ”. ພາບ: qdnd.vn

ທີ່ພິທີມອບ-ຮັບ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບທຶນການສຶກສາ 100 ທຶນໃຫ້ນັກຮຽນ 100 ຄົນ, ໃນນັ້ນມີນັກຮຽນຫວຽດນາມ 50 ຄົນ, ນັກຮຽນລາວ 50 ຄົນ, ມອບງົວພັນ 20 ໂຕໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນຫວຽດນາມ-ລາວ, ໃນນັ້ນມີງົວພັນ 10 ໂຕ ໄດ້ມອບໃຫ້ 10 ຄອບຄົວຢູ່ບໍລິເວນຕາແສງ ເປີ່ອີ, ເມືອງງອກໂຮ່ຍ, ແຂວງກອນຕູມ, ຫວຽດນາມ ແລະງົວພັນອີກ 10 ໂຕ ໄດ້ມອບໃຫ້ບັນດາຄອບຄົວຢູ່ເຂດບ້ານພູເກືອ, ເມືອງພູວົງ, ແຂວງອັດຕະປື, ລາວ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນກວກເກື່ອງ, ຮອງຫົວໜ້າການເມືອງທະຫານຊາຍແດນຫວຽດນາມ ມອບງົວພັນໃຫ້ປະຊາຊົນ. ພາບ: qdnd.vn

ກ່າວຄຳເຫັນນະທີ່ນີ້, ທ່ານພັນເອກພິເສດ ເລມິງຈິ້ງ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງ ກອນຕູມ ໃຫ້ຮູ້ວ່າ ການເຄື່ອນໄຫວທີ່ມີຄວາມໝາຍນີ້ໄດ້ປະກອບສ່ວນໜູນຊ່ວຍນັກຮຽນບືນຕົວຂຶ້ນໃນການຮ່ຳຮຽນ ແລະຊ່ວຍເຫຼືອບັນດາຄອບຄົວທີ່ປະສົບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນໃນການຜະລິດ, ເພີ່ມລາຍຮັບ, ເຮັດໃຫ້ຊີວິດການເປັນຢູ່ມີສະຖຽນລະພາບ. ພ້ອມດຽວກັນນີ້ ການເຄື່ອນໄຫວດັ່ງກ່າວກໍ່ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງປະຊາຊົນຢູ່ສອງຟາກຊາຍແດນກ່ຽວກັບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ,  ຄວາມຮັບຜິດຊອບ, ໜ້າທີ່ກໍ່ສ້າງ ແລະປົກປັກຮັກສາບັນດາເຂດຊາຍແດນ; ສ້າງນໍ້າໃຈສາມັກຄີ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຍືນຍົງອັນຍາວນານຂອງປະຊາຊົນສອງຟາກຊາຍແດນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ໂດຍ: ຈາງຫງວຽນ