ຕາງໜ້າໃຫ້ການນຳກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ທ່ານພົນຕີ ເລກວາງມິງ ອວຍພອນ ພະນັກງານ, ລັດຖະກອນຂອງສະຖານທູດ ໃນວັນບຸນໃຫຍ່ຂອງ ປະເທດລາວ. ທ່ານພົນຕີ ເລກວາງມິງ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ຈະບັນລຸໄດ້ຜົນງານໃຫຍ່ຫຼວງກວ່າເກົ່າ, ຢືນຢັນຖານະ ແລະບົດບາດໃນພາກພື້ນ ແລະ ສາກົນ.

leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ມາອວຍພອນສະຖານທູດລາວ ປະຈໍາຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນຊາດ ສປປ ລາວ. ພາບ: qdnd.vn

ຕາມທ່ານພົນຕີ ເລກວາງມິງ ແລ້ວ, ໃນປີ 2023, ບັນດາອົງການ, ກົມກອງຂອງສອງກະຊວງປ້ອງກັນປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດແຜນການຮ່ວມມືປະຈຳປີສຳເລັດຜົນ, ບັນລຸໄດ້ບັນດາເປົ້າໝາຍ ແລະຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງໄວ້. ພົ້ນເດັ່ນແມ່ນວຽກງານໂຄສະນາ; ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການບໍາລຸງສ້າງ, ຝຶກອົບຮົມພະນັກງານ; ສົມທົບກັນຄຸ້ມຄອງ ແລະປົກປັກຮັກສາຊາຍແດນ... ທ່ານພົນຕີ ເລກວາງມິງ ປາດຖະໜາວ່າ ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ຈະສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ຜັນຂະຫຍາຍການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງຮອບດ້ານ ແລະມີປະສິດທິຜົນ, ໃນນັ້ນມີການຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທຳອິດ ທີ່ຄາດວ່າຈະດຳເນີນໃນເດືອນທັນວານີ້ ປະສົບຜົນສໍາເລັດ.

leftcenterrightdel
ທ່ານນາງ ຄຳເພົາ ເອີນທະວັນ ຕ້ອນຮັບທ່ານພົນຕີ ເລກວາງມິງ. ພາບ: qdnd.vn

ສ່ວນທ່ານນາງ ຄຳເພົາ ເອີນທະວັນ ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມາອວຍພອນ, ເບີກບານມວ່ນຊື່ນຮ່ວມກັບສະຖານທູດໃນໂອກາດສະເຫຼີມສະຫຼອງວັນສຳຄັນນີ້. ທ່ານນາງ ຄຳເພົາ ເອີນທະວັນ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ ແລະມີຄວາມໝາຍຫຼາຍຢ່າງລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະຮັດແໜ້ນສາຍພົວພັນມິດຕະພາບ ຫວຽດນາມ - ລາວ .

ທ່ານນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ ຍາມໃດກໍສະໜັບສະໜູນ ແລະພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອໃຫ້ສອງຝ່າຍຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດສອງປະເທດຢ່າງຮອບດ້ານ, ມີປະສິດທິຜົນ, ໃນນັ້ນມີງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທຳອິດ.

ໂດຍ: ທູຈາງ