ແລກປ່ຽນກັບຄະນະ, ທ່ານພົນຈັດຕະວາ ຫງວຽນມິງຖັ໊ງ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການ 86 ໃຫ້ຮູ້ວ່າ “ປະຊາຊົນຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນພະນັກງານ, ນັກຮົບກອງບັນຊາການ 86 ຍາມໃດກໍຮູ້ສຶກທະນົງໃຈທີ່ມີປະຊາຊົນກູບາ ອ້າຍນ້ອງ ເປັນເພື່ອນສັດຊື່ບໍລິສຸດຜຸດຜ່ອງ. ສາຍພົວພັນພິເສດ ຫວຽດນາມ-ກູບາ ໄດ້ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ ແລະກອງທັບສອງປະເທດ”.

leftcenterrightdel
ບັນຍາກາດທີ່ການພົບປະແລກປ່ຽນ. ພາບ: ຫງອັກທື

ທ່ານພົນຈັດຕະວາ ຫງວຽນມິງຖັ໊ງ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ນາຍທະຫານໜຸ່ມສອງຝ່າຍຈະເພີ່ມທະວີການພົບປະແລກປ່ຽນບົດຮຽນ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ກູບາ ເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ພະນັກງານ, ນາຍທະຫານກອງບັນຊາການ 86 ເຂົ້າຮ່ວມການພົບປະແລກປ່ຽນກັບຄະນະກູບາ. ພາບ: ຫງອັກທື
leftcenterrightdel
ທ່ານພົນຈັດຕະວາ ຫງວຽນມິງຖັ໊ງ ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການ 86 ກ່າວຄໍາເຫັນ. ພາບ: ຫງອັກທື

ໂອກາດນີ້, ຜູ້ຕາງໜ້າກອງບັນຊາການ 86 ຍັງໄດ້ແນະນໍາໂດຍສັງເຂບກ່ຽວກັບວິວັດການກໍາເນີດ ແລະພັດທະນາຂອງກອງບັນຊາການ 86; ວຽກງານຕໍ່ສູ້ຕ້ານບັນດາອິດທິກໍາລັງປໍລະປັກໃນເຄືອຂ່າຍອິນເຕີແນັດ ແລະວຽກງານຮັບປະກັນຄວາມປອດໄພຂໍ້ມູນຂ່າວສານຂອງກອງບັນຊາການ 86 ໃນປັດຈຸບັນ.

leftcenterrightdel
ທ່ານພົນຈັດຕະວາ Marcelo Perez ສະແດງຄວາມປາດຖະໜາຢາກເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ແບ່ງປັນບົດຮຽນລະຫວ່າງສອງຝ່າຍກວ່າອີກ. ພາບ: ຫງອັກທື

ສ່ວນທ່ານພົນຈັດຕະວາ Marcelo Perez ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມ ແລະພົບປະແລກປ່ຽນກັບນາຍທະຫານໜຸ່ມຂອງກອງບັນຊາການ 86. ທ່ານ ໃຫ້ຮູ້ວ່າ ກູບາ ໄດ້ຖອດຖອນຫຼາຍບົດຮຽນຈາກຫວຽດນາມ, ສະແດງຄວາມນິຍົມນັບຖືຕໍ່ຊົນຊາດຫວຽດນາມ ວິລະຊົນ.

leftcenterrightdel
ບັນດາຜູ້ແທນຄະນະນາຍທະຫານໜຸ່ມກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ ທີ່ການຢ້ຽມຢາມ ແລະພົບປະແລກປ່ຽນກັບກອງບັນຊາການ 86. ພາບ: ຫງອັກທື

ຍົກອອກໃຫ້ເຫັນຄວາມສາມັກຄີສະໜິດຕິດພັນ, ບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນ ແລະກອງທັບສອງປະເທດ, ທ່ານພົນຈັດຕະວາ Marcelo Perez ຢັ້ງຢືນວ່າ ປະຊາຊົນກູບາ ຍາມໃດກໍເຄົາລົບນັບຖືຄວາມສາມັກຄີບໍ່ມີຂອບເຂດຂອງປະຊາຊົນຫວຽດນາມ, ໂດຍສະເພາະແມ່ນການໜູນຊ່ວຍ ກູບາ ໃນຈຸດເວລາທີ່ປະສົບຄວາມຫຍຸ້ງຍາກ.

leftcenterrightdel
ພະນັກງານ, ນາຍທະຫານກອງບັນຊາການ 86 ຖ່າຍຮູບລວມກັບຄະນະກູບາ. ພາບ: ຫງອັກທື

ໂອກາດນີ້, ທ່ານພົນຈັດຕະວາ Marcelo Perez ຍັງໄດ້ແນະນໍາຜົນງານຈໍານວນໜຶ່ງໃນການປະຕິບັດໜ້າທີ່ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃນເຄືອຂ່າຍອິນເຕີແນັດຂອງກະຊວງບັນດາກໍາລັງປະກອບອາວຸດປະຕິວັດ ກູບາ; ເນັ້ນໜັກເຖິງບັນດາສິ່ງທ້າທາຍ, ຂໍ້ຈໍາກັດໃນການປະຕິບັດໜ້າທີ່ຍ້ອນຄໍາສັ່ງປິດລ້ອມ, ຄວໍ້າບາດ, ລວມມີຄວາມຫຍຸ້ງຍາກໃນການເຂົ້າເຖິງເຕັກໂນໂລຊີ, ເຕັກນິກທີ່ທັນສະໄໝ; ຕີລາຄາສູງ ແລະປາດຖະໜາຢາກເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການປະຕິບັດໜ້າທີ່ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃນເຄືອຂ່າຍອິນເຕີແນັດລະຫວ່າງສອງຝ່າຍກວ່າອີກ.

ໂດຍ: ໄຊຊະນະ