ກອງປະຊຸມໄດ້ຮັບຮອງເອົາແຜນການຊ້ອມຮົບຢູ່ທະເລ ແລະເຜີຍແຜ່ລະບຽບການຮັບປະກັນຄວາມປອດໄພ. ຕາມນັ້ນແລ້ວ, ເວລາເລີ່ມດຳເນີນການຊ້ອມຮົບຢູ່ທະເລແມ່ນແຕ່ວັນທີ 21-22 ພະຈິກ; ລວມມີເນື້ອໃນດັ່ງນີ້: ເຄື່ອນຍ້າຍໄປຮອດເຂດເຂົ້າທຽບທ່າ, ເວນຍາມຢູ່ເຂດເຂົ້າທຽບທ່າ ແລະດໍາເນີນຕາມບົດຝຶກຊ້ອມຕ້ານໂຈນສະລັດ, ລະດົມຈັດແຖວ, ຖ່າຍຮູບການຈັດແຖວກໍາປັ່ນຈາກມູມສູງ. ຕອນບ່າຍວັນທີ 22 ພະຈິກ, ພາຍຫຼັງສິ້ນສຸດການຊ້ອມຮົບຢູ່ທະເລ, ກຳປັ່ນ 016-ກວາງຈູງ ຈະກັບຄືນທ່າກຳປັ່ນທະຫານ Zhanjiang.

leftcenterrightdel
ບັນຍາກາດທີ່ກອງປະຊຸມຮັບຮອງເອົາແຜນການເດີນທະເລ ລະຫວ່າງກັບຕັນເຮືອບັນດາປະເທດເຂົ້າຮ່ວມການຊ້ອມຮົບ "ສັນຕິພາບມິດຕະພາບ - 2023". ພາບ: qdnd.vn

ນັບແຕ່ເຂົ້າທຽບທ່າກຳປັ່ນ Zhanjiang (ວັນທີ 11 ພະຈິກ) ມາຮອດປະຈຸບັນ, ນາຍທະຫານ, ລູກເຮືອກໍາປັ່ນ 016 ໄດ້ເຂົ້າຮ່ວມການເຄື່ອນໄຫວຊ້ອມຮົບຢູ່ທ່າກຳປັ່ນ ຄື: ປຶກສາຫາລື ແລະຝຶກຊ້ອມການບັນຊາກຳປັ່ນ, ປະຕິບັດການປະຖົມພະຍາບານຜູ້ຖືກບາດເຈັບ; ຝຶກຊ້ອມທັກສະນໍາໃຊ້ອຸປະກອນ ຢູ່ຊັ້ນດາດຟ້າເຮລີກົບແຕ; ຝຶກຊ້ອມການຕ້ານໂຈນສະລັດ; ກວດກາຂໍ້ມູນຕິດຕໍ່ສື່ສານລະຫວ່າງບັນດາກໍາປັ່ນ ແລະເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນສິລະປະ ແລະແຂ່ງຂັນກິລາ.

ບັນດາການເຄື່ອນໄຫວຢູ່ທ່າກຳປັ່ນ ເຊິ່ງກໍາປັ່ນ 016-ກວາງຈູງ ເຂົ້າຮ່ວມແມ່ນບັນລຸໄດ້ໝາກຜົນທີ່ດີ ແລະໄດ້ຮັບການຕີລາຄາສູງຈາກທະຫານເຮືອບັນດາປະເທດ, ຜ່ານນັ້ນໄດ້ສະແດງໃຫ້ເຫັນຄວາມສາມາດກຽມພ້ອມສົມທົບປະສານງານລະຫວ່າງທະຫານເຮືອບັນດາປະເທດ ໃນການແກ້ໄຂບັນຫາຄວາມໝັ້ນຄົງທາງທະເລ; ຮໍ່າຮຽນເອົາບົດຮຽນປະສົບການອັນລ້ຳຄ່າ ເພື່ອເປັນພື້ນຖານໃຫ້ການຄົ້ນຄວ້າ ແລະນຳໃຊ້ເຂົ້າໃນວິວັດການປະຕິບັດໜ້າທີ່ວຽກງານຕໍ່ຈາກນີ້ໄປ.

leftcenterrightdel
ນາຍທະຫານ, ລູກເຮືອກໍາປັ່ນ 016-ກວາງຈູງ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ຈຸດປະສົງຂອງການເດີນທາງຂອງກຳປັ່ນ 016-ກວາງຈູງ ແລະຄະນະປະຕິບັດງານຂອງທະຫານເຮືອປະຊາຊົນຫວຽດນາມ ແມ່ນເພື່ອແນໃສ່ປະຕິບັດຕາມທັດສະນະຊີ້ນໍາຂອງຄະນະພັກການທະຫານສູນກາງ ແລະຫົວໜ້າກະຊວງປ້ອງກັນປະເທດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ; ປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມທີ່ມີຢູ່ແລ້ວລະຫວ່າງກອງທັບ ແລະທະຫານເຮືອຫວຽດນາມ ກັບກອງທັບ ແລະທະຫານເຮືອຈີນ ເວົ້າສະເພາະ ແລະບັນດາປະເທດເຂົ້າຮ່ວມການຊ້ອມຮົບເວົ້າລວມ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງພາກພື້ນ ແລະໃນໂລກ.

ໂດຍ: ທູຈາງ