leftcenterrightdel
ຄະນະປະຕິບັດງານກອງບັນຊາການທະຫານເຮືອ ເຂດ 4 ຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການຍຸດທະວິທີແນວໜ້າກຳປູເຈຍ. ພາບ: qdnd.vn

ທີ່ການເຮັດວຽກ, ສອງຝ່າຍໄດ້ຈັດຕັ້ງການໂອ້ລົມສົນທະນາ, ແລກປ່ຽນກ່ຽວກັບໝາກຜົນການປະຕິບັດກົນໄກສື່ສານສາຍດ່ວນທີ່ໄດ້ລົງນາມລະຫວ່າງຕໍາຫຼວດທະເລຫວຽດນາມ ແລະຄະນະກຳມະການຄວາມໝັ້ນຄົງໃນການເດີນທະເລແຫ່ງຊາດ ກຳປູເຈຍ ໃນໄລຍະຜ່ານມາໃນບັນດາຂົງເຂດ, ຄື: ກຳປັ່ນຫາປາເຄື່ອນໄຫວຜິດກົດໝາຍ, ການຂັດແຍ້ງກັນຢູ່ເຂດຫາປາ; ການເຂົ້າ-ອອກເມືອງຜິດກົດໝາຍຢູ່ທະເລ; ອຸບັດຕິເຫດຢູ່ທະເລ, ຊອກຫາກູ້ໄພ, ປົກປັກຮັກສາສິ່ງແວດລ້ອມທາງທະເລ; ການລະເມີດ, ອາດຊະຍາກໍາ...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ທ່ານພັນເອກພິເສດ ເຈິ່ນວັນເລື້ອງ ເນັ້ນໜັກວ່າ: “ໃນໄລຍະຜ່ານມາ, ການແລກປ່ຽນລະຫວ່າງ ສອງຝ່າຍໄດ້ດຳເນີນເປັນປະຈຳ, ຕໍ່ເນື່ອງ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ, ປັບປຸງສາຍພົວພັນອັນດີງາມ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນລະຫວ່າງສອງກໍາລັງ, ຜ່ານນັ້ນໄດ້ສ້າງເຂດທະເລສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ການຮ່ວມມື, ມິດຕະພາບ ແລະ ພ້ອມກັນພັດທະນາ”. ໃນໄລຍະຈະມາເຖິງ, ທ່ານພັນເອກພິເສດ ເຈິ່ນວັນເລື້ອງ ຫວັງວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ເປີດກວ້າງສາຍພົວພັນສົມທົບກັນໃນການປະຕິບັດກົດໝາຍ ແລະຊອກຫາກູ້ຊີບ-ກູ້ໄພຢູ່ທະເລ, ປະຕິບັດກົນໄກສື່ສານສາຍດ່ວນ ທີ່ໄດ້ລົງນາມລະຫວ່າງຕໍາຫຼວດທະເລຫວຽດນາມ ກັບຄະນະກຳມະການຄວາມໝັ້ນຄົງໃນການເດີນທະເລແຫ່ງຊາດກຳປູເຈຍ ໃຫ້ເປັນຢ່າງດີກ່ວາອີກ.

ໂດຍ: ທູຈາງ