ທ່ານພົນໂທ ຫງວຽນວັນເຫງັຍ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອາເມລິກາ ສືບຕໍ່ຜັນຂະຫຍາຍສອດຄ່ອງກັບເນື້ອໃນຂອງເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ໂດຍສະເພາະແມ່ນໃນຂົງເຂດ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັກສາສັນຕິພາບ ສປຊ, ການບໍາລຸງສ້າງ, ເສນາຮັກ, ການຮ່ວມມືເຫຼົ່າຮົບ, ເຫຼົ່າທັບ; ພ້ອມທັງຕີລາຄາສູງບົດບາດຂອງທະຫານບົກມະຫາສະໝຸດອິນເດຍ-ປາຊີຟິກ ຂອງອາເມລິກາ ໃນການສົມທົບກັນຜັນຂະຫຍາຍການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ຫວູຮຸ່ງ.

ສໍາລັບທິດທາງຮ່ວມມືໃນຕໍ່ໜ້າ, ທ່ານພົນໂທ ຫງວຽນວັນເຫງັຍ ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືໃນການຮັກສາສັນຕິພາບ ສປຊ; ຍົກສູງຄຸນນະພາບການຮ່ວມມືບໍາລຸງສ້າງໃຫ້ມີປະສິດທິຜົນກວ່າເກົ່າ; ເຮັດໃຫ້ການຮ່ວມມືດ້ານການແພດທະຫານເລິກເຊິິ່ງຂຶ້ນກວ່າອີກ...

leftcenterrightdel
ພົນໂທ ຫງວຽນວັນເຫງັຍ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນເອກ Charles Flynn. ພາບ: ຫວູຮຸ່ງ.

ໂອກາດນີ້, ທ່ານພົນໂທ ຫງວຽນວັນເຫງັຍ ໄດ້ເຊື້ອເຊີນທ່ານພົນເອກ Charles Flynn ພ້ອມດ້ວຍຜູ້ຕາງໜ້າທະຫານບົກມະຫາສະໝຸດອິນເດຍ-ປາຊີຟິກ ຂອງອາເມລິກາ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 2 ໃນປີ 2024.

leftcenterrightdel
ຜູ້ແທນສອງຄະນະ ຖ່າຍຮູບລວມພາຍຫຼັງສິ້ນສຸດການພົບປະສອງຝ່າຍ. ພາບ: ຫວູຮຸ່ງ.

ສ່ວນທ່ານພົນເອກ Charles Flynn ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະສົມກຽດຈາກຝ່າຍຫວຽດນາມ; ພ້ອມທັງຢັ້ງຢືນວ່າເລື່ອງຫວຽດນາມ ແລະອາເມລິກາ ຍົກລະດັບການພົວພັນແມ່ນຂີດໝາຍອັນໃຫຍ່ຫຼວງໃນການພົວພັນລະຫວ່າງສອງປະເທດ. ໂດຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ໃນນັ້ນການເຄື່ອນໄຫວຮ່ວມມືໃນໄລຍະຜ່ານມາ ບັນລຸປະສິດທິຜົນຢ່າງແທດຈິງ, ທ່ານພົນເອກ Charles Flynn ຖືວ່າການຢ້ຽມຢາມຂັ້ນສູງຈະສ້າງໂອກາດ, ເງື່ອນໄຂທີ່ດີໃຫ້ແກ່ການເປີດກວ້າງ, ພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃຫ້ນັບມື້ນັບເລິກເຊິ່ງ ແລະມີປະສິດທິຜົນ. ເຫັນດີກັບເນື້ອໃນທີ່ທ່ານພົນໂທ ຫງວຽນວັນເຫງັຍ ໄດ້ແລກປ່ຽນ, ທ່ານພົນເອກ Charles Flynn ປາດຖະໜາວ່າ ກອງທັບປະຊາຊົນຫວຽດນາມ ແລະທະຫານບົກອາເມລິກາ ຈະຮ່ວມມືໃນຂົງເຂດຕ່າງໆໃຫ້ຫຼາຍກວ່າອີກ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງ, ການເຂົ້າຮ່ວມເຫດການຕ່າງໆ ໂດຍສອງຝ່າຍເປັນເຈົ້າພາບຈັດຕັ້ງ... ນອກຈາກນີ້, ທ່ານ ກໍຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການຮ່ວມມື, ປະຕິບັດເປົ້າໝາຍລວມ ເຊິ່ງສອງຝ່າຍ ພ້ອມກັນວາງອອກໃຫ້ສຳເລັດ. 

ໂດຍ: ໄຊຊະນະ