ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ຕາງໜ້າການນຳພັກ, ລັດ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕີລາຄາສູງ ແລະຊົມເຊີຍບັນດາວິລະກຳ, ຜົນງານຂອງນາຍພົນ, ພະນັກງານ, ນັກຮົບຮຸ່ນຕ່າງໆຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ຜ່ານ 60 ປີແຫ່ງການສ້າງສາ, ຕໍ່ສູ້, ທະຫານປ້ອງກັນອາກາດ-ທະຫານອາກາດ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ເຕີບໃຫຍ່ເຂັ້ມແຂງ, ຜ່ານຜ່າທຸກຄວາມຫຍຸ້ງຍາກລຳ ບາກກາກກຳ, ຍິ່ງຕີຍິ່ງແຂງແຮງ, ຍິ່ງຕີຍິ່ງຍາດໄດ້ໄຊຊະນະ, ປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອວິລະຊົນຂອງຊາດຫວຽດນາມ ວິລະຊົນ, ກອງທັບປະຊາຊົນຫວຽດນາມ ແລະເຫຼົ່າທັບອາກາດ-ທະຫານອາກາດ.

leftcenterrightdel
ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຕ້ອນຮັບທ່ານປະທານສະພາແຫ່ງຊາດ. ພາບ: ຝູ໊ເຊີນ

ໃນຊຸມປີມໍ່ໆມານີ້, ກອງທັບຫຽດນາມ ເວົ້າລວມ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ເວົ້າສະເພາະ ໄດ້ລົງທຶນຫັນອາວຸດ, ວັດຖຸອຸປະກອນເປັນທັນສະໄໝ, ຮຽກຮ້ອງວຽກງານຝຶກແອບ, ກຽມພ້ອມສູ້ຮົບນັບມື້ນັບສູງກວ່າ; ພ້ອມທັງຜັນຂະຫຍາຍຫຼາຍໜ້າທີ່. ແຕ່ວ່າເຫຼົ່າທັບໄດ້ສຸມໃສ່ຊີ້ນຳນຳພາສຳເລັດໜ້າທີ່ກຽມພ້ອມສູ້ຮົບເປັນປະຈຳ ແລະໂດຍບັງເອີນ, ປົກປັກຮັກສານ່ານຟ້າຂອງປະເທດຊາດ; ຕັ້ງໜ້າເຂົ້າຮ່ວມຊອກຫາກູ້ຊີບ-ກູ້ໄພ, ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ໂລກລະບາດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ... ຜ່ານນັ້ນເຜີຍແຜ່ຮູບພາບອັນສູງສົ່ງ ແລະສວຍງາມຂອງ "ທະຫານລຸງໂຮ່" ເຖິງໝູ່ປະຊາຊົນ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ພິທີ. ພາບ: ຝູ໊ເຊີນ

ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ, ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ, ປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ຢືດໝັ້ນຫຼັກການຍາມໃດກໍ່ຮັກສາ ແລະເພີ່ມທະວີການຊີ້ນຳຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ, ການຄຸ້ມຄອງ, ບໍລິຫານແບບລວມສູນ, ເປັນເອກະພາບຂອງລັດ ຕໍ່ກັບພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ສືບຕໍ່ຊາບຊຶມ ແລະປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ບັນດາມະຕິ, ຄຳສັ່ງຂອງສູນກາງພັກ, ຄະນະພັກການທະຫານສູນກາງ ກ່ຽວກັບໜ້າທີ່ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງເຫຼົ່າທັບກະທັດຮັດ, ເຂັ້ມແຂງ, ກ້າວຂຶ້ນທັນສະໄໝ, ຍົກສູງຄຸນນະພາບສັງລວມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ໂດຍ: ສົມເພັດ