leftcenterrightdel
ນັກສໍາມະນາກອນ ລາວ ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ. ພາບ: ເລແທກ

ຈຸດປະສົງໃນການຈັດຊຸດຝຶກອົບຮົມແມ່ນເພື່ອແນໃສ່ແລກປ່ຽນຄວາມຮູ້ດ້ານວິຊາການ, ບົດຮຽນ ແລະເພີ່ມທະວີການພົວພັນສົມທົບກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ, ພ້ອມກັນສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພ້ອມກັນພັດທະນາແບບຍືນຍົງ ແລະຍາວນານ. 

leftcenterrightdel
ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. ພາບ: ເລແທກ

ຜ່ານຊຸດຝຶກອົບຮົມເພື່ອແນໃສ່ປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ແລະພິເສດແມ່ນລະຫວ່າງກອງບັນຊາການທະຫານຊາຍແດນແຂວງເງະອານ ແລະກອງບັນຊາການທະຫານແຂວງຊຽງຂວາງ ແລະແຂວງຫົວພັນ.

ຄາດວ່າ, ຊຸດຝຶກອົບຮົມ ຈະດໍາເນີນເປັນເວລາ ໜຶ່ງເດືອນ. 

ໂດຍ: ໄຊຊະນະ